Header Ads

ຕຳແລ້ວໜີ! ພຽງ 6 ວັນ ຖືກກັກຕົວດຳເນີນຄະດີຕາມລະບຽບກົດໝາຍ


ຜູ້ຂັບຂີ່ລົດກະບະຮຸນໄດ ທີ່ເອົາຕົວຫຼົບໜີຈາກສະຖານທີ່ເກີດເຫດ ໄດ້ພຽງ 6 ວັນ ພາຍຫຼັງຕໍາກັບລົດຈັກ ຈົນຜູ້ຂັບຂີ່ໄດ້ຮັບບາດເຈັບສົມຄວນ ຢູ່ບ້ານພູຂຽວ ເມືອງໄຊ ແຂວງອຸດົມໄຊ ຖືກ ເຈົ້າໜ້າທີ່ກັກຕົວໄດ້ໃນວັນທີ 9 ມັງກອນ 2019. ເຈົ້າໜ້າທີ່ຈະລາຈອນເມືອງໄຊ ແຂວງອຸດົມໄຊໃຫ້ຮູ້ວ່າ: ໃນເວລາປະມານ 24:00 ໂມງ ຂອງວັນທີ 3 ມັງກອນ 2019, ເກີດເຫດລົດກະບະຕໍາ ກັບລົດຈັກຢູ່ເຂດສາມແຍກບ້ານພູຂຽວ ເມືອງໄຊ, ຈາກນັ້ນ ຄູ່ກໍລະນີໄດ້ເອົາຕົວຫຼົບໜີຈາກສະຖານທີ່ເກີດເຫດ ເຈົ້າໜ້າທີ່ໄດ້ເກັບກໍາຂໍ້ມູນຢ່າງລະອຽດ ສາມາດຮູ້ໄດ້ລົດທີ່ຕໍາແລ້ວຫຼົບໜີ ເປັນລົດກະບະຮຸນໄດ, ສີຟ້າ ໝາຍເລກທະບຽນ 9795 ກໍາແພງນະຄອນ ແຕ່ບໍ່ຮູ້ຕົວໜັງສື ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມຈົນສາມາດຈັບຕົວຄູ່ກໍລະນີ ຊື່ ທ້າວ ຄານ ອາຍຸ 21 ປີ ບ້ານຫ້ວຍປໍ ເມືອງໄຊ ແຂວງອຸດົມໄຊ ມາດໍາເນີນຄະດີໄດ້ສໍາເລັດ.

ຜ່ານການຊັນນະສູດສະຖານທີ່ເກີດເຫດ ເຈົ້າໜ້າທີ່ພົບວ່າ: ລວງກວ້າງຂອງເສັ້ນທາງ ວັດແທກໄດ້ 7 ແມັດ, ຈຸດຕໍາແຕ່ຂອບທາງຫາເບື້ອງຂວາຂອງລົດຈັກ ແທກໄດ້ 2,5 ແມັດ, ຈຸດຕໍາຫາ ຈຸດຕາຍຕົວ (ເສົາໄຟຟ້າ) ແທກໄດ້ 10 ແມັດ, ຈຸດຕໍາຫາຈຸດລົດລົ້ມ 5,2 ຊັງຕີແມັດ, ຈຸດຕໍາຫາຈຸດຂຸດຂອງລົດ ຈັກ 1,6 ແມັດ, ຈຸດເລີ່ມຂູດຂອງລົດຈັກ ຫາຂອບທາງ 1,8 ແມັດ, ສ່ວນຜູ້ທີ່ກໍ່ເຫດໄດ້ເອົາຕົວຫຼົບໜີໄປພ້ອມລົດ; ຈາກການເກັບກໍາຂໍ້ມູນຢ່າງລະອຽດ, ບວກກັບພະຍານອ້ອມຂ້າງ ແລະ ເຕັກນິກທາງວິຊາສະເພາະ ຈຶ່ງສຶບຮູ້ໄດ້ວ່າເປັນລົດຮຸນໄດ ແລະ ຮູ້ຊື່ຜູ້ຂັບຂີ່ ຈຶ່ງ ຕິດຕາມກັກຕົວມາດໍາເນີນຄະດີ.

ທ້າວ ຄານ ໃຫ້ການວ່າ: ໄດ້ໄປເອົາລົດຮຸນໄດ ຄັນສີຟ້າ ໝາຍເລກທະບຽນ ກດ 7959 ກໍາແພງນະຄອນ ນໍາຄົນທີ່ຮູ້ຈັກກັນມາແກ່ເຄື່ອງຫາເງິນ ເພື່ອນໍາເງິນໄປຈ່າຍຄ່າຜ່ອນລົດຄັນດັ່ງກ່າວ; ໃນມື້ເກີດເຫດ ເວລາປະມານ 19:00 ໂມງ ໄດ້ຂັບຂີ່ລົດອອກຈາກບ້ານຫ້ວຍປໍ ຈຸດປະສົງໄປຢາມພີ່ນ້ອງທີ່ປິ່ນປົວຢູ່ໂຮງໝໍແຂວງ; ມາຮອດເວລາປະມານ 24:00 ໂມງ, ໄດ້ຂີ່ລົດອອກຈາກໂຮງໝໍເພື່ອກັບເຮືອນ ໂດຍຂັບຂີ່ໄປທາງບ້ານພູຂຽວ ດ້ວຍຄວາມໄວປະມານ 40-50 ກິໂລແມັດ/ຊົ່ວໂມງ, ພໍຂັບຂີ່ມາຮອດຕະຫຼາດກິວລົມ ສັງເກດເຫັນລົດຈັກຂີ່ສວນທາງມາ ຫ່າງ ປະມານ 1 ແມັດ ເຮັດໃຫ້ຫົວລົດຂ້າງຊ້າຍໄປດາດກັບລົດຈັກດັ່ງກ່າວ ໄດ້ຍິນສຽງດັງແຕ່ບໍ່ຈອດ ຂັບຂີ່ລົດມຸ່ງໜ້າໄປທາງບ້ານກໍນ້ອຍ ເພື່ອກັບບ້ານຫ້ວຍປໍ, ມາຮອດວັນທີ່ 4 ມັງກອນ ໄດ້ຕັດສິນໃຈ ໄດ້ມ້າງຝາທັງສອງເບື້ອງຈຸດທີ່ດາດລົດຈັກອອກ, ໃນວັນທີ 9 ມັງກອນ ເຈົ້າໜ້າທີ່ສາມາດຕິດຕາມຕົວໄດ້.


ທ້າວ ຄໍາແສນ ອາຍຸ 20 ປີ ນັກຮຽນບ້ານພູຂຽວ ເມືອງນາໝໍ້ ແຂວງອຸດົມໄຊ ຜູ້ເສຍຫາຍໃຫ້ການວ່າ: ໃນເວລາປະມານ 23:00 ໂມງ ຂອງວັນທີ 2 ມັງກອນ 2019 ໄດ້ຂີ່ລົດຈັກຊ້ອນທ້າວ ໂນ ໂດຍຈຸດປະສົງແມ່ນຈະກັບເຮືອນຢູ່ບ້ານພູຂຽວພໍ ຂີ່ໄປຮອດຈຸດເກີດເຫດໄດ້ສັງເຫດ ເຫັນລົດກະບະຮຸນໄດທີ່ສວນທາງມາ ໄລະຍະຫ່າງປະມານ 15-20 ແມັດ ແຕ່ຂັບຂີ່ຢູ່ໃນເຄິ່ງກາງ ຍັງປະມານ 5 ແມັດ ລົດຮຸນໄດ້ດາດເຮັດໃຫ້ລົດຈັກລົ້ມ ແຕ່ລົດຮຸນໄດບໍ່ຈອດ ໄດ້ເລັ່ງລົດ ໄປຕໍ່ ແຕ່ມີຄົນຂີ່ລົດຕາມຫຼັງໄປເພື່ອໄປເບິ່ງປ້າຍແລ້ວກັບມາພາສົ່ງໄປໂຮງໝໍ.

ຈາກການຕີລາຄາຂອງເຈົ້າໜ້າທີ່ເຫັນວ່າ: ທ້າວ ຄານ ເປັນຜູ້ກະທໍາຜິດໃນສະຖານນລະເມີດກົດລະບຽບຈະລາຈອນ ພາໃຫ້ເກີດອຸບັດຕິເຫດ ຕາມລະບຸທີ່ໄວ້ໃນປະມວນກົດໝາຍອາຍາ ມາດຕາ 145 ວັກ 2 ເນື່ອງຈາກວ່າຜູ້ກ່ຽວບໍ່ຂີ່ລົດແນບຂວາມືຕົນເອງຕາມທີ່ໄດ້ບົງໄວ້ໃນດໍາລັດກ່ຽວກັບການປະກາດໃຊ້ລະບຽບວ່າດ້ວຍການສັນຈອນທາງບົກ ເຊິ່ງເປັນສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ເຮັດໃຫ້ຄົນອື່ນໄດ້ຮັບບາດເຈັບ ແລະ ເອົາຕົວຫຼົບໜີ, ຈາກການກະທໍາດັ່ງກ່າວ ທ້າວ ຄານ ເປັນຄົນຜິດແທ້ ແຕ່ການກະທໍາຜິດເປັນການກະທໍາຜິດຄັ້ງໜຶ່ງຄັ້ງດຽວ ແລະ ຄອບຄົວຂອງຜູ້ກ່ຽວມີຄວາມຈິງໃຈໃຫ້ແທນຄ່າເສຍຫາຍໃຫ້ຝ່າຍຄອບຄົວຂອງຄູ່ກໍລະນີເປັນທີ່ຮຽບຮ້ອຍ ແລະ ຜູ້ເສຍຫາຍຈະບໍ່ໄດ້ຮ້ອງຟ້ອງ ແລະ ບໍ່ເອົາເລື່ອງນໍາ; ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງແກ້ໄຂ ແລະ ສຶກສາອົບຮົມຜູ້ກ່ຽວບໍ່ໃຫ້ລະເມີດກົດລະບຽບຈະລາຈອນອີກ


ພາບ ແລະ ຂ່າວ : ນສພ ຄວາມສະຫງົບ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.