Header Ads

ຍອດຜູ້ລະເມີດກົດຈະລາຈອນສູງກວ່າ 2,000 ຄົນພາຍໃນເດືອນດຽວ ທີ່ນະຄອນຫຼວງວຽງຈັນ


ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພຂອງບັນດາຜູ້ໃຊ້ລົດໃຊ້ຖະໜົນ ໃຫ້ມີສະຕິລະວັງໃນການຂັບຂີ່ໂດຍບໍ່ປະໝາດ ທັງນີ້, ກໍ່ເພື່ອຫຼຸດຜ່ອນອຸບັດເຫດທີ່ເກີດຂຶ້ນຕາມທ້ອງຖະໜົນ, ສະນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ລົງສຳຫຼວດ ແລະ ກວດກາຕາມຈຸດຕ່າງໆພາຍໃນ ນະຄອນຫຼວງວຽງຈັນ ພ້ອມທັງວາງມາດຕະການຕໍ່ຜູ້ທີ່ລະເມີດກົດລະບຽບຈະລາຈອນປະມານ 2 ພັນກວ່າຄົນ ແລະ ລັອກລໍ້ລົດໄດ້ 100 ກວ່າຄັນ ພາຍໃນເດືອນດຽວ.

ອີງຕາມບົດສະຫຼຸບປະຈໍາເດືອນທັນວາ 2018 ຂອງພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນເດືອນຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ລົງກວດກາ ແລະ ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມສາຍທາງຕ່າງໆ ເຊິ່ງພົບເຫັນນັກຂັບຂີ່ລະເມີດກົດລະບຽບຈະລາຈອນ ໂດຍການຈອດລົດຢູ່ຕາມແຄມທາງທີ່ມີປ້າຍຫ້າມຢຸດ-ຫ້າມຈອດ ແລະ ຈອດລົດຕາມຂອບທາງຂາວເຫຼືອງ, ຂາວແດງ ຈໍານວນຫຼາຍ ໃນນັ້ນ: ໄດ້ລົງຈັດລະບຽບຕາມສາຍທາງ 35 ຄັ້ງ ພົບເຫັນລົດຈອດບໍ່ຖືກຕ້ອງຕາມລະບຽບຈໍານວນໜຶ່ງ ສາມາດລັອກລໍ້ລົດໄດ້ທັງໝົດ 140 ຄັນ ແລະ ພົບເຫັນລົດຢຽບເສັ້ນທາງມ້າລາຍ 179 ຄັນ.

ນອກນີ້, ເຈົ້າໜ້າທີ່ຍັງໄດ້ອອກອາທິດສັນຈອນ, ຈັບຄວາມໄວ, ກວດທາດເຫຼົ້າ ແລະ ອື່ນໆ ໄດ້ຈໍານວນຫຼາຍຄັ້ງ ພົບເຫັນນັກຂັບຂີ່ລະເມີດກົດລະບຽບຈະລາຈອນ ທັງໝົດ 2,802 ຄົນ ຍິງ 999 ຄົນ, ສຶກສາອົບຮົມຜູ້ລ່ວງລະເມີດກົດລະບຽບການສັນຈອນທັງໝົດ 1,718 ຄົນ ຍິງ 609 ຄົນ, ຂຽນໃບສັ່ງຜູ້ລ່ວງລະເມີດກົດລະບຽບການສັນຈອນ 1,084 ຄົນ ຍິງ 390 ຄົນ, ກັກເອກະສານ ທັງໝົດ 1,039 ໃບ; ໃນນັ້ນ, ທະບຽນ 469 ໃບ, ໃບຂັບຂີ່ 529 ໃບ, ບັດ 34 ໃບ ແລະ ອື່ນໆ 7 ໃບ.



ກັກລົດໄດ້ 45 ຄັນ; ໃນນັ້ນ, ບໍ່ຖືເອກະສານ 33 ຄັນ, ດັດແປງ 3 ຄັນ, ບໍ່ຕິດປ້າຍ 9 ຄັນ, ກັກຢາບ້າໄດ້ ຈໍານວນ 23 ເມັດ ແລະ ຢຶດອາວຸດເສິກ 1 ກະບອກ ປະເພດປືນໄທປະດິດ, ພ້ອມລູກປືນເຊກາເຊ 17 ລູກ. ສະເພາະເດືອນທັນວາ 2018 ຜ່ານມານີ້, ມີອຸບັດເຫດເກີດຂຶ້ນທັງໝົດ 105 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 76 ຄັນ, ສົມຄວນ 124 ຄັນ, ໃຊ້ການບໍ່ໄດ້ 5 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 42 ຄົນ, ສົມຄວນ 89 ຄົນ, ສາຫັດ 19 ຄົນ ແລະ ເສຍຊີວິດ 25 ຄົນ, ທຽບໃສ່ເດືອນພະຈິກ ຜູ້ເສຍຊີວິດເພີ່ມຂຶ້ນ 4 ຄົນ ລວມມູນຄ່າເສຍຫາຍ ປະມານ 201,000,000 ກີບ.

ສໍາລັບເມືອງທີ່ເກີດອຸບັດຕິເຫດ ປະກອບມີ: ເມືອງໄຊທານີ ເກີດຂຶ້ນ 32 ຄັ້ງ, ເມືອງໄຊເສດຖາ 18 ຄັ້ງ, ເມືອງສີໂຄດຕະບອງ ແລະ ເມືອງຫາດຊາຍຟອງ ເມືອງລະ 15 ຄັ້ງ, ເມືອງສີສັດຕະນາກ 11 ຄັ້ງ, ເມືອງນາຊາຍທອງ 7 ຄັ້ງ, ເມືອງຈັນທະບູລີ 5 ຄັ້ງ, ເມືອງປາກງື່ມ ແລະ ເມືອງສັງທອງ ເມືອງລະ 1 ຄັ້ງ.


ຂໍ້ມູນ : ໜັງສືພິມປ້ອງກັນຄວາມສະຫງົບ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.