Header Ads

ເຫດສະຫຼົດໃຈ ລົດໃຫຍ່ເສຍຫຼັກປີ້ນລົງຂ້າງທາງ ສົ່ງຜົນໃຫ້ມີຜູ້ເສຍຊີວີດ1ຄົນ ບາດເຈັບ1ຄົນ ຈຸດເກີດເຫດຫຼັກ 29 ເມືອງ ໄຊທານີ ນວຈ



ວັນທີ 21 ກຸມພາ 2019 ເວລາ12:55ໂມງ ລາຍງານຈາກໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີ ລົດໃຫຍ່ເສຍຫຼັກປີ້ນລົງຂ້າງທາງ ໂດຍຈຸດເກີດເຫດ ແມ່ນຫຼັກ 29 ເມືອງ ໄຊທານີ ນະຄອນຫລວງວຽງຈັນ





ໜ່ວຍກູ້ໄພມູນນິທິ ອອກກວດສອບຈຸດເກີດເຫດດ້ພົບ ຜູ້ເສຍຊີວີດ1ຄົນ ອາຍຸ 25 ປີ ບ້ານ ໜອງໜ່ຽງ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ສະພາບເບື້ອງຕົ້ນແມ່ນ,ຄໍຫັກ,ແຂນຊ້າຍຈີກ ແລະ ເສຍຊີວີດຄາທີ່. ສ່ວນຜູ້ບາດເຈັບອີກຄົນແມ່ນພີ່ນ້ອງເພີ່ນນຳສົ່ງໂຮງໜໍເອງ.





ບາດເຈັບສຸກເສີນໂທ 1623 ຕະຫລອດ 24 ຊົ່ວໂມງ

(ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ)

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.