Header Ads

ການເຝຶກຊ້ອມສະແດງຊ້າງຄຳຮູ້ໃນງານມະຫາກຳບຸນຊ້າງປະຈຳປີ2019 ທີ່ ແຂວງໄຊຍະບູລີມີຄວາມພ້ອມ100%



ຕາມການລສຍງານຂ່າວຂອງນັກຂ່າວແຂວງໄຊຍະບູບີວ່າ:  ການເຝຶກຊ້ອມຊ້າງຄໍາຮູ້ເພື່ອສະແດງໃນງານມະຫາກໍາບຸນຊ້າງທີຈັດຂຶ້ນຢ່າງເປັນທາງການໃນວັນທີ 23 ກຸມພາ 2019 ນີ້ແມ່ນພ້ອມແລ້ວ 100%, ທ່ານ ສົມພານ ຈໍາປາດາ ຄະນະຮັບຜິດຊອບເຝຶກແອບຊ້າງຄໍາຮູ້ໄດ້ເປີດເຜີຍຕໍ່ທີມຂ່າວຂອງແຂວງໄຊຍະບູລີວ່າການເຝຶກແອບຊ້າງຄໍາຮູ້ເພື່ອສະແດງໃນງານເປີດມະຫາກໍາບຸນຊ້າງຄັ້ງທີ XIII ທີ່ ແຂວງໄຊຍະບູລີ ແມ່ນໄດ້ເລີ່ມມາແຕ່ເດືອນມັງກອນມາຮອດປັດຈຸບັນແມ່ນພ້ອມແລ້ວ 100% ເຊິ່ງມີຊ້າງເຂົ້າຮ່ວມທັງໝົດ 70 ໂຕ ໃນນີ້ຊ້າງຄຳຮູ້ 20 ໂຕ. 



ການສະແດງແມ່ນມີທັງໝົດ 19 ລາຍການເຊັ່ນ: ຊ້າງຊັກທຸງຊາດຂຶ້ນເສົາ, ມີຊ້າງຄໍາຮູ້ໂຕໜຶ່ງຊ້າງມອບຊໍດອກໄມ້, ມີຊ້າງ 5 ໂຕ ຊ້າງຕໍ່ໂຕກັນ, ຊ້າງແລ່ນສົ່ງໄມ້ກັນສາມຈຸດ, ມີຊ້າງ 8 ໂຕ ຊ້າງຄົນຂຶ້ນນັ່ງງວງ, ມີຊ້າງ 2 ໂຕ ຊ້າງໂຍນບານບ້ວງ, ຊ້າງ 2 ໂຕ ຊ້າງຈັບງວງກັນໃຫ້ຄົນນັ່ງ, ຊ້າງ 2 ໂຕ ຊ້າງຍ່າງຂ້າມຄົນນອນ, ຊ້າງ 4 ໂຕ ຊ້າງຢືມບິ່ນໜ້າ ແລະ ບິ່ນຫຼັງໃສ່ກັນຍົກສອງຂາໜ້າໃສ່ຊ້າງສາມໂຕ, ຊ້າງຍູ້ລໍ້ຄົນນັ່ງ, ຊ້າງ 2 ໂຕ ຄົນນອນລົງໃຫ້ຊ້າງຢຽບໂຕ, ຊ້າງສັດໝາກປຸ່ມເປົ້າ , ຊ້າງ 2 ໂຕ ຊ້າງຟ້ອນລໍາວົງລາວກັນຄົນ, ຊ້າງ 4 ໂຕ ຊ້າງໃສ່ໝວກໃຫ້ຄົນ, ຊ້າງ 2 ໂຕ ຊ້າງຕັ້ງຫົວຜັກທຽມຊ້າງ 3 ໂຕ, ຊ້າງເອົາງວງກິ່ງຝຸຍ ຊ້າງ 4 ໂຕ, ຊ້າງແຕ້ມ, ຮູບຊ້າງ 2 ໂຕ, ຊ້າງຢືນຍົກສອງຂາໜ້າຊ້າງ 3 ໂຕ, ຊ້າງນັ່ງຍົກສອງຂາໜ້າລຽນແຖວຊ້າງ 3 ໂຕ, ຊ້າງມອບຊໍ້ດອກໄມ້ໃຫ້ຄົນຊ້າງ 2 ໂຕ ແລະ ແກ່ວງບ້ວງຊ້າງ 2 ໂຕ. ແຕ່ລະກິດຈະກຳທີ່ໄດ້ກ່າວມານັ້ນແມ່ນຈະໄດ້ສະແດງເລີ່ມແຕ່ວັນທີ 23 ກຸມພາ 2019 ຫາ ວັນທີ 28 ກຸມພາ 2019. ໃນແຕ່ລະວັນແມ່ນມີການສະແດງຊ້າງຄໍາຮູ້ບັນດາທ່ານແຂກພາຍໃນ ແລະ ຕ່າງປະເທດຈຶ່ງໄດ້ຫາໂອກາດມາທ່ຽວມາຊົມໃນງານມະຫາກໍາບຸນຊ້າງຄັ້ງທີ XIII ທີ່ແຂວງໄຊຍະບູລີແລ້ວທ່ານຈະມີຄວາມເບີກບານມ່ວນຊື່ນກັບບັນດາກິດຈະກໍາຕ່າງໆຂອງຊ້າງ. ຂ່າວ-ພາບ: ບຸນທີ  (Media Laos)




© ໂຕະນໍ້າຊາ | tonamcha.com
___________


Powered by Blogger.