Header Ads

ຮອງນາຍົກລັດຖະມົນຕີ ເປີດປີທ່ອງທ່ຽວລາວ-ຈີນ 2019 ຂຶ້ນຢ່າງເປັນທາງການ



ພິທີເປີດປີທ່ອງທ່ຽວລາວ-ຈີນ 2019 ຈັດຂຶ້ນໃນຕອນແລງ ວັນທີ 25 ມັງກອນ 2019 ຜ່ນມາ ທີ່ຫໍວັດທະ ນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນ. ມີ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ທ່ານ ບໍແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ, ທ່ານ ລູຊູ ກາງ, ລັດຖະມົນຕີກະຊວງວັດທະນະທຳ ແລະທ່ອງທ່ຽວຈີນ, ພ້ອມດ້ວຍແຂກຮັບເຊີນ ແລະມວນຊົນໃນນະຄອນຫຼວງວຽງຈັນເຂົ້າຮ່ວມ.



ໃນພິທີ ທ່ານ ລູຊູກາງ, ລັດຖະມົນຕີກະຊວງວັດທະນະທຳ ແລະທ່ອງທ່ຽວຈີນ ໄດ້ຂຶ້ນອ່ານສານຊົມເຊີຍ ຂອງທ່ານ ສີຈິ້ນຜິງ, ປະທານປະເທດຈີນ ຕໍ່ການເປີດປີທ່ອງທ່ຽວລາວ-ຈີນ 2019 ແລະ ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ ໄດ້ຂຶ້ນອ່ານ ສານຊົມເຊີຍ ຂອງທ່ານບຸນຍັງວໍລະຈິດ, ປະທານປະເທດລາວຕໍ່ພິທີເປີດປີທ່ອງທ່ຽວລາວ-ຈີນ 2019, ສານຊົມເຊີຍຂອງທັງສອງທ່ານ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອຍາວນານ ແລະການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານຕາມທິດ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອມິດທີ່ດີ ແລະຄູ່ຮ່ວມມືທີ່ດີ ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຈີນ. ການເປີດປີທ່ອງທ່ຽວລາວ-ຈີນ 2019 ຖືເປັນກິດຈະກຳໜຶ່ງໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ຂອງປະຊາຊົນທັງສອງປະເທດ ແລະຈະເປັນໂອກາດທີ່ດີໃນການດຶງດູດນັກທ່ອງທ່ຽວ ຈາກທຸກມູມໂລກໄດ້ມາຢ້ຽມຢາມ, ທ່ອງທ່ຽວ, ສຳພັດກັບສະຖານທີ່ທ່ອງທ່ຽວດ້ານຕ່າງໆຂອງລາວ ແລະຈີນ ທີ່ມີຄວາມຫຼາກຫຼາຍ, ໄດ້ຮັບຮູ້ ແລະເຂົ້າໃຈຕໍ່ສະພາບຄວາມເປັນຈິງທາງດ້ານການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດລາວ-ຈີນ, ຈີນ-ລາວ ຫຼາຍຂຶ້ນກວ່າເກົ່າ.

ຈາກນັ້ນທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ໄດ້ຂຶ້ນກ່າວເປີດປີທ່ອງທ່ຽວລາວ-ຈີນ 2019 ຢ່າງເປັນທາງການ ພ້ອມທັງເຊີນຊວນປະຊາຊົນລາວບັນດາເຜົ່າໃນທົ່ວປະເທດເປັນເຈົ້າພາບ ຕ້ອນຮັບແຂກບ້ານແຂກເມືອງໃນໂອກາດປີທ່ອງທ່ຽວລາວ-ຈີນ 2019 ໃຫ້ຫຼາຍຂຶ້ນກວ່າເກົ່າ.



ສຳລັບກິດຈະກຳໃນໂອກາດເປີດປີທ່ອງທ່ຽວລາວ-ຈີນ 2019 ຄັ້ງນີ້ ສະເພາະກິດຈະກຳຢູ່ລາວ ລວມມີ: ຈັດພິທີ ເປີດປີທ່ອງທ່ຽວລາວ-ຈີນ 2019 ທີ່ນະຄອນຫຼວງວຽງຈັນ ດ້ວຍຮູບແບບການສະແດງສິລະປະ ລາວ-ຈີນ, ວາງສະແດງຮູບພາບ ແລະເທດສະການອາຫານ, ໃນໂອກາດຄົບຮອບ 58 ປີ ຂອງສາຍພົວພັນການທູດລາວ-ຈີນ, ໃນເດືອນເມສາ ຈະຈັດງານສັບປະດາວັດທະນະທຳຈີນຢູ່ນະຄອນຫຼວງວຽງຈັນ ໂດຍຈະມີການສະແດງສິລະປະຈາກຈີນ, ຈັດກອງປະຊຸມສຳມະນາລະດັບວິຊາການກ່ຽວກັບວຽກງານຄຸ້ມຄອງການທ່ອງທ່ຽວລາວ-ຈີນຢູ່ ແຂວງວຽງຈັນ ຄາດວ່າຈະຈັດຂຶ້ນໃນເດືອນມິຖຸນາຫາ ເດືອນກໍລະກົດ 2019, ຈັດງານບຸນໄຫວດວງຈັນ ຢູ່ແຂວງຫຼວງພະບາງ ແລະນະຄອນຫຼວງວຽງຈັນ ດ້ວຍຮູບແບບການສະແດງສິລະປະ ຈາກແຂວງຫູເປີຍຂອງຈີນ ໃນເດືອນກັນຍາ 2019.





ສ່ວນກິດຈະກຳຢູ່ຈີນ ລວມມີ: ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວ, ຈະເຄື່ອນໄຫວລັດຖະກິດຢູ່ຈີນ, ພ້ອມນີ້ ຄະນະຜູ້ແທນກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ຈະເຂົ້າຮ່ວມຕິດຕາມ, ພ້ອມທັງນຳເອົາຄະນະສິລະປະ ໄປເຄື່ອນໄຫວສະແດງຮ່ວມກັບຝ່າຍຈີນ ແລະ ຈະມີການເຊັນບົດບັນທຶກການຮ່ວມມືດ້ານວັດທະນະທຳ ແລະທ່ອງທ່ຽວ ລະຫວ່າງສອງກະຊວງ, ຈັດສັບປະດາວັດທະນະທຳລາວທີ່ນະຄອນຊາງຊາ, ແຂວງຫູໜານ ເຊິ່ງຈະມີການສະແດງສິລະປະ, ເທດສະການອາຫານລາວ, ການວາງສະແດງການທ່ອງທ່ຽວ ແລະຈັດກອງປະຊຸມສຳມະນາສົ່ງເສີມການທ່ອງທ່ຽວລາວ-ຈີນ, ຈັດງານສັບປະດາວັດທະນະທຳລາວຢູ່ນະຄອນເຊີນຕູ, ແຂວງເຊສວນ ດ້ວຍຮູບແບບ ລັກສະນະຄືກັນກັບຈັດຢູ່ຫູໜານ ແລະຈະມີພິທີປິດປີທ່ອງທ່ຽວ ລາວ-ຈີນ 2019 ຢູ່ນະຄອນຫຼວງປັກກິ່ງໃນທ້າຍປີ 2019 ໃນໄລຍະໃກ້ຄຽງກັບການສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ.





ສຳລັບປີທ່ອງທ່ຽວລາວ-ຈີນ 2019 ຄັ້ງນີ້ ລັດຖະບານລາວ ວາງຄາດໝາຍ ດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວໃຫ້ໄດ້ 4.500.000 ຄົນ, ໃນນີ້ເປັນນັກທ່ອງທ່ຽວຈີນ ບໍ່ໃຫ້ຫຼຸດ 1 ລ້ານຄົນ.


ພາບ- ຂ່າວ: ບຸນຕຽງ ຈັນທະວົງ (Lao National Radio)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.