Header Ads

Gorge Bush ປະທານາທິບໍດີ ສ. ອາເມລິກາຄົນທີ 41 ເສຍຊີວິດແລ້ວລວມອາຍຸໄດ້ 94 ປີ



ອີງຕາມການລາຍງານຂອງ ສໍານັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 30 ພະຈິກ ຕອນບ່າຍ (ເວລາທ້ອງຖິ່ນ) ວ່າ: ທ່ານ Gorge Bush ປະທານາທິບໍດີ ສ. ອາເມລິກາຄົນທີ 41 ໄດ້ເສຍຊີວິດແລ້ວລວມອາຍຸ 94 ປີ ທີ່ລັດແທ໊ກຊັສ ສ. ອາເມລິກາ ໂດຍຜ່ານການຖະແຫຼງການຂອງໂຄສ່ວນຕົວ.

ທ່ານ Gorge Bush ປ່ວຍເປັນໂລກພາຣກິນສັນ ເຮັດໃຫ້ບໍ່ສະບາຍ ຕ້ອງເຂົ້າອອກໂຮງໝໍເພື່ອຮັກສາຕົວເອງຕະຫຼອດເວລາ ໂດຍເດືອນທັນວາ 2014 ຜ່ານມາ ທ່ານ Gorge Bush ໄດ້ເກີດອຸບັດຕິເຫດລົ້ມລົງໃນຫ້ອງນໍ້າເຮັດໃຫ້ກະດູກສັນຫຼັງແຕກ ເຖິງບໍ່ມີຜົນກະທົບຮຸນແຮງປານໃດ ແຕ່ທ່ານກໍຕ້ອງຮັກສາຕົວຕະຫຼອດມາ ຈົນມາຮອດວັນທີ 30 ພະຈິກ ຕອນບ່າຍ ທາງໂຄສົກສ່ວນຕົວ ຈິ່ງອອກຖະແຫຼງການ ການເສຍຊີວິດ ຂອງທ່ານ Gorge Bush ຢ່າງເປັນທາງການ ປິດຕໍານານ ອາດີດຜູ້ນໍາຂອງ ສ. ອາເມລິກາຄົນທີ 41 ແລະ ອາດີດຜູ້ນໍາໂລກອີກຄົນ.
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.