Header Ads

ທິດາ ສິດທິໄຊ (ຕູ່) ຄວ້າລາງວັນ Miss Socialite ຈາກເວທີ Miss Tourism International 2018


ໃນວັນທີ 21 ທັນວາ 2018 ທີ່ຜ່ານມາ ຕູ່ ທິດາ ສາມາດຄວ້າໄດ້ລາງວັນ “Miss Socialite”  ຈາກເວທີການປະກວດ Miss Tourism International 2018 ເຊີ່ງໄດ້ຈັດຂື້ນທີ່ ປະເທດມາເລເຊຍ ໂດຍມີສາວງາມເຂົ້າປະກວດກວ່າ 40 ປະເທດ. ສໍາລັບລາງວັນນີ້ແມ່ນມອບໃຫ້ແກ່ສາວງາມຜູ້ທີ່ເດີນແບບໄດ້ຢ່າງສະຫງ່າງາມ. 







ທິດາ ສິດທິໄຊ ແມ່ນໜື່ງໃນຜູ້ເຂົ້າປະກວດທີ່ສ້າງກະແສ ແລະ ສື່ຫຼາຍສໍານັກໃຫ້ຄວາມສົນໃຈ ດ້ວຍການນໍາຊຸດປະຈໍາຊາດລາວເປັນຊຸດ ສາວເຂັນຝ້າຍ ທີ່ສະທ້ອນວິຖີຊີວິດ, ວັດທະນາທໍາ, ຄວາມເປັນແມ່ຍິງ ແລະ ເອກະລັກຄວາມເປັນລາວ  ພ້ອມການນຸ່ງຖຶແບບລາວອອກສູ່ສາຍຕາຊາວໂລກຜ່ານແຜ່ນແພແບບພື້ນບ້ານລາວ.​



© ໂຕະນໍ້າຊາ | tonamcha.com
___________


Powered by Blogger.