Header Ads

ນາຍົກລັດຖະມົນຕີ ເນັ້ນໜັກໃຫ້ຂະແໜງແຜນການ-ການເງິນ ເອົາໃຈໃສ່ 11 ບັນຫາ ພາຍໃນປີ 2019



ໃນວັນທີ 8 ມັງກອນ 2019 ຜ່ານມາທີ່ ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານແຜນການ-ການເງິນ ປະຈໍາປີ 2018 ແລະ ທິດທາງປະຈໍາປີ 2019, ໂດຍມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ມີບັນດາທ່ານລັດຖະມົນຕີ; ທ່ານເຈົ້າແຂວງ; ບັນດາທ່ານຮອງລັດຖະມົນຕີ; ບັນດາຮອງເຈົ້າແຂວງ ພ້ອມດ້ວຍ ບັນດາຂະແໜງແຜນການ-ການເງິນ ໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.



ໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ໄດ້ລາຍງານໃຫ້ຊາບວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອສະຫຼຸບຕີລາການຈັດຕັ້ງປະຕິບັດ ວຽກງານແຜນການ-ການເງິນ ໃນປີ 2018 ແລະ ທິດທາງແຜນການໃນປີ 2019 ພ້ອມດຽວກັນນີ້ ກໍ່ເພື່ອເຜີຍແຜ່ແນະນໍາ ບັນດາເອກະສານຕ່າງໆ ທີ່ສໍາຄັນຈໍານວນໜຶ່ງ ເປັນຕົ້ນ ມະຕິຂອງສະພາແຫ່ງຊາດ ກ່ຽວກັບວຽກງານແຜນການ ແລະ ວຽກງານງົບປະມານ; ດໍາລັດຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2019, ຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2019 ແລະ ບາງເນື້ອໃນກ່ຽວກັບ ວຽກງານນະໂຍບາຍເງິນຕາ ແລະ ທະນາຄານ.

ໂອກາດເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຂະແໜງແຜນການ ແລະ ການເງິນ ສາມາດຍາດມາໄດ້ ໃນໄລຍະທີ່ຜ່ານມາ ພ້ອມທັງ ເນັ້ນໜັກໃຫ້ຂະແໜງການດັ່ງກ່າວ ສືບຕໍ່ເອົາໃຈໃສ່ :

1). ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ແລະ ດໍາລັດວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2019 ໃຫ້ເປັນຮູບປະທໍາ;

2). ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດ 8 ມາດຕະການກະຕຸ້ນເສດຖະກິດ ໃຫ້ມີຄວາມຄືບໜ້າຢ່າງເປັນຮູບປະທໍາ ແລະ ມີການລານງານຄວາມຄືບໜ້າໃນແຕ່ລະໄລຍະ; 

3). ເລັ່ງປະຕິຮູບວຽກງານການເງິນ ຢ່າງຮອບດ້ານ ແລະ ແຂງແຮງ ຕາມຍຸດທະສາດທີ່ລັດຖະບານ ໄດ້ຮັບຮອງໃຫ້ມີຄວາມຄືບໜ້າໄວ ເພື່ອຮັບປະກັນການເກັບລາຍຮັບ ໃຫ້ໄດ້ຕາມແຜນ ຫຼື ລື່ນຄາດໝາຍ; 




4). ເອົາໃຈໃສ່ປະຕິຮູບລະບົບການລົງທຶນຂອງລັດ ໃຫ້ມີການຫັນປ່ຽນ, ເຄັ່ງຄັດຕາມລະບຽບກົດໝາຍ ເຮັດໃຫ້ການລົງທຶນມີຈຸດສຸມ, ມີປະສິດທິຜົນ ແລະ ສອດຄ່ອງຕາມງົບປະມານຕົວຈິງ ຄຽງຄູ່ກັບການສົ່ງເສີມການລົງທຶນດ້ວຍຫຼາຍຮູບແບບ ເຊັ່ນ BOT, PPP ເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນທາງດ້ານເສດຖະກິດ; 

5). ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ ທີ່ຢູ່ໃນຂົງເຂດແຜນການ-ການລົງທຶນ ແລະ ຂົງເຂດການເງິນ ໃຫ້ມີຄວາມຈົງຮັກພັກດີ, ມີຈັນຍາບັນ ຮັກອາຊີບ, ປະຕິບັດລະບຽບວິໃນຢ່າງເຄັ່ງຄັດ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ; 

6). ສືບຕໍ່ປັບປຸງວິສາຫະກິດ; 

7). ສືບຕໍ່ຍູ້ແຮງການລົງທຶນພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ໃຫ້ເປັນກໍາລັງຕົ້ນຕໍໃນການຊຸກຍູ້ ການເຕີບໂຕຂອງເສດຖະກິດ; 

8). ເອົາໃຈໃສ່ພັດທະນາເສດຖະກິດພິເສດ ໃຫ້ກາຍເປັນທ່າແຮງໜຶ່ງທີ່ສໍາຄັນໃນການດຶງດູດ ການລົງທຶນພາກເອກະຊົນ;

9). ການປະເມີນໂຄງການລົງທຶນຂອງລັດ ຕ້ອງປະຕິບັດຢ່າງເຂັ້ມງວດ, ຖືກຕ້ອງຕາມຫຼັກວິຊາການ ແລະ ສອດຄ່ອງກັບກົດໝາຍ, ລະບຽບການທີ່ກ່ຽວຂ້ອງ;

10). ເອົາໃຈໃສ່ດຶງດູດການຊ່ວຍເຫຼືອທາງການ ເພື່ອການພັດທະນາ ທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ຫຼາຍຂຶ້ນ;

11). ເພີ່ມທະວີຄວາມເປັນເຈົ້າການ ໃນວຽກງານການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ແລະ ລາວ-ຈີນ, ສ້າງເງື່ອນໄຂຊຸກຍູ້ການຮ່ວມມື ແລະ ຍາດແຍ່ງການຊ່ວຍ​ເຫຼືອ ໂດຍເລັ່ງໃສ່ຂົງເຂດທີ່ເປັນບູລິມະສິດ ຕາມທິດການຮ່ວມມືສອງຝ່າຍ ໃຫ້ມີປະສິດທິຜົນ.



ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.