Header Ads

ອາດີດປະທານປະເທດ ໃຫ້ທິດຊີ້ນຳ ພະນັກງານຫລັກແຫລ່ງແຂວງຄຳມ່ວນ



ໃນວັນທີ 18 ທັນວາ 2018 ຜ່ານມານີ້, ທ່ານ ຄຳໄຕ ສີພັນດອນ ອາດີດປະທານພັກ, ອາດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ໃຫ້ທິດຊີ້ນຳຕໍ່ຄະນະພັກ, ອຳນາດການ ປົກຄອງແຂວງຄຳມ່ວນ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ສຳຄັນໃນຂົງເຂດວຽກງານ ປກຊ-ປກສ ໃຫ້ແຂງແຮງກວ່າເກົ່າ, ສຸມໃສ່ ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນເປັນຕົ້ນ ບັນຫາຢາເສບຕິດ, ຂີ້ລັກ, ງັດແງະ ແລະ ອຸບັດເຫດ ເພື່ອສ້າງຄວາມ ເຊື່ອໝັ້ນ ແລະ ໄວ້ວາງໃຈໃນການດຳລົງຊີວິດຂອງປະຊາຊົນ ໄປພ້ອມໆກັບການວາງແຜນການຜະລິດເຂົ້ານາແຊງ, ປູກພືດລະດູແລ້ງໃຫ້ຫລາຍຂຶ້ນ ເພື່ອທົດແທນຜົນເສຍຫາຍ ໂດຍສະເພາະ ບັນດາປັດໃຈການຜະລິດ, ຊົນລະປະທານ, ແນວພັນຕ່າງໆ ແລະ ພ້ອມກັນກະກຽມກອງປະຊຸມ 3 ຂັ້ນໃຫ້ມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍ.



ໂອກາດດຽວກັນ, ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ ກໍໄດ້ລາຍງານສະພາບການພັດ ທະນາເສດຖະກິດໂດຍລວມຂອງແຂວງ ເປັນຕົ້ນ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ດ້ານການລົງທຶນຂອງລັດ ໃນປີ 2018 ມີຈຳນວນໂຄງການ ທີ່ສະພາຮັບຮອງທັງໝົດ 310 ໂຄງການ ແລະ ໃນ 9 ເດືອນທີ່ຜ່ານມາສາມາດຈັດຕັ້ງປະຕິບັດໄດ້ 128 ໂຄງການ, ດ້ານການເກັບລາຍຮັບເຂົ້າງົບປະມານ ມີແຜນການເກັບລາຍຮັບທັງພູດຂອງສູນກາງ ແລະ ທ້ອງຖິ່ນ 689 ຕື້ກວ່າກີບ. ມາຮອດກາງເດືອນທັນວາ 2018 ສາມາດປະຕິບັດໄດ້ 630 ຕື້ກີບ ເທົ່າກັບ 91,45% ຂອງແຜນການ.



ສ່ວນດ້ານກະສິກຳ ແຂວງຄຳມ່ວນ ກໍແມ່ນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຊິ່ງໃນລະດູຝົນຜ່ານມາ ມີເນື້ອທີ່ນາຖືກຖ້ວມ 72 ພັນເຮັກຕາ, ໃນນີ້ເສຍຫາຍ 26 ພັນເຮັກຕາ ແລະ ເພື່ອທົດແທນຜົນເສຍຫາຍດັ່ງກ່າວ ທາງແຂວງໄດ້ສູ້ຊົນຜະລິດນາແຊງໃນເນື້ອທີ 10 ພັນເຮັກຕາ, ໄປພ້ອມໆກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຕິດພັນກັບການນຳພາແກ້ໄຂຄວາມທຸກຍາກຂອງປະຊາຊົນ. ປັດຈຸບັນໄດ້ສ້າງ ແລະ ປະກາດຄອບຄົວພັດທະນາໄດ້ແລ້ວ 71.310 ຄອບຄົວ ເທົ່າກັບ 91,3%, ຈຳນວນຄອບຄົວທຸກຍາກຍັງເຫລືອ 638 ຄອບຄົວ ເທົ່າກັບ 0,84%, ບ້ານທຸກຍາກຍັງ 10 ບ້ານ ເທົ່າກັບ 1,44% ລວມເຖິງວຽກງານອື່ນໆ ກໍໄດ້ຮັບການຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.



ທີ່ມາ: ຂປລ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.