Header Ads

ທີມນັກກີລາລາວຄວ້າ 27 ຫຼຽນ ຢູ່ທີ່ອັນດັບທີ່ 6 ປິດທ້າຍການແຂ່ງຂັນ ກີລາມະຫາວິທະຍາໄວອາຊຽນທີ່ນະຄອນຫຼວງເນປິດໍ ປະເທດມຽນມາ



ການແຂ່ງຂັນກີລາມະຫາວິທະຍາໄລອາຊຽນ ຄັ້ງທີ 19 ທີ່ນະຄອນຫຼວງເນປິດໍ ປະເທດມຽນມາ ເລີ່ມເປີດສາກການແຂ່ງຂັນຂື້ນໃນວັນທີ 10 ທັນວາ 2018 - 19 ທັນວາ 2018 ຈິ່ງໄດ້ປິດການແຂ່ງຂັນລົງຢ່າງເປັນທາງການ ໂດຍສະຫະພັນກິລາມະຫາວິທະຍາໄລລາວໄດ້ສົ່ງນັກກີລາເຂົ້າຮ່ວມແຂ່ງຂັນທັງໝົດ 9 ລາຍການຄື: ເຕະບານຊາຍ, ຍິງທະນູ, ເປຕັງ, ວໍວີນາມ, ກະຕໍ້, ກັອບ, ວູຊູ, ດອກປີກໄກ່ ແລະ ແລ່ນ-ລານ. ມີນັກກິລາ ແລະ ຄະນະຄູຝຶກທັງໝົດ 150 ຄົນ .



ສະຫຼູບຜົນການແຂ່ງທີມນັກກີລາລາວສາມາດສາມາດຍາດຫຼຽນຄໍາໄດ້ 7 ຫຼຽນ ຈາກ 5 ປະເພດກິລາເຊັ່ນ: 1. ວໍວີນາມ ປະເພດການສະແດງຄູ່ປະສົມ, 2. ວໍວີນາມ ປະເພດການສະແດງທີມປະສົມ, 3. ແລ່ນຂ້າມຮົ້ວ 110 ແມັດຊາຍ, 4. ວູຊູ ຊາຍ ຮຸ້ນໜໍ້າໜັກ 60kg, 5. ກະຕໍ້ຊິນຫຼົງ, 6. ເປຕັ້ງຊູດຕິ້ງຍິງ ແລະ 7. ເປຕັ້ງທີມຍິງ.  ສໍາລັບຫຼຽນທີ່ຍາດມາໄດ້ທັງໝົດແມ່ນ 27 ຫຼຽນ ປະກອບມີ : 7 ຫຼຽນຄໍາ ,​9 ຫຼຽນເງິນ ແລະ 11 ຫຼຽນທອງແດງ 



ບົດສຳພາດທ່ານ ວຽງສຸກ ຮັງເງິນ ຫົວໜ້າຄູຝຶກ ວໍວີນາມຫຼັງຈາກເຂົ້າຮ່ວມແຂ່ງຂັນໃນກິລາມະຫາວິທະຍາໄລອາຊຽນ


ທີ່ມາ:laosportnews
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.