Header Ads

ບໍລິຄຳໄຊ ຢຶດໄມ້ຂະຍຸງ 11 ຄັນລົດກຽມສົ່ງອອກສືບເຫັນພະນັກງານລັດມີສ່ວນຮ່ວມ 10 ຄົນ


ບໍລິຄຳໄຊແມ່ນອີກແຂວງໜຶ່ງທີ່ມີຄວາມເອົາໃຈຕໍ່ການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ໂດຍໃນປີຜ່ານມາແຂວງດັ່ງກ່າວໄດ້ມີການກວດພົບ ແລະຢຶດໄມ້ຂະຍຸງຈໍານວນ 849 ໂຕ/ຕັບ, ນໍ້າໜັກ 30.846 ກິໂລກຣາມກຽມລັກລອບສົ່ງອອກ 11 ຄັນລົດໃນນັ້ນໄດ້ສືບເຫັນຄະນະພັກ, ສະມາຊິກພັກ, ພະ ນັກງານລັດ 10 ຄົນມີສ່ວນຮ່ວມຂະນະທີ່ປະຈຸບັນຖືກລົງວິໄນດ້ານພັກ ແລະດ້ານລັດສໍາເລັດໄປແລ້ວ.

ຕາມຂໍ້ມູນການລາຍງານຂອງທ່ານ ບຸນຄຳ ໄຊເຍ່ຍລໍວື່ ປະທານກວດກາພັກ-ລັດແຂວງບໍລິຄຳໄຊຕໍ່ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 11 ສະໄໝ ທີ VI ທີ່ໄດ້ໄຂຂຶ້ນຢູ່ແຂວງດັ່ງກ່າວເມື່ອບໍ່ດົນຜ່ານມານີ້ວ່າ: ໃນໄລຍະຜ່ານມາຄະນະພັກ, ຄະນະກວດກາແຕ່ລະຂັ້ນໄດ້ເປັນເຈົ້າ ການຄົ້ນຄວ້າ, ເຊື່ອມຊຶມ, ຜັນຂະຫຍາຍ ແລະຈັດຕັ້ງປະຕິບັດກົດລະບຽບພັກ, ມະຕິ, ຄໍາສັ່ງ ແລະຂໍ້ກໍານົດຕ່າງໆຂອງພັກໂດຍສະເພາະໄດ້ສຸມໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ, ມະຕິ VI ຂອງອົງຄະນະພັກແຂວງ, ການປະຕິບັດລະບອບປະ ຊຸມຂອງຄະນະພັກ ແລະອື່ນໆ.

ໃນປີ 2018 ໄດ້ສໍາເລັດການລົງຊຸກຍູ້ວຽກງານກວດກາຕາມສາຍຕັ້ງ 7 ອົງຄະນະພັກເມືອງ, 2 ຄະນະພັກກອງບັນຊາການ ປກຊ – ປກສ ແຂວງ, 11 ຄະນະພັກຮາກຖານ ແລະ 23 ໜ່ວຍພັກຮາກຖານອອ້ມຂ້າງແຂວງ, ຮ່ວມສົມທົບກັບຄະນະຈັດຕັ້ງແຂວງລົງຕິດຕາມຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕິດຕາມຊຸກຍູ້ການແກ້ໄຂຜູ້ທີ່ລະເມີດກົດລະບຽບພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ.

ສະເພາະການກວດກາການປະຕິບັດຄໍາສັ່ງ 15/ນຍ ແລະ 16/ຂບຊ ມາຮອດປະຈຸບັນໄດ້ມີການດັດສົມ ແລະມີຂໍ້ຕົກລົງຍຸບເລີກຢຸດຕິການດໍາເນີນກິດຈະ ການ ແລະລົບຊື່ອອກຈາກບັນຊີແລ້ວ 23 ແຫ່ງ, ພົບເຫັນການລັກລອບຂົນສົ່ງໄມ້ອອກຕ່າງປະເທດປະເພດໄມ້ຂະຍຸງ ຈໍານວນ 849 ໂຕ/ຕັບ, ນໍ້າໜັກ 30.846 ກິໂລກຣາມ, ພົບເຫັນຄະນະພັກ, ສະມາຊິກພັກ, ພະນັກງານ 10 ຄົນ ມີສ່ວນຮ່ວມໃນການລັກລອບຂົນສົ່ງໄມ້ອອກຕ່າງປະເທດຈໍານວນ 11 ຄັນລົດຖືກລົງວິໄນດ້ານພັກ ແລະດ້ານລັດສໍາເລັດໄປແລ້ວ. ນອກນັ້ນຍັງໄດ້ຮັບຄໍາຮ້ອງ-ຄໍາສະເໜີ 40 ເລື່ອງ, ໄດ້ຄົ້ນຄວ້າ ແລະ ແກ້ໄຂສໍາເລັດ 22 ເລື່ອ ງ, ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂ 10 ເລື່ອງ ແລະສືບຕໍ່ຄົ້ນຄວ້າ 8 ເລື່ອງ.

ພາບ - ຂ່າວ: ແຂວງບໍລິຄຳໄຊ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.