ເຫດໄຟໄຫມ້ ເຮືອນປະຊາຊົນ ຢູ່ວັດໄຕນ້ອຍ ນະຄອນຫລວງວຽງຈັນ
ນະຄອນຫລວງວຽງຈັນ : ວັນທີ່ 17/01/2019 ເວລາ 09:16ໂມງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຢູ່ບ້ານວັດໄຕນ້ອຍ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ວ່າ ມີເຫດໄຟໄຫມ້ເຮືອນກຳລັງລຸກລາມ
ເມື່ອຫນ່ວຍກູ້ໄພມູນນິທິອອກກວດສອບ ພົບໄຟໄຫມ້ກຳລັງລຸກລາມ ຈື່ງໄດ້ຮ່ວມກັບພະແນກສະກັດກັ້ນອັກຄີໄພນະຄອນຫລວງ ຄວມຄຸມໄວ້ໄດ້ໃຊ້ເວລາ 15ນາທີ ໄຟຈື່ງມອດລົງ ຄວາມເສຍຫາຍ ແມ່ນເຮືອນ1ຫລັງ ເປັນເຮືອນກໍ່ທາງເທິງເປັນໄມ້. ສໍາລັບສາເຫດເກີດຈາກໄຟຟ້າລັດວົງຈອນ.
ພາບ ແລະ ຂ່າວ: ຫນ່ວຍກູ້ໄພມູນນິທິ 1623
© ໂຕະນໍ້າຊາ | tonamcha.com
___________
Post a Comment