Header Ads

ຫົວໜ້າການທະຫານ ກອງພົນທີ 1 ລົງພົບປະໂອ້ລົມພະນັກງານ-ນັກຮົບ ທີ່ປະຕິບັດໜ້າທີ່ຢູ່ເສັ້ນທາງລົດໄຟລາວ-ຈີນ



ນສພ ກອງທັບ ລາຍງານວ່າ : ໃນວັນທີ 8 ກຸມພາ 2019 ນີ້, ສະຫາຍພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າການທະຫານ ກອງພົນທີ 1 ໄດ້ເຄື່ອນໄຫວຢ້ຽມ ຢາມພົບປະໂອ້ລົມເພື່ອຊຸກຍູ້ກໍາ ລັງໃຈພະນັກງານ-ນັກຮົບທີ່ປະ ຕິບັດໜ້າທີ່ປ້ອງກັນຄວາມປອດ ໄພຢູ່ເສັ້ນທາງລົດໄຟ ລາວ-ຈີນ ຢູ່ຂອບເຂດ ເມືອງວັງວຽງ ຫາ ເມືອງກາສີ ທີ່ກອງພົນທີ1 ຮັບຜິດ ຊອບ.ໃນການໂອ້ລົມຄັ້ງນີ້ ສະຫາຍ ພົນ ຈັດຕະວາ ສາຍໃຈ ກົມມະສິດ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ອັນໂດດເດັ່ນໃນການຈັດຕັ້ງ ປະຕິບັດໜ້າທີ່ເຄື່ອນໄຫວກວດ ກາລາດຕະເວນຕາມໂຄງການກໍ່ ສ້າງທາງລົດໄຟ ລາວ-ຈີນ ດ້ວຍ ຄວາມຮັບຜິດຊອບສູງພ້ອມກັນ ບຸກບືນ ຜ່ານຜ່າຄວາມຫຍຸ້ງຍາກ ຫຼາຍປະການຂອງພະນັກງານ-ນັກຮົບເຮັດໃຫ້ຂອບເຂດດັ່ງກ່າວ ມີຄວາມສະຫງົບໂດຍພື້ນຖານ.

ພ້ອມທັງເນັ້ນໜັກໃຫ້ບັນດາສະ ຫາຍ ນາຍ ແລະ ພົນທະຫານທີ່ ເຮັດໜ້າທີ່ປ້ອງກັນເສັ້ນທາງລົດ ໄຟຢູ່ເຂດຕ່າງໆ ຈົ່ງພ້ອມກັນສືບ ຕໍ່ຮັກສາມູນເຊື້ອອັນສະຫງ່າງາມ ຂອງກອງທັບ; ຂອງກົມກອງຍົກ ສູງບົດບາດເປັນເຈົ້າການເຕົ້າ ໂຮມຄວາມສາມັກຄີເປັນປຶກແຜ່ນ ບົນຫຼັກການລວມສູນປະຊາທິປະ ໄຕ ເຮັດວຽກເປັນໝູ່ຄະນະມອບ ໝາຍໃຫ້ບຸກຄົນຮັບຜິດຊອບ; ມີແບບແຜນດໍາເນີນຊີວິດ ແລະ ແບບແຜນວິທີເຮັດວຽກຢ່າງຫັດ ກຸມລະອຽດຈະແຈ້ງ, ມີແນວ ຄິດການເມືອງໜັກແໜ້ນ, ເຊື່ອ ໝັ້ນຕໍ່ແນວທາງນະໂຍບາຍຂອງ ພັກ-ລັດ ແລະ ການຈັດຕັ້ງ, ຕັ້ງ ໜ້າປະຕິບັດຂໍ້ກໍານົດກົດລະບຽບ ຢ່າງເຂັ້ມງວດ, ຍົກສູງສະຕິລະ ວັງຕົວຕໍ່ເລ່ຫຼ່ຽມ, ກົນອຸບາຍຫັນ ປ່ຽນຂອງສັດຕູຢູ່ສະເໝີ, ເຮັດ ໃຫ້ການປ້ອງກັນທາງລົດໄຟໃຫ້ມີຜົນສໍາເລັດ ແລະ ປອດໄພ100%.




ໂອກາດດັ່ງກ່າວ ສະຫາຍ ພົນ ຈັດຕະວາ ສາຍໃຈ ກົມມະສິດ ຫົວ ໜ້າການທະຫານກອງພົນທີ1 ຕາງໜ້າໃຫ້ຄະນະນໍາກອງພົນ ທ່ານ ກໍໄດ້ນໍາເອົາເຄື່ອງຕ້ອນ ຂອງຝາກ ເຊັ່ນ: ປາກະປ໋ອງ; ໝີ່ໄວໆ; ຢາສູບ; ສະບູ; ຢາຖູ ແຂ້ວ; ຢາກັນຍຸງ ແລະ ເຄື່ອງໃຊ້ ສອຍທີ່ຈໍາເປັນຈໍານວນໜຶ່ງ, ມອບໃຫ້ພະນັກງານ-ນັກຮົບ ຈຸດ ສໍາຄັນຕ່າງໆຕື່ມອີກ. ໂດຍ: ໂກຮັງ ພັນທະວົງ (ນສພ ກອງທັບ)

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.