Header Ads

ອົດສະຕາລີ ຊ່ວຍເຫຼືອ 2 ແສນໂດລາ ໃນການເກັບກູ້ລະເບີດ



ອີງຕາມການລຍງານຂ່າວຂອງ ສໍານັກຂ່າວສານປະເທດລາວ  ວ່າ : ໃນວັນທີ 12 ທັນວາ 2018 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີລົງນາມຂໍ້ຕົກລົງກ່ຽວກັບການເກັບກູ້ລະເບີດບໍ່ທັນແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ລະຫວ່າງ ລັດຖະບານອົດສະຕຣາລີ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ໂດຍການລົງນາມ ຂອງ ທ່ານ ຈີນ ເບີນາດ ຄາຣາສໂຊ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ສປປ ລາວ.

ລັດຖະບານອົດສະຕຣາລີ ສະໜັບສະໜູນ 2 ແສນໂດລາອົດສະຕຣາລີ ໃຫ້ລັດຖະບານແຫ່ງ ສປ ປ ລາວ ໂດຍຜ່ານອົງການສະຫະປະຊາຊາດ ເພື່ອການພັດທະນາ ເພື່ອດຳເນີນການເກັບກູ້ລະເບີດບໍ່ທັນແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື.  ການປະກອບສ່ວນໃນຄັ້ງນີ້, ແມ່ນສ່ວນໜຶ່ງຂອງການຊ່ວຍ ເຫລືອດ້ານມະນຸດສະທຳ ຂອງອົດສະຕຣາລີ ໃນຈຳນວນ 3 ລ້ານໂດລາ ເພື່ອໃຫ້ການສະໜັບສະໜູນລັດຖະບານ ໃນການຕອບໂຕ້ໄພນໍ້າຖ້ວມ ຢູ່ແຂວງອັດຕະປື ພາຍຫລັງເກີດການຮອຍແຕກແຫງ ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍ ເມື່ອເດືອນກໍລະກົດ ທີ່ຜ່ານມາ.

ພາບ ແລະ ຂ່າວ: ສໍານັກຂ່າວສານປະເທດລາວ 
© ໂຕະນໍ້າຊາ | tonamcha.com
_____


Powered by Blogger.