Header Ads

ແຂວງ ຫົວພັນ ກຽມສ້າງເມືອງ ວຽງໄຊ ຖານທີ່ໝັ້ນຂອງການປະຕິວັດ ເປັນເມືອງທ່ອງທ່ຽວສະອາດຂອງອາຊຽນ



ກະຊວງ ຖະແຫລງຂ່າວວັດທະນະທຳ ແລະທ່ອງທ່ຽວ ກຽມສ້າງເມືອງ ວຽງໄຊ, ແຂວງ ຫົວພັນ ຖານທີ່ໝັ້ນຂອງການປະຕິວັດລາວ ໃຫ້ ກາຍເປັນເມືອງທ່ອງທ່ຽວສະອາດຂອງອາຊຽນ ແນໃສດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງ ທ່ຽວ ເມືອງ ວຽງໄຊ ນັບມື້ຫລາຍຂຶ້ນກ່ວາເກົ່າ.



ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ສໍາ ພາດວ່າ: ວຽງໄຊ ເປັນເມືອງໜຶ່ງທີ່ຍັງບໍ່ທັນໄດ້ຮັບຜົນກະທົບຈາກສິ່ງແວດລ້ອມຫລາຍ ຈິ່ງເໝາະສົມກັບການສ້າງເປັນ ເມືອງທ່ອງທ່ຽວສະອາດຂອງອາຊຽນຕາມມາດຕະຖານອາຊຽນທີ່ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ໄດ້ໄປໂຄສະນາຢູ່ຕ່າງປະເທດ. ປັດຈຸບັນໄດ້ວາງແຜນຈັດຕັ້ງປະຕິບັດແລ້ວ ຄາດວ່າໃນເດືອນ ມັງກອນປີ 2019 ຈະເລີ່ມໄປໂຄສະນາເຜີຍແຜ່ ແລະ ປຸກຈິດສຳນຶກໃຫ້ປະຊາຊົນຊາວເມືອງ ວຽງໄຊ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບມາດ ຕະຖານການສ້າງເປັນເມືອງທ່ອງທ່ຽວສະອາດອາຊຽນ ແລະ ໃຫ້ການຮ່ວມຈັດຕັ້ງປະຕິບັດໃນວຽກງານນີ້. ປັດຈຸບັນ ລາວເຮົາມີພຽງເມືອງຫລວງພະບາງ (ນະຄອນຫລວງພະບາງ) ທີ່ໄດ້ຖືກຮັບຮອງໃຫ້ເປັນເມືອງທ່ອງທ່ຽວສະອາດຂອງ ອາຊຽນ.

ເມືອງ ວຽງໄຊ ຕັ້ງຢູ່ທາງທິດຕາເວັນອອກຂອງ ແຂວງຫົວພັນ, ຫ່າງຈາກເທດສະບານແຂວງ 28 ກິໂລແມັດ, ມີເນື້ອທີ່ທັງໝົດ 1.624 ກິໂລຕາແມັດ, ມີພົນລະເມືອງທັງໝົດ 32.697 ຄົນ, ຍິງ 15.988 ຄົນ, ມີ 5 ເຜົ່າ ທີ່ດໍາລົງຊີ ວິດຢູ່ຮ່ວມກັນຄື: ເຜົ່າລາວ, ໄຕ, ມົ້ງ, ກຶມມຸ ແລະ ອີວມຽນ.



ວຽງໄຊ ແຕ່ກ່ອນມີຊື່ວ່າ ທົ່ງນາໄກ່ ເປັນເຂດທີ່ມີພູຜາປ່າດົງຕຶບໜາ, ມີສັດສາວາສິ່ງນາໆຊະນິດ ແລະ ເປັນທີ່ ຢູ່ອາໄສຂອງໄກ່ປ່າເປັນຈຳນວນຫຼວງຫຼາຍ. ເປັນເຂດມີພູຫີນປູນສະລັບຊັບຊ້ອນກັນຫຼາຍໜ່ວຍແຕ່ເໜືອ ເຖິງໃຕ້ ເຊິ່ງບັນດາພູຫີນປູນດັ່ງກ່າວລ້ວນແຕ່ມີຖໍ້າທຳມະຊາດໃຫຍ່-ນ້ອຍຫຼາຍຖໍ້າ, ເປັນເມືອງຍ່າງທ່ຽວຊົມໄດ້ ແລະ ເປັນ ເມືອງ ສີຂຽວສະອາດງາມຕາ, ມີຫລາຍແຫຼ່ງທ່ອງທ່ຽວທີ່ສຳຄັນ ເປັນຕົ້ນ: ບັນດາຖໍ້າທ່ານຜູ້ນຳ, ນໍ້ຕົກຕາດນໍ້ານົ່ວ ແລະ ອື່ນຯ

ວຽງໄຊ ເປັນເມືອງທີ່ມີປະຫວັດຄວາມເປັນມາຕິດພັນກັບມູນເຊື້ອຂອງການປະຕິວັດລາວ, ເມືອງ ວຽງໄຊ ໄດ້ກໍານົດເອົາ 5 ທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງຄື: ການປູກເຂົ້າໃສ່ນາ, ການປູກໄມ້ອຸດສາ ຫະກຳ-ໄມ້ປ່ອງ, ການລ້ຽງສັດໃຫຍ່ - ລ້ຽງປາໃສ່ນາ, ຫັດຖະກຳຈັກສານ ແລະ ບໍລິການທ່າງຜ່ານ - ການທ່ອງທ່ຽວ. ປະຈຸບັນອັດຕາການເພີ່ມຂື້ນຂອງເສດຖະກິດປະມານ 11 %, ລວມຍອດຜະລິດ ຕະພັນພາຍໃນ (GDP) ບັນລຸໄດ້ 133,73 ຕື້ ກີບ, ສະເລ່ຍໃສ່ຫົວຄົນໄດ້ປະມານ 4.700.000 ກີບ/ຄົນ/ປີ. 

ໃນວັນທີ 30 ພະຈິກ 2018 ຜ່ານມານີ້ ພັກ ແລະ ລັດຖະບານ ໄດ້ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງ ເມືອງ ວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ຢ່າງຍິ່ງໃຫຍ່ທີ່ສະຫນາມຫລວງຂອງເມືອງ.


ໂດຍ: ບຸນຕຽງ ຈັນທະວົງ (ວສລ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.