Header Ads

ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ



ໃນຕອນບ່າຍວັນທີ 13 ທັນວາ 2018, ທີ່ທຳນຽບປະທານປະເທດ, ພະນະທ່ານ ບຸນຍັງວໍລະຈິດ, ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທ, ພ້ອມດ້ວຍຄະນະ ໃນໂອກາດ ເດີນທາງມາຢ້ຽມຢາມເຮັດວຽກ ແລະເຂົ້າຮ່ວມກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( Joint Cabinet Retreat-JCR ) ຄັ້ງທີ 3, ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-14 ທັນວາ 2018, ທີ່ ນະຄອນຫຼວງວຽງຈັນ.



ໃນໂອກາດນີ້, ພະນະທ່ານ ບຸນຍັງ ວໍລະຈິດ, ປະທານ ປະເທດ ແຫ່ງ ສປປ ລາວ, ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະຕີລາຄາສູງຕໍ່ການຢ້ຽມຢາມລາວ ຂອງພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທ, ພ້ອມດ້ວຍຄະນະ, ເຊິ່ງເປັນການປະກອບສ່ວນເຂົ້າໃນການຮັດແໜ້ນ ແລະເສີມຂະຫຍາຍສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີ ຖານບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ລາວ ແລະໄທ ເປັນປະເທດເພື່ອນບ້ານ ໃກ້ຄຽງ ທີ່ມີຊາຍແດນຕິດຈອດກັນທັງທາງບົກ, ທາງນ້ຳ ແລະທາງອາກາດ, ມີຄວາມຜູກພັນທາງດ້ານປະຫວັດສາດ, ວັດທະນະທຳ ຮີດຄອງປະເພນີ ແລະພາສາປາກເວົ້າ ທີ່ຄ້າຍຄືກັນ ອັນນີ້ຖືວ່າເປັນສິ່ງທີ່ພິເສດທີ່ສຸດ, ປະຊາຊົນສອງປະເທດ ມີການໄປມາຫາສູ່ກັນ ແລະດຳລົງຊີວິດຢູ່ຮ່ວມກັນດ້ວຍຄວາມສາມັກຄີ ແລະເພິ່ງພາອາໃສເຊິ່ງກັນແລະກັນ, ຄວາມຄ້າຍຄືກັນຂອງສອງປະເທດ ບໍ່ສາມາດຕັດແຍກອອກຈາກກັນໄດ້. 



ນອກຈາກນີ້, ພະນະທ່ານ ບຸນຍັງວໍລະຈິດ, ປະທານ ປະເທດ ແຫ່ງ ສປປ ລາວ, ຍັງໄດ້ສະແດງຄວາມຊົມເຊີຍ ທີ່ສອງປະເທດ ໄດ້ມີການແລກ ປ່ຽນການຢ້ຽມຢາມເຊິ່ງກັນແລະກັນ ຢ່າງເປັນປົກກະຕິ ນັບແຕ່ສູນກາງ ລົງຮອດທ້ອງຖິ່ນ, ໃນຊຸມປີຕໍ່ໜ້າ ໃຫ້ມີການສຶບຕໍ່ຊຸກຍູ້ເສີມຂະຫຍາຍການໄປມາຫາສູ່ໃນຫຼາຍຂົງເຂດຕື່ມອີກ. ພ້ອມກັນນັ້ນ, ພະນະທ່ານປະທານປະເທດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄະນະກຳມາທິການຊາຍແດນຮ່ວມ ແລະຄະນະເຈົ້າໜ້າທີ່ອາວຸໂສຂອງສອງຝ່າຍ ແລະມີຄວາມພະຍາຍາມຊອກຫາວິທີທາງແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງຮ່ວມກັນ ໂດຍມີຄວາມຄືບໜ້າຕາມລຳດັບໃນການດຳເນີນການສຳຫຼວດ ແລະປັກຫຼັກໝາຍຊາຍແດນຮ່ວມກັນ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ. ດັ່ງນັ້ນ, ຈຶ່ງຊຸກຍູ້ໃຫ້ໜ່ວຍງານທີ່ກ່ຽວຂ້ອງຂອງສອງຝ່າຍ ເພີ່ມທະວີການແກ້ໄຂບັນຫາຊາຍແດນໃຫ້ສຳເລັດຕາມເປົ້າໝາຍ ທີ່ທັງສອງຝ່າຍໄດ້ຕົກລົງຮ່ວມກັນ ຄື: ຊາຍແດນທາງບົກ ໃຫ້ສຳເລັດໃນປີ 2020 ແລະຊາຍແດນທາງນ້ຳ ໃຫ້ສຳເລັດໃນປີ 2021.



ພ້ອມດຽວກັນນັ້ນ, ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈມາຍັງລັດຖະບານໄທ ໂດຍສະເພາະໃນການພັດທະນາພື້ນຖານໂຄງລ່າງ ໃນໄລຍະທີ່ຜ່ານມາ ແລະຊຸກຍູ້ໃຫ້ລັດຖະບານໄທ ສຶບຕໍ່ຊ່ວຍເຫຼືອ ແລະສະໜັບສະໜູນການພັດທະນາພື້ນຖານໂຄງລ່າງຂອງ ສປປ ລາວ ເປັນຕົ້ນແມ່ນບັນດາເສັ້ນທາງ, ຂົວຂ້າມນ້ຳຂອງ ແລະໂຄງການ ອື່ນໆ ເພື່ອໃຫ້ມີການຈັດຕັ້ງປະຕິບັດໂດຍໄວ; ເຊິ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການເຊື່ອມໂຍງເຊື່ອມຈອດ ລະຫວ່າງ ລາວ-ໄທ ແລະພາຍໃນອະນຸພາກພື້ນໃຫ້ມີຄວາມສະດວກຍິ່ງຂຶ້ນ. ພ້ອມນີ້, ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ຍັງໄດ້ສະແດງຄວາມຂອບໃຈ ໄປຍັງສົມເດັດພະເຈົ້າມະຫາຊີວິດ ແລະພະບໍລົມວົງສານຸວົງທຸກພະອົງ, ລັດຖະບານ ແລະປະຊາຊົນໄທ ທຸກຖ້ວນໜ້າ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ, ໂດຍສະເພາະແມ່ນການຊ່ວຍເຫຼືອ ປະຊາຊົນຜູ້ປະສົບໄພພິບັດທີ່ເມືອງສະໜາມໄຊ, ແຂວງອັດຕະປື ໃນເດືອນກໍລະກົດ 2018 ທີ່ຜ່ານມາ ແລະ ສປປ ລາວ ພ້ອມທີ່ຈະໃຫ້ການສະໜັບສະໜູນແລະໃຫ້ການຮ່ວມມື ເພື່ອເຮັດໃຫ້ການເປັນປະທານໝູນວຽນອາຊຽນ ຂອງໄທ ໃນປີ 2019 ໄດ້ຮັບຜົນສຳເລັດຢ່າງຈົບງາມ.
ໃນຕອນທ້າຍ, ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ຍັງໄດ້ອວຍພອນໃຫ້ການຢ້ຽມຢາມ ແລະເຮັດວຽກ ແລະເຂົ້າຮ່ວມກອງປະຊຸມຮ່ວມ ນາຍົກລັດຖະມົນຕີ ແລະລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ ( Joint Cabinet Retreat-JCR ) ຄັ້ງທີ 3 ທີ່ສປປ ລາວ ໃນຄັ້ງນີ້ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.

ໃນໂອກາດດຽວກັນ, ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກໄທ, ກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ຂອງພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ, ໃນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງ ລັດ ແລະປະຊາຊົນສອງຊາດລາວ-ໄທ ໃນໄລຍະຜ່ານມາ, ທີ່ໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນ ແລະສຶບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.


ພາບ ແລະ ຂ່າວ:  Lao National Radio 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.