Header Ads

ນາຍົກ ລົງເຄື່ອນໄຫວ ແລະ ຢ້ຽມຢາມກອງພັນ 709 ຢູ່ແຂວງຈຳປາສັກ



ໃນໂອກາດທີ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ ແລະ ຢ້ຽມຢາມ 4 ແຂວງພາກໃຕ້ ໃນວັນທີ 27 ມັງກອນ 2019 ຜ່ານມາ ທ່ານພ້ອມດ້ວຍຄະນະ ແລະ ການນຳຫຼັກແຫຼ່ງແຂວງຈຳປາສັກ ໄດ້ໄປຢ້ຽມຢາມກອງພັນ 709 ທີ່ຂຶ້ນກັບກອງບັນຊາການທະຫານແຂວງຈໍາປາສັກ, ໂດຍມີນາຍ ແລະ ພົນທະຫານ ພາຍໃນກອງພັນດັ່ງກ່າວໃຫ້ການຕ້ອນຮັບ.

ໃນໂອກາດຢ້ຽມຢາມດັ່ງກ່າວ ທ່ານ ພັນໂທ ອຸດົມໄຊ ພົມມະຈັນ, ຫົວໜ້າການທະຫານ ກອງພັນ 709 ໄດ້ລາຍງານ ກ່ຽວກັບສະພາບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງກອງພັນໃນໄລຍະຜ່ານມາວ່າ: ກອງພັນ 709 ສ້າງຕັ້ງຂຶ້ນໃນວັນທີ 03 ກໍລະກົດ ປີ 1984 ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງກອງທັບ ເຊິ່ງເຮັດໜ້າທີ່ເຄື່ອນໄຫວສູ້ຮົບເປັນຕົ້ນຕໍ ໃນນັ້ນ, ໄດ້ເຄື່ອນໄຫວກວດລາດຕາເວັນທັງນ້ອຍ ແລະ ໃຫຍ່ຢ່າງເປັນປົກກະຕິ, ເຮັດໃຫ້ຂອບເຂດຄວາມຮັບຜິດຊອບມີຄວາມສະຫງົບປອດໄພ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ນໍາພາອົບຮົມ-ຫັດແອບການເມືອງ, ການທະຫານ, ພາລາທິການ-ເຕັກນິກ ແລະ ວິຊາສະເພາະ ແນໃສ່ຍົກສູງສະຕິ ແລະ ເພີ່ມຄວາມສາມາດ ຕອບຕ້ານກົນອຸບາຍມ້າງເພທໍາລາຍຂອງກຸ່ມຄົນບໍ່ດີ.

ພ້ອມນັ້ນ, ຍັງຍົກສູງຄວາມສາມາດໃນການນໍາພາ-ບັນຊາ ເຮັດໃຫ້ນາຍ ແລະ ພົນທະຫານ ກໍາແໜ້ນວິຊາສະເພາະ ແລະ ເຕັກນິກ, ມີຄວາມຊໍານິຊໍານານ ໄປພ້ອມໆກັບການລົງກໍ່ສ້າງຮາກຖານການເມືອງ, ບ້ານ, ກຸ້ມບ້ານທີ່ຢູ່ອ້ອມຂ້າງ ໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດັ່ງຄໍາຂວັນ: “ກົມກອງທະຫານຕັ້ງຢູ່ບ່ອນໃດ ກໍ່ເປັນທີ່ເພິ່ງຂອງພໍ່ແມ່ປະຊາຊົນ ຢູ່ບ່ອນນັ້ນ”.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ໄຊຊະນະ ທີ່ບັນດານາຍ ແລະ ພົນທະຫານ ກອງພັນດັ່ງກ່າວ ສາມາດຍາດມາໄດ້ໃນໄລຍະທີ່ຜ່ານມາ. ພ້ອມທັງ ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ, ສິ່ງເອື້ອອຳນວຍຄວາມສະດວກ, ຂໍ້ຈຳກັດ ແລະ ສິ່ງທ້າທາຍໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃນປັດຈຸບັນ ກໍ່ຄືອະນາຄົດ, ບາງຜົນສຳເລັດທີ່ພົ້ນເດັ່ນ ແລະ ມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ ກໍ່ຄືກອງພັນ 709 ທີ່ນາຍ ແລະ ພົນທະຫານ ຮຸ່ນເກີດໃໝ່ໃຫຍ່ລຸນຄວນສຶກສາຄົ້ນຄວ້າຮໍ່າຮຽນ ແລະ ເສີມຂະຫຍາຍ ຄວາມເປັນແບບຢ່າງດັ່ງກ່າວ ເຂົ້າສູ່ວຽກງານຂອງຕົນ ໃຫ້ເກີດດອກອອກຜົນ, ຮັບປະກັນການຈັດຕັ້ງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ ມີຜົນສຳເລັດຢ່າງທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ນາຍ ແລະ ພົນທະຫານທຸກຄົນ ຈົ່ງເຊີດຊູສະຕິລະວັງຕົວ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງກຸ່ມຄົນທີ່ບໍ່ຫວັງດີ ຢ່າງທັນການ, ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກລັດ, ປົກປົກຮັກສາໝາກຜົນຂອງການປະຕິວັດ, ຮັກສາລະບອບໃໝ່ ລະບອບປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ; ເປັນເຈົ້າການຮັກສາມູນເຊື້ອອັນດີງາມ ຂອງກອງທັບປະຊາຊົນລາວຕະຫຼອດໄປ ໂດຍສະເພາະ ມູນເຊື້ອດຸໝັ່ນ, ອາດຫານ, ເສຍສະຫຼະ, ຕໍ່ສູ້ບໍ່ຍອມຈຳນົນ, ມີໄຫວພິບ, ປະດິດສ້າງ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ; ຕັ້ງໜ້າປັບປຸງກຳລັງ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ໂດຍສະເພາະ ເອົາໃຈໃສ່ຮໍ່າຮຽນ, ຝຶກແອບວິຊາສະເພາະ, ການນຳໃຊ້ເຕັກນິກວິທະຍາສາດ, ສິນລະປະຍຸດຍຸດທະວິທີ ຢ່າງເປັນປົກ ກະຕິ, ມີຄຸນນະພາບ, ມີຄວາມກ້າວໜ້າ ແລະ ທັນສະໄໝຢ່າງບໍ່ຢຸດຢັ້ງ.


ພາບ-ຂ່າວ: ນສພ ກອງທັບ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.