Header Ads

ຮອງນາຍົກເປັນປະທານ ກອງປະຊຸມສະຫລຸບວຽກງານອະໄພຍະໂທດ ທົ່ວປະເທດ ປະຈຳປີ 2018



ໃນວັນທີ 6 ກຸມພາ 2019, ຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ຈັດກອງປະຊຸມສະຫລຸບວຽກງານອະໄພຍະໂທດທົ່ວປະເທດ ປະຈຳປີ 2018 ຢູ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກບັນດາແຂວງ ແລະ ກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ.



ໂອກາດດັ່ງກ່າວ, ທ່ານ ຄຳສານ ສຸວົງ ປະທານອົງການສານປະຊາຊົນສູງສຸດ ໄດ້ຂຶ້ນລາຍງານຮ່າງບົດສະຫລຸບການຈັດຕັ້ງປະຕິບັດວຽກງານອະໄພຍະໂທດປະຈຳປີ 2018 ແລະ ທິດທາງໜ້າທີ່ວຽກງານຈຸດສຸມ ປີ 2019 ໂດຍທ່ານໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ເຊິ່ງການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ຂອງຄະນະກຳມະການອະໄພຍະໂທດແຕ່ລະລະດັບ ໄດ້ດຳເນີນໄປຕາມຂັ້ນຕອນ, ລະບຽບການ ແລະ ເປັນໝູ່ຄະນະ, ຮັບ ປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ເຊິ່ງນັກໂທດທີ່ໄດ້ຮັບການອະໄພຍະໂທດ ຕາມລັດຖະດຳ ລັດຂອງປະທານປະເທດ ໃນປີ 2018 ມີ ທັງໝົດ 1.711 ຄົນ, ຍິງ 300 ຄົນ, ຕ່າງປະເທດ 28 ຄົນ, ຍິງ 11 ຄົນ, ນັກໂທດຕະຫລອດຊີວິດ ມີ 15 ຄົນ, ຍິງ 2 ຄົນ. ທ່ານ ຄຳສານ ສຸວົງ ໃຫ້ຮູ້ອີກວ່າ: ພາຍຫລັງມີລັດຖະບັນຍັດຂອງປະທານປະເທດ ວ່າດວ້ຍການໃຫ້ອະໄພຍະໂທດ ແລະ ມີຄຳແນະ ນຳວ່າດ້ວຍການຈັດຕັ້ງປະຕິບັດລັດຖະບັນຍັດ ເຫັນວ່າ ຄະນະກຳມະການອະໄພຍະໂທດລະດັບຊາດ, ກະຊວງ, ແຂວງ, ນະຄອນຫລວງ ສ່ວນຫລາຍແມ່ນຈັດຕັ້ງການຄົ້ນຄວ້າ ແລະ ສະເໜີອະໄພຍະໂທດ ໃຫ້ແກ້ນັກໂທດ ແມ່ນຖືກຕ້ອງຕາມລັດຖະບັນຍັດຂອງປະທານປະເທດ ແລະ ຄຳແນະນຳຂອງຄະນະກຳມະການອະໄພຍະໂທດລະດັບຊາດວາງອອກ.

ໂອກາດດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ຄະນະກຳ ມະການອະໄພຍະໂທດລະດັບແຂວງ ແລະ ນະຄອນຫລວງ ເພີ່ມທະວີຈັດຕັ້ງເຊື່ອມຊຶມ ລັດຖະບັນຍັດ ແນວທາງນະໂຍບາຍ ກໍຄື ບັນດາເອກະສານຕ່າງໆ ທີ່ກ່ຽວຂ້ອງກັບວຽກງານອະໄພຍະໂທດ ເພື່ອໃຫ້ເຫັນໄດ້ຄວາມສຳຄັນ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ຂອງຄະນະກຳມະການ ອະໄພຍະໂທດແຕ່ລະ ລະດັບ, ຈັດຕັ້ງເຜີຍແຜ່ລັດຖະບັນຍັດ ໃຫ້ບັນດາເປົ້າໝາຍໃນທົ່ວສັງຄົມ ດ້ວຍຮູບການຕ່າງໆ ນັບທັງນັກໂທດຕະຫລອດຮອດຄອບຄົວ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈຢ່າງເລີກເຊິ່ງ, ທົ່ວເຖິງ. ພ້ອມດຽວກັນນັ້ນ, ໃຫ້ຄະນະກຳມະການອະໄພຍະໂທດລະດັບຕ່າງໆ ລົງຕິດຕາມຊຸກຍູ້ ສະຫລຸບທອດຖອນບົດຮຽນ ແລະ ສອງແສງລາຍງານແຕ່ລະໄລຍະ ເປັນປົກກະຕິ ເພື່ອຮັບປະກັນວຽກງານດຳເນີນໄປຢ່າງຖືກຕ້ອງ, ໂປງໃສ ແລະ ຍຸຕິທຳ.


ພາບ ແລະ ຂ່າວ : ຂປລ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.