Header Ads

ການນຳຂັ້ນສູງຂອງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ



ໃນ​ໂອ​ກາດ​ເດີນ​ທາງ​ມາ​ຢ້ຽມ​ຢາມ ສປປ ລາວ ຢ່າງເປັນທາງ​ການແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5 ຂອງ ສະຫາຍ ຟ້າມ​ ບິ່ງ ​ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໃນລະຫວ່າງວັນທີ 18-19 ທັນວາ 2018, ສະຫາຍ ຟ້າມ ​ບິ່ງ ​ມິງ ແລະຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ,ທີ່ ທຳນຽບປະທານປະເທດ, ໃນວັນທີ19ທັນວາ 2018.



ໃນໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະ​ແດງ​ຄວາມຍິນດີຕ້ອນຮັບອັນອົບອຸ່ນແລະ ຝາກຄວາມຢື້ຢາມຖາມຂ່າວ ໄປຍັງ ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ບັນດາສະຫາຍການນຳຫວຽດນາມ, ພ້ອມທັງໄດ້ຕີ​ລາ​ຄາ​ສູງຕໍ່ການ​ເດີນ​ທາງ​ມາຢ້ຽມ​ຢາມ ສປປ ລາວ ຢ່າງເປັນທາງການແລະເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 5, ເຊິ່ງເຫັນວ່າເປັນກົນໄກການຮ່ວມມືທີ່ສໍາຄັນ ລະຫວ່າງ ສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ເພື່ອເປັນການປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ກໍຄືຕີລາສະພາບການໃນພາກພື້ນ ແລະ ສາກົນ ຢ່າງທັນການ, ທັງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດ​ນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ສະຫາຍປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວມເຊື່ອໝັ້ນວ່າ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ແລະ ຮ່ວມກັບ ສອງຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສອງຄະນະກຳມະການຮ່ວມມື ເພື່ອເຮັດໃຫ້ກອງປະຊຸມ ສອງກົມການເມືອງ ແລະ ກອງປະຊຸມຄັ້ງທີ 41 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຕົ້ນປີ 2019 ທີ່ ນະຄອນຫຼວງຮ່າໂນ້ຍ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ. ໃນໂອກາດດັ່ງກ່າວ, ສະຫາຍປະທານປະເທດ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ຕໍ່​ການ​ຊ່ວ​ຍ​ເຫຼືອ​ອັນ​ລ້ຳ​ຄ່າ ແລະທັນ​ການຕະຫຼອດ​ມາ ໂດຍ​ສະ​ເພາະເຫດການໄພພິບັດ ຢູ່ ເມືອງສະໜາມໄຊ ແຂວງອັດຕະປື ທີ່ຜ່ານມາ, ເຊິ່ງສະແດງເຖິງຄວາມຮັກແພງສາມັກຄີ, ເປັນຫວ່ງເປັນໃຍຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ປະຊາຊົນລາວ ໂດຍສະເພາະ ຜູ້ຖືກກະທົບຈາກໄພພິບັດທາງທໍາມະຊາດ.



ໃນໂອກາດດຽວກັນ,ສະຫາຍ ຟ້າມ ​ບິ່ງ ​ມິງ ກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ,ພ້ອມທັງຢືນຢັນຈະສືບຕໍ່ໃຫ້ການຮ່ວມມືກັບ ສປປ ລາວກໍຄືການຮ່ວມມືຂອງສອງກະຊວງການຕ່າງປະເທດທີ່ມີໜ້າທີ່ໂດຍກົງໃນການຊຸກຍູ້ໃຫ້ແກ່ການຈັດຕັ້ງປະຕິບັດການຕົກລົງຂອງການນຳສອງປະເທດທີ່ໄດ້ຕົກລົງຮ່ວມກັນ ໃຫ້ໄດ້ຮັບການເສີມຂະຫຍາຍຢ່າງແໜ້ນແຟ້ນຍິ່ງໆຂຶ້ນ.

ໃນວັນດຽວກັນ, ສະຫາຍ ຟ້າມ ​ບິ່ງ ​ມິງ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ສຳນັກງານນາຍົກລັດຖະມົນຕີ ແລະ ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ປານີ ຢ່າທໍຕູ້, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ ສະພາແຫ່ງຊາດ ອີກດ້ວຍ.


ພາບ ແລະ ຂ່າວ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.