ປະທານປະເທດ ຮຽກຮ້ອງຜູ້ຊົງຄຸນວຸດທິ ເປັນແບບຢ່າງນຳໜ້າ ເຕົ້າໂຮມຄວາມສາມັກຄີ
ກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດ ຄັ້ງທີ 3 ຈັດຂຶ້ນວັນທີ 13 ທັນວາ 2018 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ມີພະເຖລານຸເຖລະ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ບັນດາການນຳພັກ-ລັດ ອະດີດການນຳພັກ-ລັດຂັ້ນສູງ ແນວລາວສ້າງຊາດຂັ້ນສູນກາງ ແລະ ທ້ອງຖິ່ນທົ່ວປະເທດ ຜູ້ຕາງໜ້າເຊື້ອຊາດລາວຈາກ 11 ປະເທດເຂົ້າຮ່ວມ.
ກອງປະຊຸມໄດ້ຕີລາຄາບັນຫາທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ຂອງການຈັດຕັ້ງປະຕິບັດຜົນກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາຊົນເຜົ່າທົ່ວປະເທດ ຄັ້ງທີ 2 ປີ 2015 ເຫັນວ່າມີຫຼາຍບັນຫາທີ່ຈະຕ້ອງໄດ້ມີການປັບປຸງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກອງປະຊຸມຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍມີບາງບັນຫາ ແລະ ທິດທາງໜ້າທີ່ຈຸດສຸມ ແລະ ມາດຕະການປະຕິບັດ ເປັນຕົ້ນ ການຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ ໃນການກໍ່ສ້າງຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ ຊັ້ນຄົນ ເພດ-ໄວ ນັກຮຽນຮູ້ ປັນຍາຊົນ ນັກທຸລະກິດ ກຳມະກອນ ຊາວກະສິກອນ ແລະ ສາສະໜາຕ່າງໆ ພາຍໃຕ້ການນຳພາຂອງພັກເປັນມູນເຊື້ອອັນດີງາມຂອງຊາດລາວເຮົາ ເປັນກຳລັງແຮງຊະນະເລີດຂອງປະຊາຊົນ ໃຫ້ທົ່ວສັງຄົມເຂົ້າໃຈ ປະກອບສ່ວນເຂົ້າໃນການສ້າງຄວາມເປັນປຶກແຜ່ນພາຍໃນຊາດ ບັນດາຜູ້ຊົງຄຸນວຸດທິ ນັກຮຽນຮູ້ ປັນຍາຊົນ ນັກທຸລະກິດຕ້ອງໝັ່ນຄົ້ນຄວ້າຮ່ຳຮຽນບັນດາແນວທາງນະໂຍບາຍຂອງພັກ ສືບຕໍ່ມູນເຊື້ອຮັກຊາດ ຊື່ສັດຕໍ່ຊາດ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ມີສະຕິລະວັງຕົວຕໍ່ການຫັນປ່ຽນໂດຍສັນຕິຂອງກຳລັງອິດທິປໍລະປັກ ໃນການມ້າງເພຄວາມສາມັກຄີປອງດອງຂອງພວກເຮົາ ແລະ ອື່ນໆ ພ້ອມນັ້ນ ກອງປະຊຸມ ທ່ານ ໄຊສົມພອນ ພົມວິຫານ ຍັງໃຫ້ກຽດມອບໃບຍ້ອງຍໍສັນລະເສີນຜູ້ຊົງຄຸນວຸດທິ ທີ່ມີຜົນງານໃນການເປັນຄັນທຸງເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ ຈຳນວນ 571 ທ່ານ ຍິງ 102 ທ່ານ ແລະ ພະສົງ 10 ອົງ.
ໂອກາດນີ້ ທ່ານປະທານປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຕີລາຄາກອງປະຊຸມຄັ້ງນີ້ ເປັນສັນຍະລັກແຫ່ງຄວາມຕັດສິນໃຈ ເພີ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າ ຊັ້ນຄົນ ກໍ່ຄື ຄວາມສາມັກຄີປອງດອງ ລະຫວ່າງຄົນລາວທີ່ຮັກຊາດຢູ່ພາຍໃນປະເທດ ແລະ ຢູ່ຕ່າງປະເທດ ພ້ອມນັ້ນ ເຊື່ອໝັ້ນວ່າບັນດານັກຄົ້ນຄວ້າຜູ້ຊ່ຽວຊານການພັດທະນາສືບຕໍ່ອຸທິດຕົນ ເພື່ອຄົ້ນຄວ້າທິດສະດີແຫ່ງການພັດທະນາ ແລະ ປະດິດສ້າງ ເພື່ອສະເໜີແນະນຳໃຫ້ສູນກາງພັກ ລັດຖະບານ ໃນການປັບປຸງແຜນນະໂຍບາຍ ລະບອບກົນໄກຕ່າງໆໃຫ້ຖືກຕ້ອງ ຜູ້ປະກອບການທຸກຂົງເຂດຈະປັບປຸງວິສາຫະກິດຂອງຕົນເອງ ຕິດພັນກັບການສ້າງຍຸດທະສາດ ພັດທະນານັກເຄື່ອນໄຫວດ້ານວິທະຍາສາດ-ເຕັກໂນໂລຊີ ຈະສຸມການຄົ້ນຄວ້າວິໄຈ ເພື່ອເລັ່ງການຖ່າຍທອດເຕັກໂນໂລຊີ ນະວັດຕະກຳເຂົ້າໃນແຜນການຜະລິດ ການບໍລິການ ກໍ່ຄື ໃນລະບົບການຄຸ້ມຄອງລັດ ຄຸ້ມຄອງສັງຄົມ ແລະ ນັກເຄື່ອນໄຫວທາງສັງຄົມ-ວັດທະນະທຳທຸກລະດັບ ນັບແຕ່ນັກສັງຄົມສົງເຄາະ ນັກບໍລິຫານດ້ານກົດໝາຍໃຫ້ສັງຄົມ ນັກປະພັນ-ກາວີ ສິລະປິນ ຈົນເຖິງຄູບາອາຈານ ຈົ່ງເຊີດຊູບົດບາດເພື່ອປະກອບສ່ວນເຂົ້າໃນການພັດທະນາສັງຄົມໃຫ້ມີຄວາມສຸກ ແລະ ອື່ນໆ ໃນປັດຈຸບັນອິດທິກຳລັງທີ່ບໍ່ຫວັງດີຕໍ່ກັບປະເທດຊາດ ບໍ່ລົດລະໃນການເຄື່ອນໄຫວມ້າງເພ ສວຍໃຊ້ບັນຫາເຜົ່າ ບັນຫາສາສະໜາ ປະຊາທິປະໄຕສິດທິມະນຸດ ເພື່ອເຮັດໃຫ້ພວກເຮົາເກີດການປັ່ນປ່ວນ ອ່ອນແອ ແຕກແຍກ ສະນັ້ນ ການປົກປ້ອງຄວາມເປັນເອກະລາດ ເອກະພາບ ອຳນາດອະທິປະໄຕ ແລະ ກຽດສັກສີຂອງມາຕຸພູມເປັນໜ້າທີ່ຂອງຄົນລາວບັນດາເຜົ່າທຸກຄົນ ຕ້ອງຮ່ວມແຮງຮ່ວມໃຈກັນກະທຳ ພວກເຮົາຕ້ອງກ້າແກ່ນຕໍ່ສູ້ ເພື່ອຄວາມເປັນເອກະພາບ ຄວາມຍືນຍົງຄົງຕົວ ແລະ ການພັດທະນາຂອງຊາດລາວ ໃຫ້ຈະເລີນວັດທະນາຕໍ່ໆໄປ ແລະ ຮຽກຮ້ອງມາຍັງຜູ້ຊົງຄຸນວຸດທິທັງຫຼາຍ ຈົ່ງເຊີດຊູຄວາມເປັນແບບຢ່າງ ຮັກສາຄວາມເຊື່ອໝັ້ນ ແລະ ຄວາມສັດທາຈາກມະຫາຊົນບັນດາເຜົ່າ ຊັ້ນຄົນ ເພດ ໄວ ເຂົ້າຮ່ວມການປົກປັກຮັກສາປະເທດຊາດ ເປັນເຈົ້າການປະຕິບັດສິດພັນທະຂອງພົນລະເມືອງ ກໍ່ຄື ຜູ້ປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ ເຂົ້າຮ່ວມການຄຸ້ມຄອງລັດ ຄຸ້ມຄອງສັງຄົມຕາມກົດໝາຍ ປະກອບສ່ວນສ້າງຄວາມປອດໃສ ເຂັ້ມແຂງໃນການເຄື່ອນໄຫວຂອງກົງຈັກລັດ ຕັ້ງໜ້າຮ່ວມກັບການຈັດຕັ້ງພັກ ອຳນາດການປົກຄອງແຕ່ລະຂັ້ນ ເພື່ອປຸກລະດົມຂະບວນການໃນການພັດທະນາຕົນເອງ ຄອບຄົວ ແລະ ພັດທະນາທ້ອງຖິ່ນຮາກຖານ ກໍ່ຄື ຂະແໜງການຕ່າງໆຂອງສັງຄົມ.
ພາບ ແລະ ຂ່າວ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາ | tonamcha.com
___________
Post a Comment