Header Ads

ກອງບັນຊາການ ປກສ ແຂວງຊຽງຂວາງ ທຳລາຍສວນຝິ່ນ 2 ເຮັກຕາກວ່າ ທີ່ເມືອງໝອກ


ໃນວັນທີ 12 ກຸມພາ 2019, ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການ ປກສ ແຂວງຊຽງຂວາງ ສົມທົບກັບອໍານາດການປົກຄອງເມືອງໜອກ ແລະ ປກສ ກຸ່ມ ພ້ອມອໍານາດການປົກຄອງບ້ານເຂົ້າທໍາລາຍສວນຝິ່ນ ທີ່ປະຊາຊົນລັກລອບປູກ ຢູ່ບ້ານນໍ້າສອງ ເມືອງໝອກ ໃນເນື້ອທີ່ 2 ເຮັກຕາກວ່າ. ນໍາພາທີີມງານໂດຍ ພັທ ນາງ ວັນສົມ ພຸດທະວົງສີ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ.



ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງຊຽງຂວາງ ໃຫ້ຮູ້ວ່າ:ສວນຝິ່່ນທີ່ທໍາລາຍໃນຄັ້ງນີ້ ມີຈຳນວນ 8 ຕອນ ໃນເນື້ອທີ່ 2 ເຮັກຕາ ກັບ 900 ຕາເມັດ ໂດຍປະຊາຊົນ ຈໍານວນ 5 ຄອບຄົວ ໃນບ້ານນໍ້າສອງ ເມືອງໜອກ; ການທໍາລາຍສວນຝິ່ນ ໃນຄັ້ງນີ້ ແມ່ນພົບຄວາມຫຍຸ້ງຍາກເນື່ອງຈາກວ່າ ເສັ້ນທາງໄປຫາພື້ນທີ່ສວນຝີ່ນ ແມ່ນມີຄວາມຫຍຸ້ງຍາກຕ້ອງໄດ້ຍ່າງຜ່ານພູຜາ, ໃຊ້ເວລາຍ່າງ 2-3 ຊົ່ວໂມງ ຈຶ່ງຮອດສວນ.


ຕາມການສໍາຫຼວດຕົວຈິງພື້ນທີ່ດິນທີ່ລັກລອບປູກຝິ່ນໃນທົ່ວແຂວງຊຽງຂວາງ ໃນປີ 2018-2019 ມີທັງໝົດຈຳນວນ 28 ກວ່າເຮັກຕາ; ໃນນີ້, ໄດ້ທໍາລາຍແລ້ວ 62 ຕອນ ເນື້ອທີ່ 22,8 ເຮັກຕາ ຍັງບໍ່ລົງທຳລາຍ 5,3 ເຮັກຕາ. ພາບ-ຂ່າວ: ນສພ ຄວາມສະຫງົບ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.