Header Ads

ເຈົ້າໜ້າທີ່ແຂວງຫຼວງພະບາງ ຢຶດຊິ້ນສ່ວນຄ້າຍງາຊ້າງ​ໄດ້ 3,484 ອັນ ​ພ້ອມຊິ້ນສ່ວນ​ອື່ນໆອີກ​ຫຼາຍ​ກິ​ໂລ



ໂດຍ​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ຄວາມ​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ ແລະ ກວດ­ກາ​ສັດ­ປ່າ ແລະ ພືດ​ປ່າ​ປະ­ເພດ​ຫວງ​ຫ້າມ ດັ່ງ​ນັ້ນ, ກົມ​ກວດ­ກາ​ປ່າ­ໄມ້​ໄດ້​ປະ­ສານ​ສົມ­ທົບ​ກອງ​ກວດ­ກາ​ປ່າ­ໄມ້​ແຂວງ​ຫຼວງ​ພະ​ບາງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ໂດຍ​ສະ­ເພາະ​ແມ່ນ​ເຄືອ​ຄ່າຍ​ການ​ບັງ­ຄັບ​ໃຊ້​ກົດ­ໝາຍ​ວ່າ​ດ້ວຍ​ສັດ​ນ້ຳ ໍິ້ລະ ສັດ­ປ່າ ຂັ້ນ​ແຂວງ ທີ່​ແຂວງ​ຫຼວງ​ພະ​ບາງ ໄດ້​ພ້ອມ​ກັນ​ລົງ​ກວດ­ກາ​ການ​ລັກ­ລອບ​ຄ້າ-ຂາຍ​ຜະ­ລິດ​ຕະ​ພັນ​ຊິ້ນ​ສ່ວນ (ງາ​ຊ້າງ) ເປົ້າ​ໝາຍ​ບັນ­ດາ​ຮ້ານ​ຂາຍ­ເຄື່ອງ​ຢູ່​ນະ­ຄອນ­ຫຼວງ​ພະ​ບາງ ຄື: ຮ້ານ​ວອກ​ແມນ (Walkman) ຮ້ານ​ລາວ​ລໍ​ຊຸນ ແລະ ຮ້ານ​ອາ​ຈຸນ ເຊິ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 30 ຄົນ ຈາກ​ກົມ​ກວດ­ກາ​ປ່າ­ໄມ້ ກອງ​ກວດ­ກາ​ປ່າ­ໄມ້ ກອງ​ບັນ­ຊາ​ການ ປກສ ແຂວງ ໜ່ວຍ​ງານ​ກວດ­ກາ​ປ່າ­ໄມ້​ເມືອງ ແລະ ອຳ­ນາດ​ການ​ປົກ­ຄອງ​ບ້ານ.

ຜ່ານ​ການ​ກວດ­ກາ​ສັງ​ລວມ​ ໄດ້​ຄື​ດັ່ງ­ນີ້: ຮ້ານ​ວອກ​ແມນ ພົບ​ເຫັນ​ຊິ້ນ​ສ່ວນ​ເປັນ​ຜະ­ລິດ​ຕະ​ພັນ​ຄ້າຍ­ຄື​ງາ​ຊ້າງ ນ້ຳ­ໜັກ 78.64 ກິ​ໂລ ມີ​ຊິ້ນ​ສ່ວນ​ທັງ​ໝົດ 3,484 ອັນ ນ້ຳ­ໜັກ​ຊິ້ນ​ສ່ວນ​ທີ່​ເປັນ​ງາ​ຊ້າງ​ແທ້ 73.8 ກິ​ໂລ ແລະ ເຂົາ​ສັດ­ປ່າ​ອາ​ຟຣິກ​ກາ 1 ຄູ່ ຮ້ານ​ອາ​ຈຸນ ພົບ​ເຫັນ​ຜະ­ລິດ​ຕະ​ພັນ​ຄ້າຍ​ງາ​ຊ້າງ​ນ້ຳ­ໜັກ 25.5 ກິ​ໂລ ການ​ພິ­ສູດ​ຂອງ​ຊ່ຽວ­ຊານ​ແມ່ນ​ມີ​ຈຳ­ນວນ 936 ອັນ ນ້ຳ­ໜັກ 24.99 ກິ​ໂລ (ເປັນ​ຂອງ​ແທ້) ເຂົາ​ກວາງ 1 ອັນ ນ້ຳ­ໜັກ 3.1 ກິ​ໂລ ແລະ ຮ້ານ​ລາວ​ບລອສຊອມ Lao Blossom ພົບ​ເຫັນ​ຜະ­ລິດ​ຕະ​ພັນ​ຄ້າຍ​ງາ​ຊ້າງ​ທີ່​ໄດ້​ພິ­ສູດ​ຈາກ​ຊ່ຽວ­ຊານ​ແມ່ນ​ມີ​ທັງ​ໝົດ 96 ອັນ ນ້ຳ­ໜັກ 1.3 ກິ​ໂລ ເຊິ່ງ​ຜູ້​ກະ­ທຳ​ຜິດ​ໄດ້​ຖືກ​ກັກ​ໂຕ ແລະ ກຳ­ລັງ​ດຳ­ເນີນ​ຄະ­ດີ​ໄປ​ຕາມ​ຂະ​ບວນ​ຍຸ­ຕິ​ທຳ ນອກ­ຈາກ​ແຂວງ​ຫຼວງ​ພະ​ບາງ​ແລ້ວ ພາກ­ສ່ວນ​ກ່ຽວ­ຂ້ອງ ຍັງ​ຈະ​ໄດ້​ສືບ­ຕໍ່​ລົງ​ກວດ­ກາ​ຢູ່​ບັນ­ດາ​ແຂວງ​ຕ່າງໆ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ໂດຍ​ສະ­ເພາະ​ແມ່ນ​ແຂວງ​ເປົ້າ​ໝາຍ.


ຂໍ້ມູນ : ໜັງສືພິມວຽງຈັນໃໝ່
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.