Header Ads

ເປີດງານເທສະການດອກງິ້ວບານປະຈໍາປີ 2019 ຫວັງດຶງດູດນັກທ່ອງທ່ຽວໃຫ້ໄດ້ 8 ແສນຄົນ


ງານເທສະການດອກງິ້ວບານປະຈໍາປີ 2019 ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນວັນທີ 23 ມັງກອນ 2019 ທີ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ພາຍໃຕ້ການຮ່ວມມືລະຫວ່າງບໍລິສັດດອກງິ້ວຄໍາ ຜູ້ສໍາປະທານເຂດເສດຖະກິດພິເສດສາມຫລ່ຽມຄໍາກັບ ອໍານາດການປົກຄອງແຂວງບໍ່ແກ້ວ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມສະຫວັດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານເສດຖະກິດ, ທ່ານ ເຈົາເຫວີຍ ປະທານກຸ່ມບໍລິສັດດອກງິ້ວຄໍາ ພ້ອມບັນດາການນໍາແຂວງກ່ຽວຂ້ອງ, ແຂກພາຍໃນ-ຕ່າງປະເທດ ແລະ ມວນຊົນເຂົ້າຮ່ວມຢ່າງຫນາແຫນ້ນ.



ກຸ່ມບໍລິສັດດອກງິ້ວຄໍາເປີດເຜີຍວ່າສະເລັ່ຍມີນັກທ່ອງທ່ຽວເຂົ້າມາທ່ຽວຊົມເຂດດັ່ງກ່າວປະມານ 15.000 ຄົນຕໍ່ວັນ ສໍາລັບປີ 2018 ມີນັກທ່ອງທ່ຽວປະມານ 600.000 ຄົນ ແລະ ຄາດວ່າພາຍໃນປີ 2019 ຈະເພີ່ມຂຶ້ນປະມານ 800.000 ຄົນ.

ປັດຈຸບັນເຂດສາມຫລ່ຽມຄໍາໄດ້ລົງທຶນຕົວຈິງແລ້ວປະມານ 1.5 ຕື້ໂດລາ ພາຍຫລັງເຊັ່ນສັນຍາພັດທະນາລະຫວ່າງລັດຖະບານລາວກັບກຸ່ມບໍລິສັດດອກງິ້ວຄໍາ(ຮົງກົງ)ໃນປີ 2007 ດ້ວຍໄລຍະສໍາປະທານ 90 ກວ່າປີ ໃນເນື້ອທີ່ຫລາຍພັນເຮັກຕາ ເຊິ່ງໃນເຂດດັ່ງໄດ້ສ້າງເປັນສະຖານທີ່ທ່ອງທ່ຽວ, ຫ້າງສັບພະສິນຄ້າ, ໂຮງແຮມ 5 ດາວ, ສະຖານບັນເທີງ, ທ່າເຮືອບໍລິການຂົນສົ່ງສິນຄ້າ, ຮ້ານອາການ,ຕະຫລາດຈີນ, ຕະຫລາດດອນຊາວ ແລະ ອື່ນໆ ແລະ ສາມາດສ້າງວຽກເຮັດງານທໍາໃຫ້ທັງປະຊາຊົນ 3.000 ຄົນ.




ທ້າຍເດືອນມັງກອນຂອງທຸກໆປີ, ເຂດເສດຖະກິດພິເສດສາມຫລ່ຽມຄໍາຮ່ວມກັບອໍານາດການປົກຄອງແຂວງບໍ່ແກ້ວຈະຈັດງານເທສະການດອກງີ້ວບານ ຫລື ເອີ້ນເປັນພາສາອັງກິດ (Kapok Festival Ceremony) ເພື່ອເປັນການສົ່ງເສີມ ແລະ ຮັກສາຄວາມເປັນເອກະລັກດ້ານວັດທະນະທຳອັນດີງາມຂອງທ້ອງຖິ່ນ, ການທ່ຽວຊົມທຳມະຊາດດອກງິ້ວບານ, ສ້າງຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ແລະ ຕິດພັນກັບການທ່ອງທ່ຽວແບບຄົບວົງຈອນຂອງເຂດເສດຖະກິດພິເສດສາມຫລ່ຽມຄຳ ພິເສດສໍາລັບປີນີ້ 2019 ແມ່ນເປັນປີທ່ອງທ່ຽວລາວ-ຈີນ 2019 ເຊິ່ງງານເທດສະການດອກງິ້ວບານຈະໄດ້ດໍາເນີນນັບແຕ່ວັນ 18 – 25 ມັງກອນ 2019 ໃນນັ້ນ ວັນທີ 23 ມັງກອນຈະເປັນມື້ເປີດງານຢ່າງເປັນທາງການ, ປິດງານແມ່ນວັນທີ 25 ມັງກອນ 2019.



ໃນງານດັ່ງກ່າວແມ່ນຈະມີບັນດາພໍ່ແມ່ປະຊາຊົນ, ຜູ້ຊົງຄຸນນະວຸດ ,ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ, ມີການວາງສະແດງສິນຄ້າ,ເຄື່ອງຫັດຖະກຳ, ການຂາຍອາຫານທີ່ເປັນເອກະລັກປະຈຳທ້ອງຖິ່ນ, ການສະແດງສິລະປະວັນນະຄະດີ, ການຮ້ອງເພງ, ການສະແດງກາຍະສິນ, ສິນລະປະການຕໍ່ສູ້, ຊົນງົວ ແລະ ລາຍການອື່ນໆທີ່ເປັນເອກະລັກປະຈຳຊາດຂອງສີ່ປະເທດຄື : ລາວ, ຈີນ, ໄທ ແລະ ມຽນມາ ລວມທັງລາຍການທີ່ດຶງດູດໃຈມວນຊົນກໍ່ຄືການປະກວດນາງສາວດອກງິ້ວບານປະຈຳປີ ເຊິ່ງໄດ້ຄັດເລືອກເອົານາງສາວຈຳນວນ 20 ຄົນຈາກຂອບເຂດທົ່ວແຂວງບໍ່ແກ້ວມາເຂົ້າຮ່ວມການປະກວດ.



ແນວໃດກໍດີ ລັດຖະບານລາວໄດ້ຕັ້ງເປົ້າຫມາຍວ່າຈະສູ້ຊົນດຶງດູດເອົານັກທ່ອງທ່ຽວຈາກ ສປ ຈີນໃຫ້ບັນລຸ 1 ລ້ານກວ່າຄົນໃນໄລຍະເປີດປີທ່ອງທ່ຽວລາວ-ຈີນ 2019 ນີ້. 


ພາບ-ຂ່າວ: ເກີດຂວັນໃຈ (ຂປລ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.