Header Ads

ຮູບເງົາເລື່ອງ “ບັງເອີນຮັກ ຂ້ອຍຮັກເຈົ້າ” ຈັດພິທີບວງສວງເປີດກ້ອງຖ່າຍທໍາ



ເປັນອີກຮູບເງົາໜື່ງເລື່ອງທີ່ໜ້າສົນໃຈ ແລະ ຕິດຕາມກັບ ຮູບເງົາເລື່ອງ “ບັງເອີນຮັກ ຂ້ອຍຮັກເຈົ້າ” ໂດຍເປັນການຮ່ວມມືກັນລະຫວ່າງ ລາວ-ໄທ   ເຊິ່ງຮູບເງົາເລື່ອງນີ້ໄດ້ນັກສະແດງທີ່ເຕັມໄປດ້ວຍຄວາມສາມາດ ແລະ ມີຊື່ສຽງຢ່າງ ທິດາລັດ ວົງສິລິ (ລູກນໍ້າ) ນາງສາວລາວ ປະຈໍາປີ 2011 ຮັບບົດເປັນນາງເອກຂອງເລື່ອງ ພ້ອມດ້ວຍນັກສະແດງສົມທົບຈາກຝັ່ງໄທ ບໍ່ວ່າຈະເປັນ ໜຸ່ມ ສົນ ເດິສະຕາ, ແຄນດີ້ ຣາກແກ່ນ ແລະ ໂຈອີ້ ການ່າ.​

ນອກນີ້, ບເງົາເລື່ອງ “ບັງເອີນຮັກ ຂ້ອຍຮັກເຈົ້າ” ຍັງມີນັກສະແດງສົມທົບທີ່ຄຸ້ນເຄີຍໜ້າຕື່ມອິກເຊັນ: ນາງ ສຸນິຕາ ໄຊຊະນະ (ບາບີ້) Miss Tourism Laos 2018, ນາງ ຮັນນາ ເຣເຊັນບູມ, ທ້າວ ເຕົາ ຈັນທະວົງ, ທ້າວ ພັນນໍລິນ ພິຈິດ (Mark) ໃນສັງກັດຂອງ ຍິ້ມ ຫານຊະນະ, ທ້າວ ວົງວິຈິດ ພັນດານຸວົງ (ສະຕິກເກີ້), ນາງ ສິລິຍາກອນ ສົມມະນີວົງ (ຟີຟ້າ) ແລະ ນັກສະແດງສົມມທົບອື່ນໆອີກຫຼາຍຄົນ.





ຮູບເງົາເລື່ອງ “ບັງເອີນຮັກ ຂ້ອຍຮັກເຈົ້າ” ເປັນເລື່ອງຂອງຊາຍໜຸ່ມຄົນໜຶ່ງ ທີ່ອາໄສຢູ່ໃນເມືອງຫຼວງ ທີ່ພົບທີ່ຄວາມວຸ້ນວາຍ ຈົນມື້ໜຶ່ງໄດ້ພົບຈຸດປ່ຽນ ໂດຍສະເພາະເລື່ອງຂອງຄວາມຮັກ ເມື່ອຄົນຮັກຂອງລາວທີ່ຄົບກັນມາດົນນານ ວັນໜຶ່ງມາຖິ້ມລາວໄປແບບບໍ່ເຫຼືອເຍື້ອໃຍໃດໆ ແລ້ວຈຶ່ງໄດ້ມາພົບກັບ “ລູກນໍ້າ” ນາງເອກຂອງເລື່ອງ ໃນບົດ ລູກນໍ້າ ເປັນນັກຂຽນຊາວລາວ ຢັ້ງຢືນໂດຍລາງວັນນັກຂຽນດີເດັ່ນ. ຈາກຈຸດເລີ່ມຕົ້ນທີ່ບໍ່ຄ່ອຍຈະຖືກກັນປານໃດ ແຕ່ສຸດທ້າຍເມື່ອໄດ້ໃກ້ຊິດກັນຫຼາຍ ຈຶ່ງເຮັດໃຫ້ກາຍເປັນຄວາມຮັກ ແຕ່ກໍມີເຫດການທີ່ບໍ່ຄາດຄິດເກີດຂຶ້ນ ເມື່ອຄົນຮັກຂອງ ລູກນໍ້າ ໄດ້ມາຊອກຫາ ເພື່ອທີ່ຈະພາລາວກັບບ້ານ.  




ສໍາລັບ ຮູບເງົາເລື່ອງ “ບັງເອີນຮັກ ຂ້ອຍຮັກເຈົ້າ” ມີແຜນຈະເຂົ້າສາຍໃນຮງໜັງໃນແຟນໆທີ່ລໍຄອຍຮັບຊົມພ້ອມກັນທົ່ວປະເທດ ໃນທ້າຍເດືອນ ເມສາ 2019 ນີ້.





© ໂຕະນໍ້າຊາ | tonamcha.com
___________

Powered by Blogger.