Header Ads

ຈຳປາສັກຈັດສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີ ຢ່າງສະຫ່ງາຜ່າເຜີຍ



ໃນຕອນເຊົ້າຂອງວັນທີ 28 ມັງກອນ 2019, ຢູ່ສະຫນາມກີລາຫຼັກ 2 ນະຄອນປາກເຊ, ແຂວງຈຳປາສັກ, ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ວັນທີ 20 ມັງກອນ ຄົບຮອບ 70 ປີ ໄດ້ຖືກຈັດຂື້ນຢ່າງສະຫງ່າຜ່າເຜີຍ, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ຮອງປະທານຄະນະປ້ອງກັນຊາດປ້ອງກັນຄວາມສະຫງົບຂັ້ນສູນກາງ, ພ້ອມດ້ວຍ ບັນດາທ່ານການນຳພັກ-ລັດ, ບັນດາ ນາຍ ແລະ ພົນທະຫານ ແລະ ຕຳຫຼວດ, ແລະ ບັນດາຜູ້ຕາງຫນ້າອົງການຈັດຕັ້ງຕ່າງໆ, ຕະຫຼອດຮອດປະຊາຊົນຊາວແຂວງຈຳປາສັກ ຈຳນວນ 4 ພັນກ່ວາຄົນ. 





ໃນພິທີ, ທ່ານ ບຸນຖອງ ດີວິໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິການງານພັກແຂວງ ແລະ ເຈົ້າແຂວງໆຈຳປາສັກ, ທັງແມ່ນ ປະທານຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຈຳປາສັກ ໄດ້ຂຶ້ນກ່າວຄຳປາໄສ ຕໍ່ພິທີໂຮມຊຸມນຸມ ໂດຍທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ຜົນງານ ແລະ ມູນເຊື້ອຂອງກອງທັບປະຊາ ຊົນລາວ ໃນໄລຍະຜ່ານມາ, ພາຍໃຕ້ການຊີ້ນຳ- ນຳພາອັນປີຊາສາມາດ ແລະສະຫຼາດ ສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ເຊິ່ງໄດ້ເຮັດໃຫ້ກອງທັບ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຢ່າງຕໍ່ເນື່ອງ ທັງດ້ານປະລິ ມານ ແລະ ຄຸນນະພາບ, ໂດຍຜ່ານການເຝິກຝົນຫລໍ່ຫຼອມແລະ ທົດສອບ ໃນແປວໄຟຂອງສົງຄາມຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ. ໃນໄລຍະ 70 ປີຜ່ານມາ, ກອງທັບປະຊາຊົນລາວໄດ້ສ້າງວິລະກຳອັນລໍ້າເລີດ, ສ້າງປະຫວັດສາດ ໃນຍຸກໃໝ່ ແລະ ສ້າງມູນເຊື້ອວິລະຊົນຂອງຊາດລາວ ວິລະຊົນຢ່າງສະຫງ່າງາມ, ແລະ ໄດ້ດຳເນີນພາລະກິດປົດປ່ອຍຊາດ ກໍ່ຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໂດຍຍາດໄດ້ຜົນງານອັນດີເດັ່ນ ແລະ ໄຊຊະນະ ເປັນກ້າວໆມາ, ຈຶ່ງສາມາດເວົ້າໄດ້ວ່າ ກອງທັບປະຊາຊົນລາວ ແມ່ນສົມແລ້ວທີ່ເປັນກອງທັບວິລະຊົນແຫ່ງ ຊາດລາວວິລະຊົນຢ່າງແທ້ຈິງ. 




ທ່ານເຈົ້າແຂວງ ປະທານປ້ອງກັນຊາດ - ປ້ອງກັນຄວາມສະຫງົບແຂວງຫຼວງພະບາງ ຍັງໄດ້ຮຽກຮ້ອງໃຫ້ທຸກກຳລັງປະກອບອາວຸດ, ປະຊາຊົນບັນດາເຜົ່າຊັ້ນຄົນຕ່າງໆ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອຂອງກອງທັບເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ແຂວງຈຳປາສັກໃນຄັ້ງນີ້ ແມ່ນດຳເນີນໄປຢ່າງຄຶກຄື້ນ ແລະ ມີຄວາມຫມາຍອັນເລິກເຊິ່ງ, ດວ້ຍການສະແດງສີລະປະວັນນະຄະດີ, ການສະແດງສິລະ ປະຍຸດ, ຍຸດທະວິທີມວຍສູ້ຮົບ ຂອງເຫລົ່າຮົບຕີພິເສດ, ແລະ ເຫລົ່າຮົບສືບຂ່າວ. ພ້ອມນີ້, ຍັງມີການສະແດງເດີນສວນສະໜາມຂອງກອ້ນກໍາລັງຂອງກຳລັງປ້ອງກັນຊາດແຂວງ, ກ້ອນກຳລັງກອງພົນທະຫານຮາບທີ 5 , ໂຮງຮຽນວຽງໄຊ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ສະຫະພັນແມ່ຍິງນະຄອນປາກເຊ ແລະ ສະຖາບັນການສຶກສາ ແລະ ພາກສ່ວນຕ່າງໆອີກດ້ວຍ. ພິເສດ, ແມ່ນໄດ້ມີການສະແດງໂດດຈ້ອງຂອງກອງທັບປະຊາຊົນລາວ ຕື່ມອີກ.  ທັງໝົດນີ້ ແມ່ນສ່ອງແສງໃຫ້ເຫັນເຖິງຄວາມອົງອາດກ້າ ຫານ, ແລະ ຄວາມເຕີບໃຫ່ຍເຂັ້ມແຂງຂອງກອງທັບປະຊາຊົນລາວ, ແຕ່ອະດິດຈົນເຖີງປະຈຸບັນ.



ເນື້ອໃນຂ່າວ : ນ.ປະພິດ ສີສົມບູນ |  ພາບ: ພິລາວັນ ທອງວິໄລ  (ວສລ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.