Header Ads

ເຈົ້າ​ໜ້າ​ທີ່​ແຂວງ​ຊຽງ​ຂວາງ ທຳລາຍ​ເນື້ອ​ທີ່​ລັກລອບປູກ​ຝິ່ນຂອງປະຊາຊົນ 5 ​ເຮັກຕາ



ການລັກລອບປູກຝິ່ນ ຍັງເປັນປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເນື່ອງຈາກເປັນສານຢາເສການລັກລອບປູກຝິ່ນ ຍັງເປັນປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເນື່ອງຈາກເປັນສານຢາເສບຕິດທີ່ຕ້ອງຫ້າມຂອງລັດຖະບານ ແລະ ທີ່ຜ່ານມາເຈົ້າໜ້າທີ່ໄດ້ມີການກວດກາເຄັ່ງຄັດທັງໜ້າດິນ ແລະສອດສ່ອງທາງອາກາດ ແຕ່ກໍ່ຍັງມີການລັກລອບປູກຫຼາຍປະມານ 2 ປີມານີ້, ຫຼ້າສຸດ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ເມືອງຄຳ ແຂວງຊຽງຂວາງເຈົ້າໜ້າທີ່ປາບປາມສະເພາະດ້ານໄດ້ລົງທຳລາຍສວນຝິ່ນອີກ 5 ເຮັກຕາ.

ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ສົມທົບກັບ ປກສ ເມືອງຄຳ, ກຸ່ມຍອດລ້ຽງ ແລະ ອໍານາດການປົກຄອງບ້ານ ໄດ້ເຂົ້າໄປທຳລາຍສວນຢາຝີ່ນທີ່ປະຊາຊົນລັກລອບປູກຢູ່ບ້ານຍອດລ້ຽງ ປະມານ 5 ເຮັກຕາ ເມື່ອວັນທີ 24 ມັງກອນ 2019 ກ່ອນຮອດລະດູເກັບກ່ຽວ ເຊິ່ງນໍາພາ ໂດຍ ພັນໂທ ວັນສົມ ພຸດທະວົງສີ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຊຽງຂວາງ.

ທ່ານ ພັນໂທ ປ່າກໍລໍ ຢົງວື ຮອງຫົວໜ້າພະແນກກວດກາ ແລະ ຄວບຄຸມ ຢາເສບຕິດ ປກສ ແຂວງຊຽງຂວາງ ໃຫ້ໄດ້ຮູ້ວ່າ: ການທໍາລາຍສວນຝິ່ນໃນຄັ້ງນີ້, ມີທັງໝົດ 3 ຈຸດ ຢູ່ເຂດບ້ານຍອດລ້ຽງ ເມືອງຄໍາ. ໃນນັ້ນ, ຈຸດທີ 1 ມີປະມານ 3 ເຮັກຕາ; ຈຸດທີ 2. ມີປະມານ 1 ກວ່າເຮັກຕາ ແລະ ຈຸດທີ 3 ມີປະມານ 1 ເຮັກຕາ ລວມທັງໝົດປະມານ 5 ເຮັກຕາ. ເຊິ່ງເປັນສວນຂອງປະຊາຊົນທີ່ລັກລອບປູກທັງໝົດ 8 ຄອບຄົວພາຍໃນບ້ານຍອດລ້ຽງ ເຊິ່ງບາງຈຸດ ຕົ້ນຝິ່ນແມ່ນເຕີບໃຫຍ່ ປະມານ 20 ຊັງຕີແມັດ, 40 ຊັງຕີແມັດ ແລະ ບາງຈຸດກໍເປັນດອກແລ້ວ.

ປ່າກໍລໍ ຢົງວື ກ່າວອີກວ່າ: ພາຍໃນເມືອງຄໍາ ມີປະຊາຊົນລັກລອບປູກຝິ່ນ ແລະ ຍັງບໍ່ທັນທໍາລາຍ ປະມານ 4-5 ເຮັກຕາ ແລະ ຈະສືບຕໍ່ປະສານສົມທົບກັບ ປກສ ເມືອງ ແລະ ປກສ ກຸ່ມເກັບກໍາຂໍ້ມູນໃຫ້ຊັດເຈນ ແລ້ວສົມທັບກັນໄປທໍາລາຍຖິ້ມໃຫ້ໝົດກ່ອນເຖິງລະດູການກີດເອົາຝິ່ນ. ພາຍຫຼັງທໍາລາຍແລ້ວໄດ້ເຮັດ ບົດບັນທຶກກັບຄອບຄົວທີ່ປູກຝິ່ນໃຫ້ຢຸດເຊົາ ແລະ ແນະນໍາໃຫ້ເຂົາເຈົ້າຫັນໄປປູກພືດທີ່ໃຫ້ຜົນຜະລິດຫຼາຍກວ່ານີ້. ເຊິ່ງກ່ອນໜ້ານີ້, ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງຊຽງຂວາງ ກໍ່ສາມາດທຳລາຍໄຮ່ຝິ່ນຢູ່ ບ້ານບົງ ຄຸ້ມພູຫົວຊ້າງ ເຂດລ້ອງຮາງ ເມືອງພູກູດ ໄດ້ທັງໝົດ 8,6 ເຮັກຕາ ຢູ່ 8 ຈຸດ ໃນວັນທີ 15 ມັງກອນ 2019 ຜ່ານມານີ້.


ຂໍ້ມູນ : ໜັງສືພິມຄວາມສະຫງົບ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.