Header Ads

ຈັບ 3 ສາວ ພ້ອມຂອງກາງສິ່ງເສບຕິດຈຳນວນຫລາຍ




ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີສັດຕະນາກ ໄດ້ນຳກຳລັງເຈົ້າໜ້າທີ່ວິຊາສະເພາະເຂົ້າປິດລ້ອມເຮືອນພັກແຫ່ງໜຶ່ງ ຢູ່ເຂດບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອເຂົ້າຈັບເປົ້າໝາຍເຄື່ອຂ່າຍຄ້າຂາຍຢາເສບຕິດລາຍໃຫຍ່ ເຊິ່ງສາມາດຈັບເປົ້າໝາຍໄດ້ 1 ຄົນ ຊື່ ນາງ ສາຍຝົນ ອາຍຸ 33 ປີ ພັກເຊົາຢູ່ບ້ານຄໍາຮຸ່ງ ເມືອງ ໄຊທານີ ພ້ອມຕິດຕາມຈັບພັກພວກ ໄດ້ອີກ 2 ຄົນ ຊື່ ນາງ ຕຸລາຄໍາ ອາຍຸ 36 ປີ ພັກເຊົາຢູ່ບ້ານວຽງຈະເລີນ ແລະ ນາງ ພວງແກ້ວ ອາຍຸ 34 ປີ ພັກເຊົາຢູ່ບ້ານໂພນພະເນົາ ທັງສອງຂຶ້ນກັບເມືອງໄຊເສດຖາ.

ຄະດີດັ່ງກ່າວນີ້, ມ້າງໄດ້ໃນທ້າຍເດືອນທີ່ຜ່ານມາ ໂດຍສາມາດຢຶດຢາເສບຕິດໄດ້ຫຼາຍປະເພດລວມ ມີຢາໄອສ໌ 29 ຖົງ ໜັກ 29 ກິ ໂລກຼາມ, ເຮໂຣອິນ 2 ແທ່ງ ແລະ ຢາບ້າ 6.500 ກວ່າເມັດ ພ້ອມດ້ວຍເງິນທີ່ພົວພັນຊື້-ຂາຍຢາເສບຕິດ ຈຳນວນ 200.000 ກວ່າບາດ.
ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ໄດ້ເປີດເຜີຍຄະດີດັ່ງກ່າວ ໃນວັນທີ 8 ກຸມພາ ນີ້ວ່າ:

ພາຍຫຼັງທີ່ໄດ້ຮັບຂໍ້ມູນແຫຼ່ງຂ່າວວ່າ ມີເປົ້າໝາຍຄ້າຂາຍຢາເສບຕິດ ໄດ້ເຄື່ອນໄຫວຊື້ຂາຍຢາເສບຕິດຈຶ່ງໄດ້ໃຫ້ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະລົງຕິດຕາມການເຄື່ອໄຫວຂອງເປົ້າໝາຍ. ມາຮອດວັນທີ 25 ມັງກອນ 2019 ກໍໄດ້ເຂົ້າກັກຕົວເປົ້າໝາຍ ຊື່ ນາງ ສາຍຝົນ ໃນເຮືອນແຫ່ງໜຶ່ງຢູ່ເຂດບ້ານຄໍາຮຸ່ງ ເມືອງໄຊທານີ ຈາກການກວດຄົ້ນພົບເຮໂຣອິນ 1 ແທ່ງ ຊຸກເຊື່ອງໄວ້ໃນຕູ້ເຄື່ອງ.

ຜ່ານການສອບສວນເບື້ອງຕົ້ນ ໃນຈຸດເກີດເຫດຜູ້ກ່ຽວຮັບວ່າ ເຮໂຣອິນ ຈຳນວນດັ່ງກ່າວ ແມ່ນຂອງ ທ້າວ ອອນ ເອົາມາຝາກໄວ້ ແລະ ໃນໄລຍະທີ່ຜ່ານມາຜູ້ກ່ຽວໄດ້ເຄື່ອນໄຫວ ຊື້ຢາບ້ານໍາ ທ້າວ ອອນ ແລະ ນາງ ຕຸລາຄໍາ ມາແລ້ວຫຼາຍຄັ້ງ, ຄັ້ງລະ 200-2000 ເມັດ.
ຈາກນັ້ນ, ເຈົ້າໜ້າທີ່ກໍຕິດຕາມຈັບຕົວຜູ້ທີ່ຖືກຊັດທອດ ຊື່ ນາງ ຕຸລາຄຳ ພ້ອມກວດຄົ້ນສະຖານທີ່ພັກເຊົາພົບ ຢາໄອສ໌ ຈໍານວນ 29 ຖົງ ໜັກ 29 ກິໂລກຼາມ , ເຮໂຣອິນ 1 ແທ່ງ ແລະ ຢາບ້າ 500 ກວ່າເມັດ.  ຈາກການສອບສວນ ຜູ້ກ່ຽວຮັບວ່າຢາບ້າ, ໄອສ໌ ແລະ ເຮໂຣອິນ ທີ່ກວດພົບເຫັນນັ້ນ ແມ່ນຊື້ນຳຄົນທີ່ຮູ້ຈັກ ເພື່ອເອົາມາໄວ້ຂາຍຕໍ່.

ຜ່ານການສອບສວນພວກກ່ຽວທັງສອງ. ໃນວັນດຽວກັນນີ້, ເຈົ້າໜ້າທີ່ກໍສາມາດຕິດຕາມຈັບຜູ້ຖືກຊັດທອດໄດ້ອີກ 1 ຄົນ ຊື່ ນາງ ພວງແກ້ວ ຢູ່ໜ້າປໍ້ານໍ້າມັນ ເຂດບ້ານໂພນຕ້ອງຈອມມະນີ ພ້ອມຢາບ້າ ຈຳນວນ 3 ມັດ ເທົ່າ ກັບ 6.000 ເມັດ. ປັດຈຸບັນຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີສັດຕະນາກ ຍັງຈະໄດ້ສືບຕໍ່ສອບສວນຂະຫຍາຍຜົນຕື່ມອີກ ເພື່ອຂຶ້ນແຜນຕິດຕາມຈັບຕົວຜູ້ທີ່ມີສ່ວນຮ່ວມ ໃນການເຄື່ອນໄຫວຊື້-ຂາຍຢາເສບຕິດນຳກັນໄປດໍາເນີນຄະດີຕື່ມອີກ.

ຄະດີໃຫ້ໄດ້ຕາມຄາດໝາຍຂອງຂັ້ນເທິງໄດ້ກໍານົດໄວ້, ຮັບປະກັນວຽກງານສືບສວນ-ສອບສວນເຮັດໃຫ້ ສະພາບປະກົດການຫຍໍ້ທໍ້ຫຼຸດລົງ ເທື່ອລະ


ພາບ ແລະ ຂ່າວ : ນສພ ຄວາມສະຫງົບ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.