Header Ads

ກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X



ເພື່ອຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໃຫ້ເຂົ້າສູ່ລົງເລິກຊີວິດຕົວຈິງ, ໃນຕອນເຊົ້າຂອງ ວັນທີ 30 ມັງກອນ 2019 ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີເຊື່ອມຊຶມມະຕິດັ່ງກ່າວຂຶ້ນ ໂດຍການເປັນປະທານ ຂອງ ສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ - ລັດຖະກອນ ອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.



ໃນບັ້ນເຊື່ອມຊຶມຄັ້ງນີ້, ປະກອບດ້ວຍສອງເອກະສານສຳຄັນຄື: ມະຕິ ສະບັບເລກທີ 057/ຄບສພ, ລົງວັນທີ 19/12/2018 ວ່າດ້ວຍການເພີ່ມທະວີການນໍາພາແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງການຄຸ້ມຄອງມະຫາພາກ ແລະ ມະຕິ ສະບັບເລກທີ 056/ຄບສພ, ລົງວັນທີ 19/12/2018 ວ່າດ້ວຍ ການປັບປຸງວຽກຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ. ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນບັນຫາ ແລະ ບັນດາສາເຫດຕົ້ນຕໍຂອງສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນທີ່ປະເທດເຮົາພວມປະເຊີນໜ້າຢູ່ໃນປັດຈຸບັນ ໂດຍສະເພາະແມ່ນ ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດບໍ່ບັນລຸຕາມຄາດໝາຍ, ບັນຫາໜີ້ສິນຄຸມເຄືອ, ການຂາດດູນງົບປະມານ, ການລະເມີດລະບຽບວິໄນແຜນການ-ການເງິນ ແລະ ອື່ນໆ ລວມທັງທິດທາງ ແລະ ມາດຕະການຈຸດສຸມໃນການແກ້ໄຂສະເພາະໃນຕໍ່ໜ້າ. 

ສຳລັບ ວຽກງານປັບປຸງຮາກຖານການເມືອງ ທ່ານປະທານ ກໍໄດ້ເນັ້ນບັນຫາສຳຄັນການສ້າງຮາກ​ຖານ​ການ­ເມືອງ​ຂອງ​ລະບອບ​ປະ­ຊາ­ທິ­ປະ­ໄຕ​ປະ­ຊາ­ຊົນ ເພື່ອໃຫ້​ຕິດ​ພັນ​ກັບ​ພຶດ­ຕິ​ກຳ​ຕົວ​ຈິງ​ໃນ​ວຽກງານພົວພັນກັບຕ່າງປະເທດ, ໂດຍສະເພາະແມ່ນການແກ້​ໄຂ​ບັນດາ​ຈຸດ​ອ່ອນ ແລະ ຂໍ້ຄົງຄ້າງ, ຊອກ​ໃຫ້​ເຫັນ​ບັນດາສາ​ເຫດ​ຕົ້ນຕໍທີ່​ເປັນ​ພື້ນຖານ ​ເພື່ອ​ວາງ​ມາດ​ຕະການ, ​ທິດ​ທາງ ແລະ ວິທີ​ການແກ້ໄຂ​ທີ່​ຖືກຕ້ອງ ສາມາດ​ປະ​ຕິ​ບັດໄດ້​ຢ່າງ​ມີ​ປະສິດທິພາບ ແລະ ປະສິດທິຜົນ. ພາຍຫຼັງທີ່ໄດ້ຮັບຟັງການເຜີຍແຜ່ແລ້ວ ທ່ານປະທານຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມສະເໜີປະກອບຄຳເຫັນທີ່ມີລັກສະນະສ້າງສັນ, ກົງໄປກົງມາ, ພາວະວິໄສ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ບັ້ນເຊື່ອມຊຶມໃນເທື່ອນີ້ ແລະ ນຳເອົາເນື້ອໃນຈິດໃຈທີ່ໄດ້ເຊື່ອມຊຶມໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ການແກ້ໄຂວຽກງານຕົວຈິງໃຫ້ເປັນຮູບປະທຳໃນສະເພາະໜ້າ ແລະ ຍາວນານ.


ພາບ ແລະ ຂ່າວ: ກະຊວງການຕ່າງປະເທດ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.