Header Ads

ອົດສະຕຣາລີ ອະນຸມັດທຶນ 27 ຕື້​ກ່ວາກີບ ຊ່ວຍເຫຼືອການປະຕິຮູບການຄ້າຢູ່ລາວ



ພິ­ທີ​ເຊັນ​ສັນ­ຍາ​ທຶນ​ການ​ຊ່ວຍ­ເຫຼືອ​ລ້າ ລະ­ຫວ່າງ​ລັດ­ຖະ­ບານ​ອົດ​ສະ​ຕຣາ​ລີ ແລະ ທະ­ນາ­ຄານ​ໂລກ ສຳ­ລັບ​ໂຄງ­ການ​ສົ່ງ­ເສີມ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ແລະ ການ​ຄ້າ​ຂອງ ສປປ ລາວ ຈັດ​ຂຶ້ນ​ວັນ​ທີ 8 ກຸມ­ພາ 2019 ຢູ່​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ລະ­ຫວ່າງ​ທ່ານ ຈ໋ອງ​ເບີ​ນາລ໌ ຄາ​ຣາ​ສ​ໂກ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອົດ​ສະ​ຕຣາ​ລີ ປະ­ຈຳ​ລາວ ແລະ ທ່ານ ນິ​ໂຄ​ຣາ ພົນ​ທາ­ລາ ຜູ້​ບໍ­ລິ­ຫານ​ທະ­ນາ­ຄານ​ໂລກ​ປະ­ຈຳ​ລາວ ມີ​ທ່ານ​ນາງ ເຂັມ​ມະ­ນີ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ອຸດ​ສະ­ຫະ​ກຳ ແລະ ການ​ຄ້າ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ຈ໋ອງ​ເບີ​ນາລ໌ ຄາ​ຣາ​ສ​ໂກ ກ່າວ​ວ່າ: ອົດ​ສະ​ຕຣາ​ລີ ຍິນ​ດີ​ທີ່​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ລັດ­ຖະ­ບານ​ລາວ ແລະ ທະ­ນາ­ຄານ​ໂລກ ເພື່ອ​ປັບ­ປຸງ​ຄວາມ​ສະ­ດວກ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ການ​ຄ້າ ແລະ ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ​ຂອງ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ໃນ​ລາວ ມູນ​ຄ່າ​ການ​ຊ່ວຍ­ເຫຼືອ​ຄັ້ງ​ນີ້ 4,5 ລ້ານ​ໂດ​ລາ​ອົດ​ສະ​ຕຣາ​ລີ ຫຼື ປະ­ມານ 27,26 ຕື້​ກີບ ແລະ ການ​ຊ່ວຍ­ເຫຼືອ​ຕໍ່​ໂຄງ­ການ​ສົ່ງ­ເສີມ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ແລະ ການ​ຄ້າ​ຂອງ ສປປ ລາວ ຈະ​ຊ່ວຍ​ໃຫ້​ປະ­ເທດ​ລາວ​ພັດ­ທະ­ນາ​ພາກ​ເອ­ກະ​ຊົນ ເຊື່ອມ​ໂຍງ​ເສດ­ຖະ­ກິດ​ເຂົ້າ​ພາກ​ພື້ນ ແລະ ສາ­ກົນ ພ້ອມ​ທັງ​ຈັດ​ຕັ້ງ​ປະ­ຕິ­ບັດ​ຕາມ​ກົດ​ລະ­ບຽບ​ສາ­ກົນ​ທີ່​ສົ່ງ­ເສີມ​ສະ­ຖຽນ​ລະ​ພາບ ແລະ ຄວາມ​ຈະ­ເລີນ​ໃນ​ພາກ​ພື້ນ ສຳ­ລັບ​ທຶນ​ຊ່ວຍ­ເຫຼືອ​ລ້າ​ຖືກ​ສະ­ໜອງ​ໃຫ້​ຜ່ານ​ກອງ​ທຶນ​ຜູ້​ໃຫ້​ທຶນ​ຫຼາຍ​ຝ່າຍ ເຊິ່ງ​ບໍ­ລິ­ຫານ​ໂດຍ​ທະ­ນາ­ຄານ​ໂລກ ຈະ​ເປັນ​ການ​ສືບ­ຕໍ່​ການ​ຊ່ວຍ­ເຫຼືອ​ຂອງ​ອົດ​ສະ​ຕຣາ​ລີ ຕໍ່​ບຸ­ລິ­ມະ­ສິດ​ການ​ປະ­ຕິ​ຮູບ​ເສດ­ຖະ­ກິດ​ຂອງ​ລັດ­ຖະ­ບານ​ລາວ ປະ­ກອບ​ດ້ວຍ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ເລກ​ທີ 2 ວ່າ​ດ້ວຍ​ການ​ປັບ­ປຸງ​ບັນ­ດາ​ລະ­ບຽບ​ການ ກົນ​ໄກ​ປະ­ສານ​ງານ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ​ຢູ່ ສປປ ລາວ ການ​ຊ່ວຍ­ເຫຼືອ​ຂອງ​ອົດ​ສະ​ຕຣາ​ລີ ຈະ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ສ້າງ​ໂອ­ກາດ​ໃນ​ການ​ສ້າງ​ລາຍ​ຮັບ​ໃຫ້​ຄົນ​ລາວ.



ທ່ານ ນິ​ໂກ​ລາ ພົນ​ທາ­ລາ ກ່າວ​ວ່າ: ການ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ພາກ​ເອ­ກະ​ຊົນ​ໃນ ສປປ ລາວ ເປັນ​ບຸ­ລິ­ມະ­ສິດ​ທີ່​ສຳ­ຄັນ​ຂອງ​ການ​ພັດ­ທະ­ນາ ເພາະ​ເປັນ​ຂະ­ແໜງ­ການ​ທີ່​ສາ­ມາດ​ສ້າງ​ວຽກ​ເຮັດ​ງານ​ທຳ ເຮັດ​ໃຫ້​ເສດ­ຖະ­ກິດ​ເຕີບ​ໃຫຍ່​ຢ່າງ­ຮອບ­ດ້ານ ຈຸດ­ປະ­ສົງ​ຂອງ​ໂຄງ­ການ​ນີ້ ເພື່ອ​ຮັບ­ປະ­ກັນ​ໃຫ້​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ ໂດຍ​ສະ­ເພາະ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ ທຸ­ລະ​ກິດ​ທີ່​ບໍ­ລິ­ຫານ​ໂດຍ​ຜູ້­ຍິງ ແລະ ບັນ­ດາ​ທຸ­ລະ​ກິດ​ທີ່­ຢູ່​ນອກ​ສູນ​ກາງ​ເສດ­ຖະ­ກິດ​ຫຼັກ ສາ­ມາດ​ໄດ້​ຮັບ​ປະ­ໂຫຍດ​ຈາກ​ການ​ປະ­ຕິ​ຮູບ​ຂອງ​ພາກ​ລັດ. ພາບ-ຂ່າວ: ນສພ ວຽງຈັນໃຫ່ມ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.