Header Ads

ສະຫະພາບຢຸໂຣບ ຊ່ວຍເຫຼືອ 30 ຕື້ກວ່າກີບ ແກ່ວຽກງານເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງຫົວພັນ



ວັນ​ທີ 20 ທັນວາ 2018 ທີ່​ໂຮງແຮມ​ເສດ​ຖາ​ປາ​ລາສ ນະຄອນຫຼວງ​ວຽງ​ຈັນ ໄດ້​ມີ​ພິທີ​ລົງ​ນາມ​ບົດ​ບັນທຶກ​ການ​ຊ່ວຍເຫຼືອ ວຽກ​ງານ​ເກັບ​ກູ້​ລະເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ ຢູ່​ແຂວງ​ຫົວພັນ ລະຫວ່າງ​ຄະນະ​ກຳມະການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ແກ້​ໄຂ​ບັນຫາ​ລະເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ​ຢູ່ ສປປ ລາວ (ຄຊກລ) ແລະ ອົງການ​ເພື່ອ​ມະນຸດສະທຳ ແລະ ການ​ມີ​ສ່ວນ​ຮ່ວມ ເຊິ່ງ​ໂຄງ​ການຈັດຕັ້ງ​ປະຕິບັດ​ດັ່ງກ່າວ ໄດ້​ຮັບ​ທຶນ​ຊ່ວຍເຫຼືອ​ຈາກ​ສະຫະພາບ​ຢຸໂຣບ (EU) ດ້ວຍ​ມູນ​ຄ່າ 2.7 ລ້ານ​ເອີ​ໂຣ ຫຼື ປະມານ 30 ຕື້​ກວ່າ​ກີບ ມີ​ໄລຍະ​ການຈັດຕັ້ງ​ປະຕິບັດ​ງານ​ແຕ່​ນີ້​ເຖິງ​ປີ 2021.

ໂຄງການ​ດັ່ງກ່າວ ມີ​ເປົ້າ​ໝາຍ​ຢູ່​ໃນ 44 ບ້ານ​ເປົ້າ​ໝາຍ ແລະ ໃນ​ພື້ນ​ທີ່ 9,450,000 ຕາ​ແມັດ ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ລະເບີດ​ລູກ​ຫວ່ານ ພ້ອມ​ທັງ​ຈະ​ພັດທະນາ ແລະ ສະໜັບສະໜູນ​ແນວທາງ​ການ​ຄຸ້ມ​ຄອງ​ວຽກ​ງານ ການ​ໂຄສະນາ​ສຶກ​ສາ​ຄວາມ​ສ່ຽງ​ໄພ​ຈາກ​ລູກ​ລະ​ເບີ​ບໍ່​ທັນ​ແຕກ ໃນ​ລະດັບ​ຂັ້ນ​ບ້ານ​ໃຫ້​ເປັນ​ຮູບ​ປະ​ທຳ​ໃນ​ໄລຍະ​ຍາວ, ຊອກ​ຫາ​ຫຼາກ​ຫຼາຍ​ວິທີ ເພື່ອ​ສະໜັບສະໜູນ​ວຽກ​ງານ​ການ​ຄຸ້ມ​ຄອງ ຄວາມ​ສ່ຽງ​ຈາກ​ລູກ​ລະເບີດ​ບໍ່​ທັນ​ແຕກ​ໃນ​ຊຸມ​ຊົນ ເພື່ອ​ເຮັດ​ໃຫ້​ປະຊາຊົນ​ສາມາດ​ປະຕິບັດ​ກິດຈະກຳ ກໍ່​ຄື ການ​ສ້າງສາ​ພັດທະນາ​ເສດຖະກິດ-ສັງຄົມ​ໄດ້​ຢ່າງ​ປອດ​ໄພ ໂດຍ​ໂຄງການ​ຈະ​ໃຫ້ການ​ເຝິກອົບຮົມ ຄູ-ອາຈານ ກ່ຽວ​ກັບ​ການ​ສຶກ​ສາ​ຄວາມ​ສ່ຽງ​ໄພ ເພື່ອ​ນຳໄປ​ເຜີຍແຜ່​ຜັນ​ຂະຫຍາຍ​ໃຫ້​ກັບ​ນັກຮຽນ​ຂອງ​ຕົນ ເຊິ່ງ​ໃນ​ປັດຈຸບັນ​ນີ້ ສະ­ເລ່ຍ​ທຸກໆ​ສອງ​ເດືອນ​ຈະ​ມີ​ເຫດການ​ລະເບີດ​ແຕກ ແລະ ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ຊີ­ວິດ​ຊັບ​ສິນ​ຂອງ​ປະຊາຊົນ​ຄັ້ງ​ໜຶ່ງ ໃນ​ນັ້ນ ໄດ້​ເກີດ​ຂຶ້ນ​ກັບ​ເດັກນ້ອຍ​ນັກຮຽນ​ເຂດ​ພື້ນ​ທີ່​ສ່ຽງ​ທີ່​ບໍ່​ທັນ​ຮັບ​ຮູ້ ແລະ ເຂົ້າໃຈ​ເຖິງ​ຜົນ​ຮ້າຍ​ຂອງ​ລະເບີດ​ບໍ່​ທັນ​ແຕກ ດັ່ງນັ້ນ ໂຄງການ​ຈິ່ງ​ເນັ້ນ​ທີ່​ຈະ​ເຝິກອົບຮົມ​ໃຫ້​ແກ່​ບັນດາ​ຄູອາ­ຈານ ໃນ​ເຂດ​ພື້ນ​ທີ່​ສ່ຽງ​ໄພ​ເປັນຕົ້ນ​ຕໍ.

ຮ່ວມ​ລົງ​ນາມ​ຄັ້ງ​ນີ້ ໂດຍ​ທ່ານ ພູ​ຂຽວ ຈັນທະ​ສົມບູນ ຫົວໜ້າ​ຫ້ອງການ ຄຊກລ ແລະ ທ່ານ ເບີ​ນົວ ຄູ​ເຕີ​ຣິ​ແອ ຫົວໜ້າ​ອົງການ​ເພື່ອ​ມະນຸດສະທຳ ແລະ ການ​ມີ​ສ່ວນ​ຮ່ວມ ມີ​ບັນດາ​ຜູ້ຕາງໜ້າ​ຈາກ​ອຳນາດ​ການ​ປົກຄອງ​ແຂວງ​ຫົວ­ພັນ ແລະ ແຂກ​ຖືກ​ເຊີນ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.


ພາບ ແລະ ຂ່າວ: ໜັງສືພິມ ວຽງຈັນໃໝ່
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.