Header Ads

ປີຜ່ານມາ ຍທຂ ສ້ອມແປງເສັ້ນທາງໄດ້ 180 ກິໂລແມັດ ມູນ​ຄ່າເກືອບ 24 ຕື້ກີບ


ລາຍງານຈາກ ນສພ ວຽງຈັນໃຫ່ມ  ວ່າ: ກອງ​ປະ­ຊຸມ​ສະ­ຫຼຸບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ນະ­ຄອນ­ຫຼວງ​ວຽງ​ຈັນ (ຍທຂ ນວ) ປະ­ຈຳ​ປີ 2018 ແລະ ທິດ​ທາງ​ແຜນ­ການ​ປີ 2019 ຈັດ​ຂຶ້ນ​ວັນ​ທີ 25 ມັງ­ກອນ 2019 ທີ່​ພະ​ແນກ​ເປັນ​ປະ­ທານ​ຂອງ​ທ່ານ ເດດ​ສົງ­ຄາມ ທຳ​ມະ​ວົງ ຫົວ­ໜ້າ​ພະ​ແນກ ຍຂທ ນວ ມີ​ທ່ານ ແກ້ວ​ພິ­ລາ​ວັນ ອາ​ໄພ​ລາດ ຮອງ​ເຈົ້າ​ຄອງ ນວ ພະ­ນັກ­ງານ​ວິ­ຊາ​ການ​ກ່ຽວ­ຂ້ອງ ແລະ ຜູ້​ປະ­ກອບ​ການ​ດ້ານ​ຂົນ­ສົ່ງ​ເຂົ້າ​ຮ່ວມ.

ໃນ 1 ປີ­ຜ່ານ­ມາ ໄດ້​ເປັນ​ເຈົ້າ​ການ​ປັບ­ປຸງ​ກົງ­ຈັກ​ການ­ຈັດ­ຕັ້ງ-ບໍ­ລິ­ຫານ​ໃຫ້​ມີ​ຄວາມ​ສອດ­ຄ່ອງ ກວດ­ກາ​ບັນ­ດາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ລົງ­ທຶນ​ຂອງ​ລັດ ກ່ຽວ​ກັບ​ການ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ຂອງ​ຫ້ອງ­ການ ຍທຂ ປະ­ຈຳ 9 ຕົວ​ເມືອງ 26 ໂຄງ­ການ ສຳ­ເລັດ​ຂຶ້ນ​ແຜນ­ການ​ລົງ­ທຶນ​ຂອງ​ລັດ​ປະ­ຈຳ​ປີ 2018 ຈຳ­ນວນ 11 ໂຄງ­ການ ສຳ­ເລັດ​ການ​ປະ​ເມີນ​ຜົນ​ບັນ­ດາ​ໂຄງ­ການ​ທີ່​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຈຳ­ນວນ 17 ໂຄງ­ການ ລວມ​ທັງ​ປະ­ຕິ­ບັດ​ແຜນ​ງົບ­ປະ­ມານ​ຂອງ​ລັດ​ໄດ້ 48.883.617.560 ກີບ ໃນ​ນັ້ນ ບ້ວງ ນວ ປະ­ຕິ­ບັດ​ໄດ້ 92 ໂຄງ­ການ ມູນ​ຄ່າ 25.064.086.742 ກີບ ປະ­ຕິ­ບັດ​ໄດ້ 99,3% ບ້ວງ​ກະ­ຊວງ ຍທຂ 51 ໂຄງ­ການ ມູນ​ຄ່າ 23.819.531.818 ກີບ ປະ­ຕິ­ບັດ​ໄດ້ 99,1% ຈົດ​ຮັບ-ຈົດ​ຈ່າຍ​ມີ​ທັງ​ໝົດ 2.157.215.000 ກີບ ໃນ​ນັ້ນ ມອບ​ລາຍ​ຮັບ​ເງິນ​ຄ່າ​ທຳ­ນຽມ​ທາງ​ເຂົ້າ​ງົບ­ປະ­ມານ 941.490.000 ກີບ ມອບ​ລາຍ​ຮັບ​ເງິນ​ວິ­ຊາ​ການ​ເຂົ້າ​ງົບ­ປະ­ມານ 415.725.000 ກີບ ແລະ ລາຍ​ຮັບ​ວິ­ຊາ​ການ​ຈົດ​ຮັບ-ຈົດ​ຈ່າຍ 800 ລ້ານ​ກີບ ລວມ​ທັງ​ໝົດ 1.357.215.000 ກີບ ທຽບ­ໃສ່​ແຜນ­ການ​ປະ­ຕິ­ບັດ​ໄດ້ 110%.

ຄ່ຽງ​ຄູ່​ກັນ​ນັ້ນ ຍັງ​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຄຸ້ມ​ຄອງ​ທາງ­ບົກ ໂດຍ​ປະ­ສານ​ສົມ­ທົບ​ກັບ​ກະ­ຊວງ ສ້ອມ­ແປງ​ເສັ້ນ­ທາງ​ເລກ​ທີ 13 ເໜືອ 13 ໃຕ້ 11 ເໜືອ ແລະ ເສັ້ນ­ທາງ​ເລກ 10 ມີ​ຄວາມ​ຍາວ​ທັງ​ໝົດ 180 ກິ­ໂລ­ແມັດ ມູນ​ຄ່າ 23.662,52 ລ້ານ​ກີບ ສ້ອມ­ແປງ​ທາງ​ດິນ​ແດງ 9 ເສັ້ນ ທາງ​ປູ­ຢາງ​ສອງ​ຊັ້ນ ແລະ ປັບ­ປຸງ​ລະ­ບົບ​ລະ­ບາຍ​ນ້ຳ 1 ຮ່ອງ ຂົວ​ເບ​ເລ 1 ແຫ່ງ ນອກ​ນັ້ນ ໄດ້​ປະ­ສານ​ສົມ­ທົບ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ຕະ­ຫຼອດ​ຮອດ​ນັກ­ທຸ­ລະ­ກິດ ພາກ​ເອ­ກະ​ຊົນ ຈັດ​ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ໂຄງ­ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ​ອີກ​ຈຳ­ນວນ​ໜຶ່ງ ເພື່ອ​ສ້າງ​ຄວາມ​ສະ­ດວກ​ໃນ​ການ​ຄົມ­ມະ­ນາ­ຄົມ​ຂົນ­ສົ່ງ.


ທີ່ມາ : ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.