Header Ads

ນະຄອນຫຼວງ ພົບ​ເຫັນ​ການ​ສໍ້​ລາດ​ບັງ​ຫຼວງ 5 ກໍ­ລະ­ນີ ມູນ​ຄ່າ​ເສຍ​ຫາຍ 2,19 ຕື້​ກີບ


ອີງຕາມການລາຍງານຂອງ ນສພ ວຽງຈັນໃຫ່ມ ວ່າ: ກອງ​ປະ­ຊຸມ​ສະ­ຫຼຸບ​ຕີ​ລາ­ຄາ​ການ­ເຄື່ອນ­ໄຫວ​ວຽກ​ງານ​ກວດ­ກາ ປະ­ຈຳ​ປີ 2018 ຈັດ​ຂຶ້ນ​ວັນ​ທີ 20 ກຸມ­ພາ 2019 ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ລາດ​ຊະ­ນີ​ວົງ ອະ​ມາ​ຣາ​ທິ​ທາ­ດາ ປະ­ທານ​ກວດ­ກາ​ພັກ ຫົວ­ໜ້າ​ອົງ­ການ​ກວດ­ກາ​ລັດ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ນວ ມີ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ ນວ ທ່ານ ດາວ​ບົວ­ລະ­ພາ ບາ​ວົງ​ເພັດ ຮອງ​ປະ­ທານ​ຄະ­ນະ​ກວດ­ກາ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ປີ 2018 ທົ່ວ ນວ ມີ​ໜ່ວຍ​ພັກ 1.137 ໜ່ວຍ ມີ​ສະ­ມາ­ຊິກ​ພັກ 20.586 ສະ­ຫາຍ ສະ­ມາ­ຊິກ​ພັກ​ສຳ­ຮອງ 1.463 ສະ­ຫາຍ ໄດ້​ກວດ­ກາ​ປະ​ເມີນ​ຜົນ​ການ​ກໍ່­ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມ­ແຂງ ໜັກ​ແໜ້ນ 216 ໜ່ວຍ ສະ­ມາ­ຊິກ​ພັກ​ທົ່ວ ນວ ຖືກ​ປະ­ຕິ­ບັດ​ວິ­ໄນ 89 ສະ­ຫາຍ ຍິງ 27 ສະ­ຫາຍ ສ່ວນ​ວຽກ​ງານ​ກວດ­ກາ​ລັດ​ໄດ້​ຕິດ­ຕາມ ກວດ­ກາ​ໂຄງ­ການ​ລົງ­ທຶນ​ຂອງ​ລັດ​ເລີ່ມ​ແຕ່​ຫົວ­ທີ ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິ­ບັດ​ດຳ­ລັດ​ວ່າ​ດ້ວຍ​ການ​ຕິດ­ຕາມ​ກວດ­ກາ ໂຄງ­ການ​ລົງ­ທຶນ​ຂອງ​ລັດ​ເລີ່ມ​ແຕ່​ຫົວ­ທີ ໂດຍ​ຄະ­ນະ​ກວດ­ກາ​ແຕ່​ລະ​ພະ​ແນກ ແລະ ເມືອງ​ໄດ້​ກຳ­ນົດ​ເປົ້າ​ໝາຍ​ຕິດ­ຕາມ​ກວດ­ກາ 16 ເປົ້າ​ໝາຍ ມູນ​ຄ່າ 71,07 ຕື້​ກີບ ອົງ­ການ​ກວດ­ກາ​ລັດ­ຖະ­ບານ ໄດ້​ສົມ­ທົບ​ກັບ​ອົງ­ການ​ກວດ­ກາ ນວ ແລະ ບັນ­ດາ​ພະ­ແນກ­ການ ດຳ­ເນີນ​ການ​ກວດ­ກາ​ໂຄງ­ການ​ບໍ່​ໄດ້​ຜ່ານ​ການ​ປະ​ເມີນ ແລະ ໂຄງ­ການ​ປະ​ເມີນ​ໄດ້​ປະ­ເພດ F ຕາມ​ຜົນ​ການ​ກວດ​ສອບ​ຢູ່ ນວ 65 ໂຄງ­ການ ມູນ​ຄ່າ 1.583,14 ຕື້​ກີບ ຜ່ານ​ການ​ກວດ­ກາ​ໂຄງ­ການ​ປະ​ເມີນ​ຢູ່​ກະ­ຊວງ 55 ໂຄງ­ການ ແລະ ໂຄງ­ການ​ຢູ່​ຂັ້ນ ນວ 10 ໂຄງ­ການ ໃນ​ນີ້ ໄດ້​ລາຍ​ງານ​ຕໍ່​ກອງ​ປະ­ຊຸມ​ຄະ­ນະ​ປະ­ຈຳ​ພັກ ນວ 29 ໂຄງ­ການ ເຫັນ​ດີ​ໃຫ້​ໂຈະ​ໂຄງ­ການ​ລົງ­ທຶນ​ຂອງ​ລັດ 11 ໂຄງ­ການ ແລະ ໃຫ້​ຕັດ​ມູນ​ຄ່າ​ໂຄງ­ການ​ທີ່​ກວດ­ກາ​ພົບ​ເຫັນ 6 ໂຄງ­ການ​ອອກ​ຈາກ​ໂຄງ­ການ​ລົງ­ທຶນ​ຂອງ​ລັດ ແລະ ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ສຳ­ເລັດ 5 ໂຄງ­ການ ພົບ​ມູນ​ຄ່າ​ທີ່​ຕ້ອງ​ເກັບ​ກູ້​ຄືນ​ໃຫ້​ລັດ 18,4 ຕື້​ກີບ.

ໄດ້​ສົມ­ທົບ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ກວດ­ກາ​ການ​ລັກ­ລອບ​ຕັດ​ໄມ້ ການ​ເຄື່ອນ​ຍ້າຍ​ໄມ້​ທີ່​ລະ­ເມີດ​ຕໍ່​ລະ­ບຽບ​ກົດ­ໝາຍ 9 ກໍ­ລະ­ນີ ອາ​ຍັດ​ໄມ້ 157.970 ແມັດ​ກ້ອນ ຂາຍ 10.648 ແມັດ​ກ້ອນ ມູນ​ຄ່າ 69,7 ລ້ານ​ກີບ ຈັບ​ກຸມ​ຜູ້​ກະ­ທຳ​ຜິດ​ໄດ້​ຈຳ­ນວນ​ໜຶ່ງ ຕິດ­ຕາມ​ກວດ­ກາ​ດັດ­ສົມ​ໂຮງ­ງານ​ເຟີ​ນີ​ເຈີ​ໄມ້ 162 ໂຮງ­ງານ ຍຸບ​ເລີກ​ກິດ­ຈະ­ການ 32 ໂຮງ­ງານ ແລະ ກວດ­ກາ​ຮ້ານ​ຂາຍ​ໄມ້​ແປ​ຮູບ 111 ຮ້ານ ອາ​ຍັດ​ໄມ້ 39,59 ແມັດ​ກ້ອນ ຢຶດ​ເຄື່ອງ​ຈັກ 105 ລາຍ­ການ.

ສຳ­ລັບ​ວຽກ​ສະ­ກັດ​ກັ້ນ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຄະ­ນະ​ພັກ​ແຕ່​ລະ​ຂັ້ນ​ໄດ້​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ເຜີຍ­ແຜ່ ບົດ​ແນະ­ນຳ​ກ່ຽວ​ກັບ​ການ​ດຳ­ເນີນ​ຄະ­ດີ​ສໍ້​ລາດ​ບັງ​ຫຼວງ ແລະ ວ່າ​ດ້ວຍ​ການ​ຍົກ​ສູງ​ປະ​ສິດ­ທິ​ຜົນ​ຄຸ້ມ​ຄອງ​ສັງ­ຄົມ​ດ້ວຍ​ກົດ­ໝາຍ ພົບ​ພະ­ນັກ­ງານ-ລັດ­ຖະ­ກອນ​ຮັບ​ຮູ້ ແລະ ເຂົ້າ­ໃຈ​ຜົນ​ຮ້າຍ​ຂອງ​ພະ­ຍາດ​ອາດ­ຍາ​ສິດ ແລະ ການ​ສໍ້​ລາດ​ບັງ​ຫຼວງ ເຮັດ​ໃຫ້​ປາ­ກົດ­ການ​ຫຍໍ້­ທໍ້​ພາຍ​ໃນ​ກົງ­ຈັກ​ບໍ­ລິ­ຫານ​ຫຼຸດ​ລົງ​ເທື່ອ​ລະ​ກ້າວ ນອກ​ນີ້ ຍັງ​ໄດ້​ລົງ​ຕິດ­ຕາມ​ກວດ­ກາ 21 ເປົ້າ​ໝາຍ ພົບ​ເຫັນ​ການ​ສໍ້​ລາດ​ບັງ​ຫຼວງ 5 ກໍ­ລະ­ນີ ມູນ​ຄ່າ​ເສຍ​ຫາຍ 2,19 ຕື້​ກີບ ທີ່​ດິນ​ລັດ 3.866 ຕາ​ແມັດ ກວດ­ກາ​ການ​ປະ­ຕິ­ບັດ​ໜ້າ­ທີ່​ຂອງ​ພະ­ນັກ­ງານ 9 ກໍ­ລະ­ນີ ກວດ­ກາ​ການ​ອອກ​ນິ­ຕິ​ກຳ​ຂອງ​ອົງ​ການ­ຈັດ­ຕັ້ງ​ລັດ 6 ກໍ­ລະ­ນີ ແລະ ກວດ­ກາ​ການ​ສະ­ເໜີ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທີ່​ດິນ​ຂອງ​ອົງ­ການ​ບໍ­ລິ­ຫານ​ລັດ 1 ກໍ­ລະ­ນີ ເຊິ່ງ​ຜ່ານ​ການ​ກວດ­ກາ​ເປົ້າ​ໝາຍ​ຕ່າງໆ ແມ່ນ​ມີ​ຄວາມ​ຈິງ​ຕາມ​ການ​ສະ­ເໜີ​ຂອງ​ປະ­ຊາ­ຊົນ​ເປັນ​ສ່ວນ​ໃຫຍ່ ປັດ­ຈຸ­ບັນ​ໄດ້​ມີ​ບົດ​ລາຍ​ງານ ແລະ ນຳ​ສົ່ງ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ຄົ້ນ­ຄວ້າ​ແກ້​ໄຂ.


ສຳ­ລັບ​ວຽກ​ງານ​ແຈ້ງ​ຊັບ​ສິນ​ຮອບ 2 ມີ​ພະ­ນັກ­ງານ-ລັດ­ຖະ­ກອນ​ທີ່​ຕ້ອງ​ແຈ້ງ​ຊັບ​ສິນ ແລະ ລາຍ​ຮັບ 12.212 ຄົນ ແລະ ໄດ້​ຮັບ​ຄຳ​ຮ້ອງ​ຄຳ​ສະ­ເໜີ​ຂອງ​ປະ­ຊາ­ຊົນ​ພົນ­ລະ­ເມືອງ​ຈຳ­ນວນ 124 ສະ­ບັບ. ຂອບໃຈຂໍ້ມູນຈາກ: ນສພ ວຽງຈັນໃຫ່ມ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.