Header Ads

ຂໍເຊີນພຸດທະສາສະນິກະຊົນຮ່ວມຍົກຍອດຊໍ່ຟ້າວັດບ້ານທ່າອຸ້ຍ ກຸ່ມກອກຫວານ ນະຄອນ-ຫຼວງພະບາງ




ວັນທີ 1 ທັນວາ 2018 ທີບ້ານທ່າອຸ້ຍ ກຸ່ມກອກຫວານ ນະຄອນຫຼວງພະບາງ ອັດຕະມາພາບ ສາທຸ ກູດ ພຸດທະສາໂຣ ສາທຸ ສີອາລຸນ ອາຣຸໂນ ພ້ອມດ້ວຍພະສົງສໍາມະເນນ,ການຈັດຕັ້ງບ້ານ,ເຖົ້າແກ່ແນວໂຮມບ້ານ ແລະ ປະຊາຊົນ ໄດ້ມີສັດທາສ້າງກຸດຕິຂື້ນ 1 ຫຼັງ,ກວ້າງ 8 ແມັດ,ຍາວ 15 ແມັດ,ເຊິ່ງເລີ່ມແຕ່ວັນທີ 10 ພະຈິກ 2012.ມາຮອດປະຈຸບັນແມ່ນໄດ້ສໍາເລັດແລ້ວ 70%.ດັ່ງນັ້ນ ອັດຕະມາພາບ ພ້ອມດ້ວຍພະສົງ,ການຈັດຕັ້ງເຖົ້າແກ່ແນວໂຮມບ້ານ ຈິ່ງຂໍເຊີນຊວນ ຊາວພຸດທະບໍລິສັດໃຈບຸນທັງຫຼາຍ ເປັນເຈົ້າສັດທາຮ່ວມອານຸໂມທະນາທານທໍາບຸນຄັ້ງນີ້ ແລະ ເຂົ້າຮ່ວມເພື່ອສະຫຼອງກຸດຕິໃໝ່ ແລະ ຂົວຂ້າມນໍ້າໄປຫາບ້ານ ເພື່ອຕໍ່ຍອດການສ້າງຂົວໃຫ້ສໍາເລັດ 100%.




ສໍາລັບການຍົກຍອດຊໍ່ຟ້າຂື້ນແປກຸດຕິນັ້ນ ໃນວັນທີ 30 ພະຈິກ 2018 ກົງກັບວັນສຸກ ເປັນມື້ຫ້າງຫາກະກຽມເຄື່ອງທານ ຕັ້ງກອງຜ້າປ່າສາມັກຄີບ້ານ 2 ກອງ ເພື່ອສົມທົບທືນການສ້າງຂົວໃຫ້ສໍາເລັດ ແລະ ຕອນຄໍາມີການຄົບງັນຕາມປະເພນີ ແລະ ວັນທີ 1 ທັນວາ 2018 ກົງກັບວັນເສົາ ເວລາ 8.30 ຍົກຍອດຊໍ່ຟ້າຂື້ນແປກຸດຕິ 7 ຍອດ,ພ້ອມທັງສູດປະລິຕະມຸງຄຸນ ແລະ ຟັງຄໍາເທດສະໜາສະຫຼອງກຸດຕິ,ສະຫຼອງຍອດຊໍ່ຟ້າ,ສະຫຼອງຂົວ ແລະ ກອງຜ້າປ່າທະຫວາຍຂອງທານຕ່າງໆ,ຕອນສວາຍ ແຈກພັດຕະຫານແດ່ພະພິຂຸສົງ,ຫຼັງຈາກນັ້ນເຊີນຊາວພຸດທະບໍລິສັດທັງຫຼາຍຮ່ວມຮັບປະທານອາຫານທ່ຽງ ເປັນອັນວ່າຈົບພິທີ.



ຂ່າວ: ເພັດສາຄອນ ສິມມະວົງ (ຂ່າວສານຫຼວງພະບາງ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.