Header Ads

ງານມະຫາກໍາບຸນຊ້າງປະຈໍາປີ 2019 ຈະມີຊ້າງເຂົ້າຮ່ວມກິດຈະກໍາ 70 ເຊືອກ



ງານມະຫາກໍາບຸນຊ້າງ ແຂວງໄຊຍະບູລີ ເປັນບຸນປາງໃຫຍ່ໜຶ່ງທີ່ເປັນເອກະລັກຂອງແຂວງ ແລະ ເປັນແຂວງດຽວ ທີ່ໄດ້ຈັດງານດັ່ງກ່າວພາຍໃນປະເທດລາວ, ເຊິ່ງຈະຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ. ສະເພາະປີ 2019 ແມ່ນຈະຈັດຂຶ້ນ ໃນວັນທີ 23-28 ກຸມພາ ຈະມີຊ້າງເຂົ້າຮ່ວມທັງໝົດ 70 ເຊືອກ.

ໃນວັນທີ 18 ທັນວາ 2018, ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ທັງເປັນປະທານຈັດງານມະຫາກໍາບຸນຊ້າງ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ງານມະຫະກໍາບຸນຊ້າງໄຊຍະບູລີ ຄັ້ງທີ 13 ຈະເລີ່ມຢ່າງເປັນທາງການ ແຕ່ວັນທີ 23-28 ກຸມພາ 2019 ເຊິ່ງຈະມີຊ້າງເຂົ້າຮ່ວມທັງໝົດ 70 ໂຕ. ຈຸດປະສົງຂອງການຈັດງານ ກໍເພື່ອເປັນການອະນຸລັກຮັກສາຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງຊາດ ເປັນມິ່ງຂວັນຄູ່ບ້ານຄູ່ເມືອງ, ທັງເປັນການສືບຕໍ່ຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ອາດີດຕະການ ໃຫ້ຢືນຍົງຄົງຕົວ ຄຽງຄູ່ກັບປະຊາຊົນຕະຫລອດໄປ. ນອກຈາກນີ້, ຍັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງ, ໃຫ້ຊ້າງຈໍານວນ 70 ໂຕ ທີ່ມາຈາກທົ່ວແຂວງ ໄດ້ພົບກັນ, ປະສົມພັນກັນ ແລະ ກໍໃຫ້ເກີດການສືບພັນໃນອະນາຄົດ, ທັງເປັນເວທີການສະແດງທັກສະຄວາມສາມາດໃນການຄວບຄຸມຊ້າງ ຕໍ່ສາທາລະນະຊົນ ແລະ ຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວນຊ້າງ ເພື່ອສືບທອດອາຊີບລ້ຽງຊ້າງ ໃຫ້ຄົງຢູ່ຄູ່ຊາວແຂວງໄຊຍະບູລີ ຕະຫລອດໄປ.


ພາບ ແລະ ຂ່າວ: ຂປລ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.