Header Ads

ໂຄງການທາງດ່ວນ ວຽງຈັນ – ວັງວຽງ ເລີ່ມລົງມືກໍ່ສ້າງແລ້ວ


ອີງຕາມການລາຍງາຂອງ ນສພ ເສດຖະກິດ-ການຄ້າ  ວ່າ: ໂຄງການກໍ່ສ້າງທາງດ່ວນ ວຽງຈັນ – ວັງວຽງ ໃກ້ຄວາມເປັນຈິງ ເພາະປັດຈຸບັນທາງຜູ້ຮັບເໝົາໂຄງການໄດ້ເລີ່ມລົງມືກໍ່ສ້າງແລ້ວ ເຊິ່ງເລີ່ມຈາກໄລຍະທາງ 109,12 ກິໂລແມັດ ແຕ່ວຽງຈັນ – ວັງວຽງ ແມ່ນໄດ້ແບ່ງທີມງານກໍ່ສ້າງອອກເປັນ 7 ທີມ ປັດຈຸບັນແມ່ນກຳລັງຂຸ້ນຂ້ຽວນຳເຄື່ອງກົນຈັກໜັກເຂົ້າສະໜາມ.



ເພື່ອຮອງຮັບການຂົນສົ່ງໃນຍຸກເຊື່ອມໂຍງ – ເຊື່ອມຈອດ ລັດຖະບານລາວ ໄດ້ເອົາໃຈໃສ່ພັດທະນາວຽກງານພື້ນຖານໂຄງລ່າງກໍຄືຕາໜ່າງຄົມມະນາຄົມ – ຂົນສົ່ງ ເຮັດໃຫ້ປະເທດລາວທີ່ເປັນປະເທດບໍ່ມີຊາຍແດນຕິດກັບທະເລກາຍມາເປັນປະເທດບໍລິການທາງຜ່ານໃນບັນດາປະເທດລຸ່ມແມ່ນ້ຳຂອງ, ເປັນຈຸດເຊື່ອມໂຍງລະຫວ່າງປະເທດທີໜຶ່ງຫາປະເທດທີສາມ ຫຼື ປະເທດທີສີ່ໄດ້. ໃນນີ້, ລັດຖະບານມີແຜນສ້າງໂຄງການທາງດ່ວນແຕ່ ນະຄອນຫຼວງວຽງຈັນ – ດ່ານບໍ່ເຕັນ ແຂວງຫຼວງນໍ້າທາ ໂດຍຈຸດເລີ່ມຕົ້ນແມ່ນຈາກນະຄອນຫຼວງວຽງຈັນ ຈາກເຂດບ້ານສີເກີດ ເມືອງນາຊາຍທອງ – ວັງວຽງ ເປັນໄລຍະທຳອິດ. ຈາກນັ້ນ, ຈຶ່ງຈະເລີ່ມກໍ່ສ້າງແຕ່ ວັງວຽງ – ຫຼວງພະບາງ – ອຸດົມໄຊ ແລະ ຫາ ບໍ່ເຕັນ.



ທ່ານ ບຸນຍະວັດ ນີລະໄຊຍ໌ ຜູ້ຕາງໜ້າລັດຖະບານລາວ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງດ່ວນແຕ່ ນະຄອນຫຼວງວຽງຈັນ – ວັງວຽງ ແມ່ນນອນໃນໂຄງການທາງດ່ວນ ລາວ – ຈີນ ທີ່ມີຈຸດເລີ່ມແຕ່ ນະຄອນຫຼວງວຽງຈັນ – ບໍ່ເຕັນ ແຂວງຫຼວງນ້ຳທາ ຊາຍແດນ ສປ ຈີນ ໂດຍຜ່ານ 4 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ ແລະ ຫຼວງນໍ້າທາ. ສະເພາະການກໍ່ສ້າງໄລຍະທຳອິດແມ່ນຈະສ້າງແຕ່ ນະຄອນຫຼວງວຽງຈັນ – ວັງວຽງ ແຂວງວຽງຈັນ ທີ່ມີຄວາມຍາວທັງໝົດ 109,12 ກິໂລແມັດ, ກວ້າງ 23 ແມັດ, ມີ 4 ຊ່ອງຈະລາຈອນ ແລະ ມີ 2 ແລວໄປ – ກັບ ເຊິ່ງເປັນການລົງທຶນຂອງ ກຸ່ມບໍລິສັດ ກໍ່ສ້າງແຂວງຢູນນານ ໃນຮູບແບບ ( BOT ) ຕາມແຜນການແມ່ນຈະໃຊ້ເວລາໃນການກໍ່ສ້າງ 3 ປີ ໃຫ້ສຳເລັດ.


ທ່ານໃຫ້ຮູ້ຕື່ມວ່າ: ປັດຈຸບັນບໍລິສັດຮັບເໝົາກໍ່ສ້າງແມ່ນໄດ້ແບ່ງທີມງານກໍ່ສ້າງອອກເປັນ 7 ທີມ ທີ່ປະຈຳໃນແຕ່ລະຈຸດໃນໄລຍະການກໍ່ສ້າງແຕ່ ນະຄອນຫຼວງວຽງຈັນ – ວັງວຽງ ເຊິ່ງປັດຈຸບັນແມ່ນກຳລັງບຸກເບີກແລວເສັ້ນທາງ, ອະນາໄມໜ້າທາງ ທີ່ສຳຄັນທາງໂຄງການກຳລັງຂຸ້ນຂ້ຽວນຳເອົາກົນຈັກໜັກເຂົ້າພາກສະໜາມ ເພື່ອດຳເນີນການກໍ່ສ້າງໃຫ້ບັນລຸຕາມແຜນ.



ທີ່ມາ : ນສພ ເສດຖະກິດ-ການຄ້າ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.