Header Ads

ສຶກສາອົບຮົມເຈົ້າຂອງຮ້ານກິນດື່ມ ແລະ ສາວບໍລິການ




ໃນອາທິດທີ່ຜ່ານມາ, ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກເຈົ້າຂອງຮ້ານກິນດື່ມທີ່ລັກລອບເປີດຮ້ານຂາຍໂສເພນີໃນເທດສະບານເມືອງປາກຊັນ ແຂວງບໍລິຄໍາໄຊ ຈໍານວນ 5 ຮ້ານ ພ້ອມສາວບໍລິການ (ໂສເພນີ) 20 ຄົນ ລວມທັງໝົດ 25 ຄົນ ເພື່ອປ້ອງກັນບໍ່ໃຫ້ໄປກະທໍາຜິດອີກ ແລະ ໃຫ້ຜູ້ປະກອບການຢຸດເຊົາການເຄື່ອນໄຫວທຸກຮູບແບບທີ່ກ່ຽວຂ້ອງກັບການຄ້າໂສເພນີຂອງຕົນຢູ່ໃນຮ້ານ ພ້ອມກັບສົ່ງຕົວສາວບໍລິການກັບຄືນຄອບຄົວ ເພື່ອໄປປະກອບອາຊີບທີ່ຖືກຕ້ອງຕາມລະບຽບກົດໝາຍ.




ພັທ ລາຕີ ພິລາວົງ, ຮອງຫົວໜ້າບັນຊາການ ປກສ ເມືອງປາກຊັນ ໃຫ້ຮູ້ວ່າ: ເຈົ້າຂອງຮ້ານທັງ 5 ຄົນ ມີເຈຕະນາລັກລອບເປີດຮ້ານກິນດື່ມ ເພື່ອຂາຍເຄື່ອງດື່ມມຶນເມົາ ແລະ ມີບ່ອນໃຫ້ບໍລິການທາງເພດ ຫຼື ໂສເພນີ ເຊິ່ງເປັນການເຮັດຜິດກົດໝາຍ, ເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ. ພ້ອມນັ້ນ, ທ່ານ ໄດ້ຍົກໃຫ້ເຫັນເຖິງລະບຽບກົດໝາຍໃນມາດຕາທີ 132 ຫາກບຸກຄົນໃດຫາລາຍໄດ້ຈາກການຄ້າໂສເພນີໃນຮູບແບບໃດກໍຕາມ ຈະຖືກລົງໂທດຕັດອິດສະຫຼະພາບ 6 ເດືອນ ຫາ 3 ປີ ພ້ອມທັງປັບໃໝ 5-10 ລ້ານກີບ, ໃນກໍລະນີທີ່ຜູ້ກະທໍາຜິດທີ່ເຮັດອາຊີບການຄ້າໂສເພນີ ແລະ ຜູ້ຍິງທີ່ຍັງບໍ່ເຖິງອາຍຸ ຫຼື ຖືກບັງຄັບໃຫ້ເປັນໂສເພນີ ຈະຖືກລົງໂທດຕັດອິດສະຫຼະພາບ 3-5 ປີ ພ້ອມປັບໃໝ່ 10-50 ລ້ານກີບ.



ທີ່ມາ: ລາວໂພສ | VDO :  ໂທລະພາບ ປ້ອງກັນຄວາມສະຫງົບ 
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.