Header Ads

ແຂວງຫຼວງພະບາງຈັດງານຂີ່ລົດຖີບລົດລຸດຜ່ອນມົນລະພິດ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018



ຕອນເຊົ້າວັນທີ່ 15 ທັນວານີ້ ແຂວງຫຼວງພະບາງ ໄດ້ຈັດງານຂີ່ລົດຖີບ ຫຼຸດຜ່ອນມົນລະຜິດດ້ານສີ່ງແວດລ້ອມ ແລະຂັບຂີ່ປອດໄພ ກິດຈະກຳສຸດທ້າຍ ຂອງການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຢູ່ແຂວງຫຼວງພະບາງ ໂດຍມີ ທ່ານ ສຸກັນ ບຸນຍົງ ເຈົ້ານະຄອນ ຫຼວງພະບາງ ພ້ອມດ້ວຍຜູ້ຕາງໜ້າກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ມີການນຳຂອງພະແນກ ຖວທ ແຂວງ, ມວນຊົນ ແຂກທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມ.





ທ່ານ ສຸກັນ ບຸນຍົງ ໄດ້ມີຄຳເຫັນວ່າ ການຈັດງານຄັ້ງນີ້ ເພື່ອເປັນການໂຄສະນາດືງດູດເອົານັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ຫຼວງພະບາງໃຫ້ຫລາຍຂຶ້ນ ທັງປະກອບສ່ວນຮັກສາສີ່ງແວດລ້ອມໃນຕົວເມືອງ, ທັງເປັນການປຸກລະດົມໃຫ້ປະຊາຊົນຊາວຫຼວງພະບາງ ຫັນມາໃສ່ໃຈໃນການຮັກສາສີ່ງແວດລ້ອມ ພ້ອມກັນຂີ່ລົດຖີບ ເພື່ອສຸຂະພາບ ແລະການຂັບຂີ່ທີ່ປອດໄພຕາມທ້ອງຖະໜົນ.

ການຂີ່ລົດຖີບ ໃນຄັ້ງນີ້ ມີໄລຍະທາງປະມານ 6 000 ກວ່າ ແມັດ ໄດ້ເລີ້ມຈາກ ໜ້າສຳນັກງານທ່ອງທ່ຽວຂອງແຂວງ ໄປຕາມເສັ້ນທາງສີສະຫວ່າງວົງ, ເສັ້ນທາງໄກສອນພົມວິຫານ, ເສັ້ນທາງສຸພານຸວົງ, ເສັ້ນທາງແຄມນ້ຳຄານ ແລ້ວກັບຄືນສູ່ສຳນັກງານທ່ອງທ່ຽວ ເພື່ອຈັດກິດຈະກຳຖາມຕອບຄວາມຮູ້ ດ້ານການທ່ອງທ່ຽວ ຕື່ມອີກ.​




ຂ່າວ: ອາພຸດເດດ ບຸບຜາ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.