Header Ads

ບຸນຊ້າງໄຊຍະບູລີ ປີນີ້ ມີຮ້ານວາງສະແດງສິນຄ້າ 352 ຮ້ານ ມູນຄ່າສິນຄ້າ 6 ຕື້ກວ່າກີບ




ເນື່ອງໃນໂອກາດທີ່ປະຊາຊົນຊາວແຂວງ ໄຊຍະບູລີ ພວມຫ້າງຫາກະກຽມບັນດາກິດຈະກໍາຕ່າງໆ ໃຫ້ແກ່ການຈັດງານມະຫາກໍາບຸນຊ້າງຄັ້ງທີ 13 ປະຈໍາປີ 2019, ໂດຍໜຶ່ງໃນນັ້ນແມ່ນກິດຈະກໍາຕະຫຼາດນັດເຊິ່ງເປັນກິດຈະກໍາທີ່ປະກອບສ່ວນສໍາຄັນໃນງານບຸນຊ້າງ, ອັນໄດ້ຊ່ວຍໂຄສະນາສິນຄ້າທີ່ເປັນທ່າແຮງຂອງແຕ່ລະທ້ອງຖິ່ນ, ຊ່ວຍດຶງດູດແຂກພາຍໃນ ແລະ ຕ່າງປະເທດເຂົ້າມາຮ່ວມທ່ຽວຊົມງານມະຫາກໍາບຸນຊ້າງຫຼາຍຂຶ້ນ.



ທ່ານ ວາລະໄຊ ເລັ່ງສະຫວັດ, ກໍາມະການພັກແຂວງ, ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ໄຊຍະບູລີ ໄດ້ກ່າວໃນງານເປີດຕະຫຼາດນັດນີ້ວ່າ: ການຈັດງານຕະຫຼາດນັດ ແລະ ວາງສະແດງສິນຄ້າໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຂະບວນການປະກອບສ່ວນເຂົ້າໃນກິດຈະກໍາ ຂອງງານບຸນຊ້າງ, ເປັນການສ້າງເງື່ອນໄຂເອື້ອອໍານວຍ ແລະ ສົ່ງເສີມໃຫ້ຜູ້ປະກອບການທຸລະກິດ, ຜູ້ຜະລິດສິນຄ້າຢູ່ແຕ່ລະທ້ອງຖິ່ນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມີໂອກາດພົບປະແລກປ່ຽນບົດຮຽນໃນການຊື້-ຂາຍສິນຄ້າຂອງຕົນທີ່ຜະລິດອອກມາ.



ພ້ອມກັນນັ້ນ, ກໍ່ແມ່ນເພື່ອເປັນການແລກປ່ຽນ ແລະ ຖອດຖອນບົດຮຽນເຊີ່ງກັນ ແລະ ກັນ ໃນຂະບວນການຜະລິດສິນຄ້າໃຫ້ມີການຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ, ເປັນການສ້າງໂອກາດໃຫ້ຫົວໜ່ວຍທຸລະກິດຕ່າງໆໄດ້ໂຄສະນາແນະນໍາສິນຄ້າທີ່ຕົນເອງໄດ້ຜະລິດຂຶ້ນມາໃຫ້ສັງຄົມ ກໍ່ຄື ຜູ້ບໍລິໂພກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜະລິດຕະພັນຢ່າງກວ້າງຂວາງ.

ທ່ານ ວາລະໄຊ ເລັ່ງສະຫວັດ ຍັງໃຫ້ຮູ້ຕື່ມອີກວ່າ: ການຈັດງານຄັ້ງນີ້ ໄດ້ມີຮ້ານວາງສະແດງສິນຄ້າເຂົ້າຮ່ວມທັງໝົດ 352 ຮ້ານ, ເຊິ່ງມີມູນຄ່າສິນຄ້າ 6 ຕື້ກວ່າກີບ, ໃນນີ້ຮ້ານສິນຄ້າທີ່ມາຈາກພາຍໃນ ມີ 264 ຮ້ານ ແລະ ຕ່າງປະເທດ 88 ຮ້ານ, ຮ້ານຂາຍເຄື່ອງຫັດຖະກໍາຈາກເມືອງ ມີ 12 ຮ້ານ, ພະແນກການຂອງແຂວງ 4 ຮ້ານ ແລະ ຮ້ານຈາກຕ່າງແຂວງ ມີ 5 ຮ້ານ.



ພິທີເປີດງານຕະຫຼາດນັດຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 20 ກຸມພາ 2019 ນີ້, ທີ່ເດີ່ນສະໜາມຫຼວງຂອງແຂວງ, ໂດຍການໃຫ້ກຽດເຂົ້າຮ່ວມງານຂອງທ່ານ ຍັນຍົງ ສີປະເສີດ, ຮອງເລຂາອົງຄະນະພັກແຂວງ, ແລະ ຮອງເຈົ້າແຂວງ ໄຊຍະບູລີ, ແລະ ໂດຍມີການນໍາ ຂອງແຂວງ, ເມືອງ, ບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງເມືອງ ໄຊຍະບູລີ, ນັກທຸລະກິດຜູ້ປະກອບການ ແລະ ບັນດາພໍ່ຄ້າ-ແມ່ຄ້າເຂົ້າຮ່ວມຢ່າງຫຼວງຫຼາຍ.

ນັກຂ່າວ: ຫ້ອງວ່າການແຂວງ ໄຊຍະບູລີ
ໂດຍ: ອຸ່ນເຮືອນ ໂພທິລັກ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.