Header Ads

ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ເປີດເຜີຍການກໍ່ສ້າງທາງລົດໄຟ ລາວ - ຈີນ ສຳເລັດກວ່າ 46%




ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ທີ່ເປີດການກໍ່ສ້າງມາແຕ່ວັນທີ 25 ທັນວາ 2016, ມາຮອດປັດຈຸບັນວຽກງານກໍ່ສ້າງປະຕິບັດໄດ້ຫຼາຍກວ່າ 46%, ຂະນະທີ່ການຊົດເຊີຍໃຫ້ແກ່ປະຊາຊົນໄດ້ຈ່າຍໄປແລ້ວ 3 ງວດ ມູນຄ່າ 221 ຕື້ກີບ.



ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ), ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ໄດ້ເປີດເຜີຍຕໍ່ສື່ມວນຊົນເມື່ອວັນທີ 12 ທັນວານີ້ ທີ່ກະຊວງ ຍທຂ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ມາຮອດປັດຈຸບັນການກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟປະຕິບັດສຳເລັດ 46.50% ທຽບໃສ່ເດືອນຜ່ານມາເພີ່ມຂຶ້ນ 3.19%.

ໜ້າວຽກລະອຽດມີດັ່ງນີ້: ໄດ້ລົງມືກໍ່ສ້າງໂຄງການທັງໝົດ 778 ຈຸດ. ໃນນັ້ນ, ຊີເຈາະອຸມົງທັງໝົດ 69 ແຫ່ງ ລວມ 193 ຈຸດກໍ່ສ້າງ, ເລີ່ມລົງມືກໍ່ສ້າງຂົວ 139 ແຫ່ງ, ສຳລັບວຽກອຳນວຍຄວາມສະດວກໃຫ້ແກ່ການກໍ່ສ້າງ ແມ່ນໄດ້ກໍ່ສ້າງເສັ້ນທາງ ແລະ ຂົວເພື່ອເຂົ້າຫາສະຖານທີ່ກໍ່ສ້າງ. ນອກນັ້ນ, ຍັງໄດ້ຕິດຕັ້ງສາຍສົ່ງໄຟຟ້າ, ຕິດຕັ້ງໝໍ້ແປງ 258 ໜ່ວຍ ແລະ ກໍ່ສ້າງລະບົບນໍ້າປະປາ.



ທ່ານໃຫ້ຮູ້ຕື່ມອີກວ່າ: ຕໍ່ກັບວຽກງານແກ້ໄຂຄ່າຊົດເຊີຍຂອງປະຊາຊົນ ທາງໂຄງການໄດ້ຖືຄວາມສຳຄັນເປັນອັນດັບໜຶ່ງ ເຊິ່ງໃນໄລຍະທີ່ຜ່ານມາກໍ່ໄດ້ເອົາໃຈໃສ່ປະຕິບັດເປັນຢ່າງດີ ໂດຍໄດ້ຈ່າຍເງິນຊົດເຊີຍໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບແລ້ວ 3 ງວດ ເຊິ່ງໃນງວດທີໜຶ່ງໄດ້ຈ່າຍຄ່າຊົດເຊີຍໃຫ້ປະຊາຊົນ 56.5 ຕື້ກີບ, ງວດທີສອງ 81.6 ຕື້ກີບ, ງວດທີສາມ 82.9 ຕື້ກີບ ແລະ ຄາດວ່າຈະຈ່າຍໃນງວດທີສີ່ 134 ຕື້ກີບ. ສະນັ້ນ, ປະຊາຊົນຈົ່ງເຂົ້າໃຈ ແລະ ໃຫ້ຄວາມຮ່ວມມື ແນໃສ່ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດຂອງພວກເຮົາໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ມີຄວາມສີວິໄລຂຶ້ນເລື້ອຍໆ.

ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ໄດ້ເລີ່ມການກໍ່ສ້າງມາແຕ່ວັນທີ 25 ທັນວາ 2016 ແລະ ຄາດວ່າຈະໃຫ້ສຳເລັດໃນເດືອນ ທັນວາ 2021. ໂຄງການດັ່ງກ່າວຜ່ານ 167 ບ້ານ, 13 ເມືອງ ໃນ 4 ແຂວງ ແລະ ນະຄອນຫຼວງວຽງຈັນ, ມີແຮງງານຕ່າງປະເທດເຮັດວຽກຢູ່ໃນໂຄງການດັ່ງກ່າວ 17,115 ຄົນ ແລະ ຄົນລາວ 4,032 ຄົນ.


ຂໍ້ມູນ : ເສດຖະກິດ-​ການ​ຄ້າ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.