Header Ads

ເລັ່ງປະດັບຕົວເມືອງ ລະມາມ ແຂວງເຊກອງ ຕ້ອນຮັບວັນສຳຄັນຂອງຊາດ



ຂະນະນີ້ ເມືອງລະມາມ ກໍຄືແຂວງເຊກອງກຳລັງຂຸ້ຂ້ຽວວຽກງານທໍາຄວາມສະອາດໃນຕົວເມືອງ ແລະປະດັບປະດາເສັ້ນທາງກຽມຕ້ອນຮັບວັນສຳຄັນຂອງພັກ, ຂອງຊາດ ແລະຂອງແຂວງເຊກອງ, ທັງເປັນການເຮັດໃຫ້ຕົວເມືອງມີຄວາມສະອາດວສຍງາມ ແລະເປັນທີ່ປະທັບໃຈຂອງບັນດານັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມໃນແຕ່ລະວັນ.



ວັນທີ 30 ພະຈິກ 2018 ຢູ່ທີ່ສວນຫຼັກເມືອງ, ເມືອງລະມາມແຂວງເຊກອງໄດ້ຈັດພິທີເປີດຂະບວນການອະນາໄມຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ, ບັນດາທ່ານຮອງເຈົ້າແຂວງ, ເຈົ້າເມືອງໆລະມາມ, ຫົວໜ້າຫ້ອງວ່າການແຂວງ, ຫົວໜ້າພະແນກການ, ບໍລິສັດ-ລັດວິສາຫະກິດຕະຫຼອດຮອດພະນັກງານ ແລະປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ. ໂອກາດດດັ່ງກ່າວ ທ່ານ ຂັນຕີ ສີລະວົງສາ ເຈົ້າເມືອງໆລະມາມໃຫ້ສຳພາດວ່າ: ປີ 2018 ນີ້ ເປັນປີໜຶ່ງມີຄວາມໝາຍສຳຄັນທີ່ທົ່ວພັກ-ລັດຕະຫຼອດຮອດທົ່ວປວງຊົນລາວທັງຊາດ ກໍຄືປະຊາຊົນເມືອງລະມາມແຂວງເຊກອງກໍາລັງຂຸ້ນ ຂ້ຽວຫ້າງຫາກະກຽມສ້າງຜົນງານຂ່ຳນັບຮັບຕ້ອນວັນສຳຄັນທາງປະຫວັດສາດຂອງພັກ, ຂອງຊາດຄື: ວັນຊາດທີ 2 ທັນ ວາຄົບຮອບ 43 ປີ; ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ; ງານບຸນຊ່ວງເຮືອເມືອງລະມາມແຂວງເຊກອງປະຈໍາປີ 2018 ແລະວັນສຳຄັນອື່ນໆໃຫ້ເປັນຂະບວນການຟົດຟື້ນ ຊຶ່ງພາຍໃຕ້ການຊີ້ນຳໆພາຂອງພັກປະຊາຊົນປະຕິວັດລາວ, ເຮັດໃຫ້ເມືອງລະມາມ ກໍຄືແຂວງໄດ້ຮັບການພັດທະນາ ແລະປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.


ແນວໃດກໍດີ ເພື່ອໃຫ້ງານດັ່ງກ່າວມີຄວາມໝາຍຍິ່ງຂຶ້ນ, ທັງບັນລຸຜົນສຳເລັດຄະນະພັກ-ອົງການປົກຄອງເມືອງ ລວມທັງພະນັກງານ, ທະຫານ-ຕຳຫຼວດ ແລະປະຊາຊົນບັນດາເຜົ່າເລັ່ງທຳຄວາມສະອາດເສັ້ນທາງໃນຕົວເມືອງ ທັງນີ້ໄດ້ເນັ້ນໃສ່ເສັ້ນທາງສຳຄັນຄື: ເສັ້ນທາງ 16 ນອກແມ່ນແຕ່ 3 ແຍກຫຼັກເມືອງ-3 ແຍກເດີ່ນກີລາໃນຮົ່ມ; ເສັ້ນທາງເລກທີ 16 ໃນແມ່ນແຕ່ 3 ແຍກຫຼັກເມືອງ-ຂົວຫ້ວຍເຫີບ ແລະເສັ້ນທາງອື່ນໆທີ່ສຳຄັນ ເພື່ອໃຫ້ມີຄວາມຈົບງາມ ແລະສ້າງຄວາມຈັບອົກຈັບໃຈແກ່ມວນຊົນ ແລະແຂກຕ່າງປະເທດທີ່ເຂົ້າມາທ່ຽວໃນໄລຍະດັ່ງກ່າວ.



ທ່ານເຈົ້າເມືອງໆລະມາມໃຫ້ຮູ້ຕື່ມອີກວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາຄົບຮອບ 43 ປີ; ງານບຸນຊ່ວງເຮືອເມືອງລະມາມແຂວງເຊກອງປະຈຳປີ 2018 ແລະວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ນອກຈາກການອອກແຮງງານອະນາໄມແລ້ວ ທາງເມືອງຍັງຈະໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງ ໂດຍສະເພາະແມ່ນລັດວິສາຫະກິດໄຟຟ້າລາວເປັນຕົ້ນແມ່ນດອກໄຟເຍືອງທາງ ແລະອື່ນໆຊຶ່ງໃຫ້ມີການປັບປຸງສ້ອມແປງປ່ຽນຖ່າຍຈຸດເປ່ເພ ເພື່ອຮັບປະກັນບໍ່ໃຫ້ເກີດມີບັນຫາໄຟຟ້າຂັດຂ້ອງ ເພາະເນື່ອງຈາກວ່າໃນຊ່ວງງານສະເຫຼີມສະຫຼອງດັ່ງກ່າວນີ້ ການຊົມໃຊ້ໄຟຟ້າຈະມີປະລິມານເພີ່ມຂຶ້ນຢ່າງແນ່ນອນ.


ພາບ-ຂ່າວ : ສັນຍາ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.