Header Ads

ເຈົ້າໜ້າທີ່ບໍ່ແກ້ວກວດປ່າໄມ້ ກັກຂະບວນການລັກລອບສົ່ງອອກຊາກສັດປ່າ-ເຄື່ອງປ່າຂອງດົງຫວງຫ້າມ ຈໍານວນ 5 ຄັນລົດ



ອີງຕາມການລາຍງານຂອງ ທຶນອະນຸລັກສັດປ່າສາກົນປະຈຳລາວ (WWF-Laos) ໃນວັນທີ 12 ທັນວາ 2018 ວ່າໃນຕອນເຊົ້າ ເວລາ 4: 30ນາທີ  ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີມເຈົ້າໜ້າທີ່ຈາກກົມກວດກາປ່າໄມ້ ສົມທົບກັບ ກອງກວດກາປ່າໄມ້ ແຂວງບໍ່ແກ້ວ ໄດ້ລົງກວດຄົ້ນລົດຮຸນໄດຈໍານວນ 5 ຄັນ  ຄາດວ່າກໍາລັງມຸ້ງໜ້າໄປທີ່ດ່ານທ້ອງຖິ່ນແຫ່ງໜຶ່ງໃນເມືອງຫ້ວຍຊາຍ .  ເຈົ້າໜ້າທີ່ສາມາດຄົ້ນພົບການລັກລອບຂົນຊາກສັດປ່າຈໍານວນຫຼາຍ ແລະ ເຄື່ອງປ່າຂອງດົງທີ່ຫວງຫ້າມຫຼາຍຢ່າງ ເຊິ່ງຄາດວ່າກໍາລັງຈະສົ່ງອອກໄປຍັງປະເທດເພື່ອນບ້ານ. ຂໍ້ມູນເບື້ອງຕົ້ນ ຂອງກາງທັງໝົດປະກອບມີ ຊາກສັດປ່າ ຫຼາຍລາຍການ ຈົ້າໜ້າທີ່ໄດ້ຍຶດໄວ້ ພ້ອມກັກເອກະສານລົດໄວ້ ເພື່ອການສອບສວນ-ສືບສວນ ຕໍ່ໄປ.





ທີ່ມາ: WWF-Laos 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.