Header Ads

ອັດຕະປື ໃສ່ວິໄນພະນັກງານລັດທີ່ບໍ່ຊື່ສັດຕໍ່ໜ້າທີ່


ແຂວງ ອັດຕະປື ເປັນອີກແຂວງໜຶ່ງທີ່ມີຄວາມເອົາໃຈໃສ່ຕໍ່ວຽກງານການຕິດຕາມ ແລະກວດກາໂດຍໃນ 1 ປີ ຜ່ານມາໄດ້ຊຸກຍູ້ຕິດຕາມ ແລະກວດກາລັດຢ່າງປົກກະຕິ ເຊິ່ງສາມາດກວດກາພົບເຫັນພະນັກງານລະເມີດກົດໝາຍ 12 ຄົນ, ຍິງ 6 ຄົນ, ໃນນັ້ນສຶກສາອົບຮົມກ່າວເຕືອນ 9 ຄົນ, ລຶບຊື່ອອກຈາກລັດຖະກອນ 1 ຄົນ ແລະ ນຳສະເໜີໃຫ້ຂັ້ນເທິງຄົ້ນຄວ້າລຶບຊື່ 2 ຄົນ.

ເມື່ອທ້າຍອາທິດຜ່ານມາ ແຂວງ ອັດຕະປື ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກ້ວາງ ຄັ້ງທີ 9 ສະໄໝທີ X ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍການເປັນປະທານຂອງທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງອັດຕະປື ພ້ອມນີ້ກໍມີບັນດາທ່ານໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ ແລະຮອງພະແນກການອ້ອມຂ້າງແຂວງ, ເຈົ້າເມືອງ 5 ຕົວເມືອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບການຕີລາຄາການຊີ້ນຳໆພາການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ປີ 2018 ແລະທິດທາງແຜນ ການປີ 2019 ເຊິ່ງມີຫຼາຍໜ້າວຽກທີ່ໄດ້ຮັບຜົນສໍາເລັດເປັນຕົ້ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ວຽກງານການເມືອງແນວຄິດ ແລະວຽກ ງານພັກ-ພະນັກງານ; ວຽກງານກໍ່ສ້າງຮາກຖານການເມືອງ; ວຽກງານອົງການແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນ; ວຽກງານຕິດຕາມ, ກວດກາ; ວຽກງານຄຸ້ມເສດຖະກິດມະຫາພາກ; ວຽກງານໂຍທາທິການ ແລະຂົນສົ່ງ; ວຽກງານຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ; ວຽກງານການສຶກສາ ແລະກີລາ; ວຽກງານສາທາລະນະສຸກ; ວຽກຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ; ວຽກງານປັບປຸງກໍ່ສ້າງຮາກຖານການເມືອງ ແລະພັດທະນາຊົນນະບົດຮອບດ້ານ.

ຢ່າງໃດກໍຕາມ, ສະເພາະວຽກງານທີ່ຕິດຕາມ ແລະກວດກາ ທາງແຂວງແມ່ນໄດ້ມີຄວາມເອົາໃຈໃສ່ຊຸກຍູ້ຕິດຕາມ ແລະກວດກາລັດຢ່າງປົກກະຕິ ສາມາດກວດກາພົບເຫັນພະນັກງານລະເມີດກົດໝາຍ 12 ຄົນ, ຍິງ 6 ຄົນ, ສຶກສາອົບຮົມກ່າວເຕືອນ 9 ຄົນ, ຍິງ 4 ຄົນ, ລຶບຊື່ອອກຈາກລັດຖະກອນເປັນເພດຍິງ 1 ຄົນ ແລະນຳສະເໜີໃຫ້ຂັ້ນເທິງຄົ້ນຄວ້າລຶບຊື່ 2 ຄົນ, ຍິງ 1 ຄົນ.


ຂໍ້ມູນ: ນສພ ເສດຖະກິດ-ສັງຄົມ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.