Header Ads

ກອງປະຊຸມໃຫຍ່ໜ່ວຍກໍາມະບານ ກົມສັງຄົມສົງເຄາະກະຊວງຮສສ ຄັ້ງທີI ແລະ ເລືອກຕັ້ງຄະນະໜ່ວຍກໍາມະບານຊຸດໃໝ່


ເພື່ອເປັນການສະຫຼຸບຕີລາຄາສະພາບການຊີ້ນໍາ, ນໍາພາວຽກງານໜ່ວຍກໍາມະບານໃນໄລຍະຜ່ານມາ ແລະ ເພື່ອເຮັດໃຫ້ວຽກງານອົງການຈັດຕັ້ງກຳມະບານ ສືບໄປຢ່າງຕໍ່ເນື່ອງ,ໃນວັນທີ 18 ທັນວາ 2018ນີ້, ທີ່ກະຊວງ ຮສສ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ປະທານສະຫະພັນກຳມະບານກະຊວງແຮງງານ ແລະ ສຫວັດດີການສັງຄົມ, ທ່ານ ວົງຄຳ ວັນທານຸວົງ ຮອງຫົວໜ້າກົມສັງຄົມສົງເຄາະ, ຫົວໜ້າໜ່ວຍກໍາມະບານກົມສັງຄົມສົງເຄາະ ແລະ ພ້ອມດ້ວຍບັນດາ ສະມາຊິກກຳມະບານພາຍໃນກົມເຂົ້າຮ່ວມ.





ກອງປະຊຸມດັ່ງກ່າວ, ຍັງໄດ້ຮັບຟັງການ ສະຫຼຸບລາຍງານ ຕີລາຄາສະພາບ ດ້ານດີ, ດ້ານອອ່ນ ຂໍ້ຄົງຄ້າງໃນການຊີ້ນໍາ, ນໍາພາວຽກງານກໍາມະບານໃນໄລຍະຜ່ານມາຂອງໜ່ວຍກຳມະບານ ກົມສັງຄົມສົງເຄາະ ແລະ ທິດທາງແຜນການຈັດຕັ້ງປະຕິບັດໃນຊຸມປີຕໍ່ໜ້າ, ພ້ອມທັງໄດ້ຮັບຟັງກົດລະບຽບຂອງສະຫະພັນກຳມະບານລາວ ເພື່ອເປັນການເຊື່ອມຊຶມໃຫ້ຮັບຮູ້ເຖິງພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການຈັດຕັ້ງກຳມະບານລາວ ເວົ້າລວມ, ເວົ້າສະເພາະແມ່ນສິດ ແລະ ໜ້າທີ່ຂອງສະມາຊິກກຳມະບານ.

ກອງປະຊຸມຄັ້ງນີ້ ຍັງໄດ້ເລືອກຕັ້ງເອົາຄະນະໜ່ວຍກໍາມະບານກົມຊຸດໃໝ່ ຈຳນວນ 3 ສະຫາຍ, ຍິງ 1 ສະຫາຍ ນຳອີກ.


ຂ່າວ ຮສສ: ນ. ເພັດສະໄໝ  
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.