ນ້ອງ ມັດມີ່ ພິການແຂນຂາ ແຕ່ບໍ່ເປັນອຸປະສັກ ເສັງໄດ້ອັນດັບທີ 1 ທຸກໆເດືອນ
ເຊື່ອວ່າບໍ່ມີໃຜໃນໂລກໜ່ວຍນີ້ທີ່ຕ້ອງການຄໍາວ່າ: “ພິການ” ແຕ່ເມື່ອມັນເກີດຂຶ້ນແລ້ວ ຕ້ອງຍອມຮັບຕໍ່ຊະຕາກໍາອັນບໍ່ເພິ່ງປາຖະໜານີ້ ແລະ ເມື່ອຍອມຮັບຄວາມເປັນຈິງແລ້ວ ຕ້ອງສູ້-ອົດທົດຕໍ່ໄປ ເພື່ອເຮັດແນວໃດບໍ່ໃຫ້ຕົນເອງບໍ່ກາຍເປັນພາລະຂອງຄອບຄົວ ແລະ ສັງຄົມ, ຊຶ່ງສິ່ງສຳຄັນທີ່ສຸດ ແມ່ນການສຶກສາ ເພາະການສຶກສາຈະຊ່ວຍໃຫ້ມີຄວາມຮູ້ ຄວາມສາມາດ ແລະ ມີວຽກເຮັດງານທຳເພື່ອລ້ຽງຊີບໃຫ້ດີຂຶ້ນໃນອະນາຄົດ ກາຍເປັນຄົນດີຂອງສັງຄົມ ກໍຄື ຂອງປະເທດຊາດ. ເຖິງວ່າຮ່າງກາຍຈະບໍ່ສົມບູນ ແຕ່ນັ້ນມັນກໍບໍ່ໄດ້ໝາຍຄວາມວ່າຈະຮຽນບໍ່ໄດ້ ຖ້າຫາກມີຄວາມຕັ້ງໃຈ ແລະ ມີຄວາມມານະອົດທົນ ກໍສາມາດປະສົບຜົນສຳເລັດໄດ້. ດັ່ງເຫດການຂອງນາງ ມັດມີ່ ທີ່ປະສົບສະພາບຮ່າງກາຍບໍ່ສົມບູນ ພິການທັງແຂນ ແລະ ຂາ ມາແຕ່ເກີດ ແຕ່ຈິດໃຈແຂງແກ່ນກວ່າຫີນຜາ ສູ້ຊົນ-ອົດທົນໄປໂຮງຮຽນບໍ່ຂາດ ຈົນກາຍເປັນນັກຮຽນເກັ່ງປະຈໍາຂັ້ນ ປ.2 ແລະ ປະຈໍາໂຮງຮຽນ, ພ້ອມທັງເປັນທີ່ຮັກຂອງຄູອາຈານ ແລະ ເພື່ອນນັກຮຽນດ້ວຍກັນ.
ນາງ ມັດມີ່ ອາຍຸ 7 ປີ ເປັນນັກຮຽນຂັ້ນ ປ.2 ທີ່ໂຮງຮຽນປະຖົມຫໍ່ເຂົ້າ ເມືອງໂຂງ ແຂວງຈໍາປາສັກ ເປັນລູກຂອງພໍ່ ທາ ອາຍຸ 36 ປີ ແລະ ແມ່ ຈອນ ອາຍຸ 35 ປີ ປະຊາຊົນ ບ້ານຫໍ່ເຂົ້າ ເມືອງໂຂງ ແຂວງຈໍາປາສັກ, ມີອ້າຍ 1 ຄົນ, ເອື້ອຍ 2 ຄົນ. ສ່ວນ ນາງ ມັດມີ່ ເປັນລູກຜູ້ທີ 4.
ນ້ອງ ມັດມີ່ ໄດ້ເລົ່າສູ່ຟັງວ່າ: ເປັນຄົນພິການແຂນຂາ, ແຕ່ກໍບໍ່ເຄີຍຄິດຈະທໍ້ຖ່ອຍກັບການໃຊ້ຊີວິດໃນປະຈໍາວັນ, ຍອມຮັບຄວາມເປັນຈິງແລ້ວກໍຕ້ອງສູ້ອົດທົດຕໍ່ໄປ ໂດຍສະເພາະແມ່ນການເອົາໃຈໃສ່ໃນການສຶກສາຮໍ່າຮຽນ, ເຖິງວ່າຮ່າງກາຍຈະບໍ່ສົມບູນ ແຕ່ຈະເອົາການສຶກສາ ເປັນສິ່ງເຕື່ອນໃຈໃຫ້ຕ້ອງສູ້ຕໍ່ໄປ, ຕ້ອງຮໍ່າຮຽນເອົາຄວາມຮູ້ ແລະ ຫາວິຊາອາຊີບຕິດຕົວ, ເຮັດໃຫ້ຕົນເອງເຕີບໃຫຍ່ ກາຍເປັນຕົນດີຂອງສັງຄົມ ກໍຄື ຂອງປະເທດຊາດ. ແຕ່ລະມື້ທີ່ໄປໂຮງຮຽນ ແມ່ນໃຫ້ຄອບຄົວໄປສົ່ງ, ນ້ອງເປັນຄົນມັກຮັກໃນການສຶກສາຮໍ່າຮຽນ, ໄປໂຮງຮຽນບໍ່ເຄີຍຂາດ, ເວລາຄູສອນກະຕັ້ງໃຈຟັງ. ນອກຈາກນັ້ນ, ຫຼາຍພາກສ່ວນຍັງໃຫ້ການຊ່ວຍເຫຼືອອຸປະກອນການສຶກສາແກ່ນ້ອງ.
ທ່ານ ນາງ ນາລອນ ກິ່ງໄກສອນ ຜູ້ອໍານວຍການໂຮງຮຽນປະຖົມຫໍ່ເຂົ້າ ໄດ້ເລົ່າໃຫ້ຮູ້ວ່າ: ນາງ ມັດມີ່ ເປັນນັກຮຽນຂັ້ນ ປ.2, ຊຶ່ງພິການແຂນຂາ ມາຕັ້ງແຕ່ເກີດ ຈຶ່ງເຮັດໃຫ້ຊີວິດການເປັນຢູ່ຫຍຸ້ງຍາກລໍາບາກຫຼາຍ, ເງິນຄໍາໃຊ້ຈ່າຍໃນຊີວິດປະຈໍາວັນກໍຂາດເຂີນ. ແຕ່ນ້ອງ ມັດມີ່ ພັດມີຄວາມມັກຮັກໃນການສຶກສາຮໍ່າຮຽນ, ອົດທົນສູ້ຊົນເຖິງວ່າຈະເປັນຄົນພິການ ແຕ່ຈິດໃຈແຂງແກ່ນກວ່າຫີນຜາ ໄປໂຮງຮຽນບໍ່ຂາດ ຈົນກາຍເປັນນັກຮຽນເກັ່ງປະຈໍາຂັ້ນ ປ.2, ປະຈໍາໂຮງຮຽນ, ພ້ອມທັງເປັນທີ່ຮັກຂອງຄູອາຈານ ແລະ ເພື່ອນນັກຮຽນດ້ວຍກັນ, ໂດຍຕັ້ງແຕ່ເຂົ້າຮຽນມາແຕ່ຂັ້ນ ປ.1 ຈົນເຖິງ ປ2 ນ້ອງ ມັດມີ່ ແມ່ນເປັນນັກຮຽນເກັ່ງກວ່າໝູ່ ແລະ ເສັງແຕ່ລະເດືອນ ໄດ້ຄະແນນ 8 ຂຶ້ນໄປທຸກວິຊາ ຈົນໄດ້ເປັນທີ 1 ທຸກໆເດືອນ.
ສ່ວນວິທີການສອນນັ້ນ, ຄູໄດ້ແນະນໍານັກຮຽນທຸກຄົນ ໂດຍບໍ່ໄດ້ຈໍາແນກໃນການໃຫ້ຄວາມຮູ້ແກ່ນັກຮຽນ, ພ້ອມທັງໃຫ້ວຽກບ້ານ ແຕ່ຖ້າບໍ່ເຂົ້າໃຈບົດຮຽນບ່ອນໃດໃຫ້ຖາມຄູ ແລະ ເວລາກັບບ້ານໃຫ້ແກ້ບົດຝຶກຫັດທີ່ຄູເອົາໃຫ້ ເມື່ອບໍ່ເຂົ້າໃຈໃຫ້ຖາມພໍ່ແມ່ ຫຼື ເວລາມາໂຮງຮຽນໃຫ້ຖາມຄູ ແລະ ຕັ້ງໃຈຮຽນ. ຄຽງຄູ່ກັນນັ້ນ, ເວລາຢູ່ໂຮງຮຽນ ນ້ອງ ມັດມີ່ ແມ່ນເປັນທີ່ຮັກຂອງຄູອາຈານ ແລະ ເພື່ອນນັກຮຽນໃນຫ້ອງ ຊຶ່ງເວລາຮຽນ ແມ່ນເປັນຄົນຕັ້ງໃຈຟັງຄູສອນ, ບໍ່ເຂົ້າໃຈບ່ອນໃດກໍຖາມ ຈົນເຮັດໃຫ້ຄະແນນສອບເສັງແຕ່ລະເດືອນໄດ້ດີຕະຫຼອດ.
ນອກຈາກນີ້, ທາງໂຮງຮຽນ ຍັງໄດ້ມອບອຸປະກອນການສຶກສາ ເປັນຕົ້ນແມ່ນ ປຶ້ມ, ປິກ, ສໍ, ເຄື່ອງນຸ່ງຖື ແລະ ອຸປະກອນຕ່າງໆ ເພື່ອປະກອບສ່ວນຊ່ວຍເຫຼືອນ້ອງໃນການສຶກສາຮໍ່າຮຽນ, ພ້ອມທັງເປັນການສົ່ງເສີມໃຫ້ ມັດມີ່ ມີໃຈຄິດຕໍ່ສູ້ໃນການໃຊ້ຊີວິດຕໍ່ໄປໃນອະນາຄົດ ໂດຍສະເພາະ ສົ່ງເສີມ ໃຫ້ນ້ອງສືບຕໍ່ຕັ້ງໃຈຮໍ່າຮຽນໃນຊັ້ນຕໍ່ໆໄປ. ສຳລັບພາກສ່ວນທີ່ໃຫ້ການຊ່ວຍເຫຼືອນ້ອງ ມັດມີ່ ໃນເບື້ອງຕົ້ນ ຄື ທີມງານ UFO ຊ່ວຍເຫຼືອຜູ້ທຸກຍາກ ໄດ້ມອບອຸປະກອນການຮຽນໃຫ້.
ຢ່າງໃດກໍຕາມ, ທ່ານຜູ້ອໍານວຍການໂຮງຮຽນປະຖົມຫໍ່ເຂົ້າ ຍັງຝາກເຖິງພາກສ່ວນຕ່າງໆ ຢາກໃຫ້ສົ່ງເສີມ ແລະ ຊ່ວຍເຫຼືອ ນ້ອງ ມັດມີ່ ໃນດ້ານທຶນການສຶກສາ, ອຸປະກອນການສຶກສາ ແລະ ອື່ນໆ ເພື່ອເປັນການປະກອບສ່ວນສົ່ງເສີມໃຫ້ນ້ອງໄດ້ຮັບການສຶກສາທີ່ດີຂຶ້ນກວ່າເກົ່າ, ພ້ອມທັງເປັນການສົ່ງເສີມໃຫ້ນ້ອງໄດ້ມີກໍາລັງໃຈໃຊ້ຊີວິດຕໍ່ໄປໃນອະນາຄົດ. ສໍາລັບພາກສ່ວນມີຈຸດປະສົງຢາກຊ່ວຍເຫຼືອຫຼານນ້ອຍຄົນນີ້ ສາມາດຕິດຕໍ່ຫາຜູ້ອໍານວຍການໂຮງຮຽນປະຖົມ ຫໍ່ເຂົ້າ ໄດ້ທີ່ເບີໂທ 030 9201842 ຫຼື ທີ່ເບີໂທຫ້ອງການສຶກສາທິການ ແລະ ກິລາ ເມືອງໂຂງ 031 212080.
ຂໍ້ມູນ : ໜັງສືພິມ ສຶກສາ-ກິລາ (Via Muan.la)
© ໂຕະນໍ້າຊາ | tonamcha.com
___________
Post a Comment