Header Ads

ຫັດສະດາຈັນ ພູມສະຫວັນ ຜູ້ຄວ້ານາງສາວດອກງິ້ວບານ ປະຈຳປີ 2019


ຜົນການປະກວດນາງສາວດອກງິ້ວບານປະຈຳປີ 2019 ນາງສາວ ຫັດສະດາຈັນ ພູມສະຫວັນ ຫຼື (ເຟີນ) ໝາຍເລກ 19 ອາຍຸ 19 ປີ ປັດຈຸບັນກຳລັງສຶກສາ ຢູ່ ສປ ຈີນ ເປັນຜູ້ທີ່ສາມາດ​ຄວ້າຕໍາແໜ່ງ ນາງສາວດອກງິ້ວບານ ປະຈຳປີ 2019 ໂດຍມີ ຮອງອັນດັບ 1 ​ແມ່ນໝາຍເລກ 8, ຮອງອັນດັບ 2 ໝາຍເລກ 3 ​ແລະ ຮອງອັນດັບ 3 ໝາຍເລກ 20 ເຊິ່ງເວທີປະກວດດັ່ງກ່າວນີ້ແມ່ນຈັດຂື້ນໃນວັນທີ 25 ມັງກອນ ທີ່ດອນຊາວ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.





ສໍາລັບການປະກວດນາງສາວດອກງິ້ວບານ ທີ່​ທີ່ດອນຊາວ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແມ່ນຖືກຈັດຂື້ນຂອງທຸກໆປີ ເພື່ອຄົ້ນຫາສານທີ່ມີຄຸນສົມບັດ ແລະ ຄວາມພຽບພ້ອມ ໃນການຮັລໜ້າທີ່ເຜີຍແຜ່ຮິດຄອງປະເພນາ , ວັດທະນາທໍາ ແລະ ເອກະລັກຂອງຊາວເມືອງຕົ້ນເຜິ້ງໂດຍຜ່ານຕໍາແໜ່ງ ນາງສາວດອກງິ້ວບານ ຫຼື ທູດວັດທະນະທຳ ນັ້ນເອງ. 








© ໂຕະນໍ້າຊາ | tonamcha.com
___________

Powered by Blogger.