Header Ads

ໃນປີ 2018 ເສດຖະກິດເມືອງຈໍາປາສັກຂະຫຍາຍຕົວໝັ້ນທ່ຽງ



ທ່ານ ຄໍາຕັນ ຊົມພັນດອນ ເຈົ້າເມືອງໆຈໍາປາສັກ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານຮອບດ້ານຂອງເມືອງປະຈໍາປີ 2018 ໃນໂອກາດທ່ີທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ ພ້ອມດ້ວຍບັນດາຫົວໜ້າ, ຮອງຫົວໜ້າພະແນກການຂອງແຂວງລົງເຄື່ອນໄຫວຊີ້ນຳວຽກງານຢູ່ເມືອງຈຳປາສັກໃນວັນທີ 14 ມັງກອນ ຜ່ານມານີ້ວ່າ : ວຽກງານພັດທະນາເສດຖະກິດຂອງເມືອງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ, ຖືກຕ້ອງຕາມທິດສີຂຽວ ແລະ ຍືນຍົງ ທຽບໃສ່ມະຕິກອງປະຊຸມໃຫຍ່ຄະນະບໍລິຫານງານພັກເມືອງ ຄັ້ງທີ VII ປະຕິບັດໄດ້ 82,8% ໂຄງປະກອບເສດຖະກິດມີການຫັນປ່ຽນຢ່າງຕັ້ງໜ້າ ຂົງເຂດກະສິກໍາກວມ 60,7%, ຂົງເຂດອຸດສາຫະກໍາ 21,59%, ການບໍລິການ 17,71%, ສະເລ່ຍລາຍຮັບຂອງປະຊາຊົນ 9 ລ້ານກ່ວາ ກີບຕໍ່ຄົນຕໍ່ປີ, ພ້ອມນີ້ປີ 2019 ແມ່ນສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ ໂດຍເອົາໃຈໃສ່ຂຸດ ຄົ້ນເກັບລາຍຮັບໃຫ້ຖືກຕ້ອງຄົບຖ້ວນ, ທັນເວລາ ດ້ວຍການຄຸ້ມຄອງຖານລາຍຮັບໃຫ້ທົ່ວເຖິງ ສ້າງຖານການ ເກັບຂໍ້ມູນລາຍຮັບໃຫ້ລະອຽດຊັດເຈນ ແລະ ລາຍຮັບທີ່ເກັບໄດ້ຕ້ອງມອບເຂົ້າງົບປະມານໃຫ້ທ່ວງທັນເພື່ອ ໃຫ້ບັນລຸຕົວເລກຄາດໝາຍທາງດ້ານງົບປະ ມານ.



ການເຄື່ອນໄຫວຢ້ຽມຢາມຄັ້ງນີ້ຂອງທ່ານ ປອ. ບຸນຖອງ ດີວິໄຊ ເຈົ້າແຂວງຈໍາປາສັກ, ພ້ອມດ້ວຍບັນດາພະແນກການຂອງແຂວງເທື່ອນີ້ໄດ້ຮັບກຽດຕ້ອນຮັບຂອງທ່ານ ຄໍາຕັນ ຊົມພັນດອນ ເຈົ້າເມືອງໆຈໍາປາສັກ, ພ້ອມພະນັກງານນໍາພາຫຼັກແຫຼ່ງຂອງເມືອງ, ພະນັກງານ ຫັນລົງຮາກຖານຈາກແຂວງ.



ໂອກາດນີ້ບັນດາຂະແໜງການຕ່າງໆ ທ່ີກ່ຽວຂ້ອງຂອງແຂວງກໍ່ໄດ້ມີຄໍາເຫັນສະເໜີວຽກງານຕາມສາຍຕັ້ງຂອງແຕ່ລະຂະແໜງການ ເພື່ອ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງເມືອງຈໍາປາສັກ ໃຫ້ໄດ້ຮັບການພັດທະນາກ້າວຂຶ້ນ, ຈາກນັ້ນ ທ່ານ ປອ. ບຸນຖອງ ດີວິໄຊ ກໍ່ໄດ້ມີຄໍາເຫັນຊີ້ນໍາອໍານາດການປົກຄອງເມືອງ ໂດຍມອບໃຫ້ອໍານາດການປົກ ຄອງຂອງເມືອງຕີລາຄາ, ກວດກາຄືນການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ, ເອົາໃຈໃສ່ຊຸກຍູ້ການພັດທະ ນາດ້ານກະສິກໍາ, ຜະລິດເປັນສິນຄ້າ, ເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ, ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ທຸກປະເພດ ບໍ່ໃຫ້ເກີດຂຶ້ນໃນສັງຄົມ, ຊຸກຍູ້ການຈັດເກັບລາຍຮັບ ເຂົ້າງົບປະມານໃຫ້ໄດ້ຕາມແຜນການ (ຫຼີກເວັ້ນການຈັດເກັບລາຍຮັບຂາດດຸນ), ສົ່ງເສີມວຽກງານການທ່ອງ ທ່ຽວໃຫ້ມີຫຼາຍກິດຈະກໍາ, ການບໍລິການທີ່ສະດວກ, ຜະລິດເຄື່ອງທີ່ລະນຶກທີ່ເປັນເອກະລັກຂອງທ້ອງຖິ່ນ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວ, ນອກນີ້ກໍ່ຕ້ອງຫັນພະນັກງານລົງກໍ່ສ້າງຮາກຖານເພື່ອສ້າງໃຫ້ອໍານາດ ການປົກຄອງຂອງບ້ານມີຄວາມເຂັ້ມແຂງ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຄວາມອຸດົມສົມບູນ. 


ຂ່າວ-ພາບ: ຈັນທະວີສັກ  (ນສພ ຈໍາປາໃໝ່)
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.