Header Ads

6 ອາການທີ່ເກີດຂຶ້ນກັບຮ່າງກາຍ ກໍລະນີຮ່າງການຂາດນໍ້າ



ຮ່າງກາຍຂອງຄົນເຮົາມີຄວາມຕ້ອງການນໍ້າ ເພື່ອເອົາໄປຫຼໍ່ລ້ຽງສ່ວນຕ່າງໆໃນຮ່າງກາຍ ເຊິ່ງຄວນດື່ມວັນລະ 8-9 ຈອກຕໍ່ວັນ ຖ້າຫາກຮ່າງກາຍໄດ້ຮັບນໍ້າບໍ່ພຽງພໍຕາມຄວາມຕ້ອງການ ຈະກໍ່ໃຫ້ເກີດ 6 ອາການດັ່ງຕໍ່ໄປນີ້:

[1]. ຜິວແຫ່ວ ແລະແກ່ກ່ອນໄວ: ເພາະນໍ້າຈະເພີ່ມຄວາມຊຸ່ມຊື່ນໃຫ້ກັບຜິວ, ຫຼຸດຮອຍແຫ່ວແຫ້ງ ເພີ່ມຄວາມສົດຊື່ນໃຫ້ກັບຜິວ

[2]. ມີຄວາມຮູ້ສຶກເສົ້າໃຈ: ຄົນທີ່ບໍ່ມັກດື່ມນໍ້າ ຈະເຮັດໃຫ້ຮູ້ສຶກເຖິງຄວາມອ່ອນແອ ແລະສັບສົນ ຫຼືໃຈຮ້າຍ ເຊິ່ງຈະແຕກຕ່າງຈາກຄົນມັກດື່ມນໍ້າ

[3]. ສຸຂະພາບບໍ່ສະບາຍ: ເພາະການດື່ມນໍ້າທີ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ຈະຊ່ວຍປ້ອງການເກີດໜິ້ວໃນໝາກໄຂ່ຫຼັງ, ມະເຮັງໃນກະເພາະທາງເດີນອາຫານ ແລະລະບົບທາງເດີນນໍ້າປັດສະວະ ແລະຍັງຊ່ວຍປ້ອງກັນຈາກພະຍາດຫົວໃຈ, ແຕ່ຖ້າຫາກດື່ມນໍ້າບໍ່ພຽງພໍ ຈະມີຜົນເສຍຕໍ່ໝາກໄຂ່ຫຼັງ ແລະ ກະເພາະໄດ້

[4]. ການເຜົາຜານຊ້າລົງ: ເພາະກິນດື່ມນໍ້າຈະຊ່ວຍໃຫ້ເຮົາເຜົາຜານໄວ ການເຜົາຜານໃນຮ່າງກາຍ ຂຶ້ນຢູ່ກັບການດື່ມນໍ້າ

[5]. ຕ້ອງໃຊ້ຄວາມພະຍາຍາມກັບການເຮັດວຽກ: ເພາະສະໝອງຂາດນໍ້າ ເຮັດໃຫ້ການເຮັດວຽກມີປະສິດທິພາບໜ້ອຍລົງ ແລະຕ້ອງໄດ້ໃຊ້ເວລາຫຼາຍຂຶ້ນ ແລະໃຊ້ຄວາມພະຍາຍາມໃນການເຮັດວຽກໃຫ້ແລ້ວຫຼາຍຂຶ້ນ

[6]. ຢາກອາຫານຫຼາຍຂຶ້ນ: ຄົນທີ່ດື່ມນໍ້າໃນປະລິມານ 2 ຈອກກ່ອນກິນອາຫານ ຈະເຮັດໃຫ້ມີປະລິມານແຄລໍລີ່ໃນຮ່າງກາຍໜ້ອຍ
ລົງ 75-90, ແຕ່ຖ້າຫາກເຮົາດື່ມນໍ້າໜ້ອຍ ຈະເຮັດໃຫ້ເຮົາກິນອາຫານຫຼາຍ ແຄລໍລີ່ໃນຮ່າງກາຍກໍເພີ່ມຂຶ້ນຫຼາຍ


ເມື່ອເຮົາຮູ້ແລ້ວວ່າ ຖ້າບໍ່ດື່ມນໍ້າໃຫ້ພຽງພໍກັບຄາມຕ້ອງການຂອງຮ່າງກາຍ ຈະເຮັດໃຫ້ມີຫຼາຍອາການແບບນີ້ ເຮົາກໍຄວນຫັນມາໃສ່ໃຈສຸຂະພາບ ດ້ວຍການດື່ມນໍ້າໃຫ້ພຽງພໍກັບຄວາມຕ້ອງການຂອງຮ່າງກາຍ ພຽງເທົ່ານີ້ ກໍຈະເຮັດໃຫ້ເຮົາຫ່າງຈາກອາການດັ່ງກ່າວໄດ້

Source : IRDTC-Luangprabang 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.