Header Ads

ພໍ່ຕູ້ຕັນ ພະນັກງານບຳນານ ນໍ້າຕາໄຫຼ ຂະນະຊົມພິທີສະຫຼອງວັນສ້າງຕັ້ງກອງທັບ 20 ມັງກອນ ຄົບຮອບ 70 ປີ


ວັນທີ 20 ມັງກອນ ຜ່ານມາ ຜູ້ໃຊ້ເຟສບຸ໊ກຊື່ Bee Phouvi Lorkhamphunh ເຜິຍແຜ່ຄລິບວິດີໂອຄວາມຍາວປະມານ 1 ນາທີກວ່າຂອງພໍ່ຕູ້ຕັນ ພະນັກງານບຳນານ ທີ່ກໍາລັງເບິ່ງການຖ່າຍທອດສົດ ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ຜ່ານໂທລະພາບ ດ້ວຍນໍ້າຕາ ແລະ ຮ້ອງໄຫ້ເນື່ອງຈາກລະນຶກເຖິງຄວາມອາດີດທີ່ຄັ້ງໜື່ງຕົນເອງເຄີຍຮ່ວມເປັນສ່ວນໜຶ່ງຂອງທັບປະຊາຊົນລາວ  ຈົນກາຍເປັນຄລິບວິດີໂອທີ່ມີກະແສໃນສື່ອອນລາຍ ແລະ ເປັນເລື່ອງລາວທີ່ສຸດແສນປະທັບໃຈ ຈາກເລື່ອງລາວມຸນໜຶ່ງໃນວັນປະຫວັດສາດອັນຍິ່ງໃຫຍ່ຂອງການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ.





ສໍາລັບເລື່ອງລາວຄວາມຊາບຊື້ງ, ຄວາມພູມໃຈ ແລະ ຄວາມປະທັບໃຈຂອງ ພໍ່ຕູ້ຕັນ ມີການສະແດງຄວາມຄິດເຫັນ ແຊຮຕໍ່ກັນເຖິງ 751 ແລະ ກົດມັກເຖິງ 848  ພ້ອມກັບທີຍອດວີວເຖິງ 82,000 ກວ່າວີວ ຄາດວ່າຈະເພີ່ມຂື້ນຕໍ່ເນື່ອງ.​




ສຸດທ້າຍ,​ ທີມງານ tonamch.com ຂໍອວຍພອນພໍ່ຕູ້ຕັນ  ອາຍຸໝັນຂັວນຍືນ ແລະ ສຸຂະພາບເຂັ້ມແຂວງ  ແລະ ຂໍ້ສະແດງຄວາມຍິນດີ ແລະ ຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນລາວ  20 ມັງກອນ ຄົບຮອບ70 ປີ ໝັ້ນຍືນ ! 



© ໂຕະນໍ້າຊາ | tonamcha.com
___________


Powered by Blogger.