Header Ads

ທົ່ວປະເທດ ພົບຄົນເຈັບພະຍາດໄຂ້ຍຸງລາຍຫຼາຍກວ່າ 700 ກໍລະນີ



ທ່ານ ດຣ ຈັນ­ທະ​ໄລ ໄຊ​ຍະ​ວົງ ຫົວ­ໜ້າ​ຂະ­ແໜງ​ຄວບ​ຄຸມ­ພະ​ຍາດ​ຕິດ­ຕໍ່ ພະ​ແນກ​ສາ­ທາ­ລະ­ນະ​ສຸກ ນະ­ຄອນ­ຫຼວງ​ວຽງ​ຈັນ ກ່າວ​ໃນ​ວັນ​ທີ 18 ກຸມ­ພາ 2019 ວ່າ: ນັບ​ແຕ່​ວັນ​ທີ 30 ທັນ­ວາ 2018 ເຖິງ​ປັດ­ຈຸ­ບັນ ນະ­ຄອນ­ຫຼວງ​ວຽງ​ຈັນ ພົບ​ຜູ້​ຕິດ­ເຊື້ອ​ພະ­ຍາດ​ໄຂ້­ຍຸງ 201 ກໍ­ລະ­ນີ ເສຍ​ຊີ­ວິດ 4 ກໍ­ລະ­ນີ ອັດ­ຕາ​ຄວາມ​ຮ້າຍ​ແຮງ​ຂອງ​ພະ­ຍາດ 2,4% ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ ເພີ່ມ​ຂຶ້ນ​ສູງ​ສົມ­ຄວນ ຮອງ​ລົງ​ມາ​ແມ່ນ​ແຂວງ​ອັດ​ຕະ​ປື ມີ​ຜູ້​ຕິດ­ເຊື້ອ​ພະ­ຍາດ​ໄຂ້­ຍຸງ 274 ກໍ­ລະ­ນີ ຫຼວງ​ນ້ຳ​ທາ 110 ກໍ­ລະ­ນີ ຈຳ­ປາ​ສັກ 73 ກໍ­ລະ­ນີ ບໍ​ລິ​ຄຳ​ໄຊ 20 ກໍ­ລະ­ນີ ວຽງ​ຈັນ 15 ກໍ­ລະ­ນີ ສະ­ຫວັນ​ນະ​ເຂດ 11 ກໍ­ລະ­ນີ ເຊ​ກອງ 13 ກໍ­ລະ­ນີ ສາ­ລະ​ວັນ 10 ກໍ­ລະ­ນີ ຄຳ​ມ່ວນ 5 ກໍ­ລະ­ນີ ຫຼວງ​ພະ​ບາງ 1 ກໍ­ລະ­ນີ ສ່ວນ​ໄຊ​ຍະ​ບູ​ລີ ບໍ່​ແກ້ວ ອຸ­ດົມ​ໄຊ ຜົ້ງ​ສາ­ລີ ຊຽງ​ຂວາງ ໄຊ​ສົມ­ບູນ ແລະ ແຂວງ​ຫົວ­ພັນ ບໍ່​ພົບ​ກໍ­ລະ­ນີ ສັງ​ລວມ​ແລ້ວ​ທົ່ວ​ປະ­ເທດ​ພົບ​ກໍ­ລະ­ນີ​ໄຂ້­ຍຸງ​ລາຍ 733 ກໍ­ລະ­ນີ ເສຍ​ຊີ­ວິດ 4 ກໍ­ລະ­ນີ ຄວາມ​ຮ້າຍ​ແຮງ​ຂອງ​ພະ­ຍາດ 0.76%.

ເພື່ອ​ເປັນ​ການ​ຕ້ານ ແລະ ສະ­ກັດ​ກັ້ນ​ພະ­ຍາດ​ດັ່ງ­ກ່າວ ພະ​ແນກ​ສາ­ທາ­ລະ­ນະ​ສຸກ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ສຸມ​ໃສ່​ຜັນ​ຂະ­ຫຍາຍ​ຄຳ​ແນະ­ນຳ​ເລກ​ທີ 0001/ຈ​ນວ ວ່າ​ດ້ວຍ​ການ​ກະ­ກຽມ​ສະ­ກັດ​ກັ້ນ​ພະ­ຍາດ​ໄຂ້­ຍຸງ​ລາຍ ໂດຍ​ໄດ້​ສຸມ​ໃສ່​ຊີ້​ນຳ​ໃຫ້​ຫ້ອງ­ການ​ສາ­ທາ­ລະ­ນະ​ສຸກ 9 ຕົວ​ເມືອງ ລົງ​ຊີ້​ນຳ​ປະ­ຊາ­ຊົນ​ອະ­ນາ­ໄມ​ສິ່ງ­ແວ­ດລ້ອມ ກຳ­ຈັດ​ແຫຼ່ງ​ເຜາະ​ພັນ​ໜອນ​ນ້ຳ​ຍຸງ​ລາຍ ໄປ​ພ້ອມ​ກັບ​ປະ­ສານ​ໃຫ້​ບັນ­ດາ​ບ້ານ​ເອົາ­ໃຈ­ໃສ່​ລົງ​ກວດ​ໜອນ​ນ້ຳ​ຍຸງ​ລາຍ ໂຄ­ສະ­ນາ​ສຸ​ຂະ​ສຶກ​ສາ ໂດຍ​ສະ­ເພາະ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຫຼັກ­ການ 5 ປ ຄື: ປົກ​ປິດ​ພາ­ຊະ­ນະ​ທີ່​ກັກ​ເກັບ​ນ້ຳ​ທັງ​ໃນ ແລະ ນອກ​ເຮືອນ​ບໍ່​ໃຫ້​ຍຸງ​ລາຍ​ມາ​ໄຂ່​ໃສ່ ປ່ຽນ​ນ້ຳ ແລະ ຜັດ​ຖູ​ທາງ​ດ້ານ​ໃນ​ຂອງ​ພາ­ຊະ­ນະ​ທີ່​ກັກ​ເກັບ​ນ້ຳ ເຊັ່ນ: ເຕົ້າ​ດອກ​ໄມ້ ນ້ຳ​ຮອງ​ຕີນ​ຕູ້ ຖ້ານ​ຮອງ​ຈອກ​ນ້ຳ ອ່າງ­ເກັບ­ນ້ຳ​ເສຍ​ຫຼັງ​ຕູ້­ເຢັນ ປ່ອຍ​ປາ​ຫາງ​ນົກ​ຍຸງ​ເພື່ອ​ກິນ​ໜອນ​ນ້ຳ​ຢູ່​ຕາມ​ອ່າງ​ທີ່​ໃຫຍ່ ບໍ່​ສາ­ມາດ​ຂ້ວມ​ລ້າງ​ໄດ້ ປັບ­ປຸງ​ສິ່ງ­ແວ­ດລ້ອມ​ໃຫ້​ສະ­ອາດ​ເປັນ​ປະ­ຈຳ​ທຸກໆ​ອາ­ທິດ ບໍ່​ມີ​ກະ­ໂປະ ກະ​ປ໋ອງ ຢາງ​ຕີນ­ລົດ ແລະ ນ້ຳ​ຂັງ ເຊິ່ງ​ເປັນ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ ເປັນ­ໄຂ້​ຮີບ​ຟ້າວ​ໄປ​ພົບ​ໝໍ​ຢູ່​ໂຮງ­ໝໍ​ໃກ້​ບ້ານ​ທ່ານ ບໍ່​ຄວນ​ຖື​ເບົາ​ຊື້​ຢາ​ກິນ​ເອງ ເພາະ​ຖ້າ​ຊັກ​ຊ້າ​ອາດ​ພາ­ໃຫ້​ເສຍ​ຊີ­ວິດ. ພາບ-ຂ່າວ: ໜັງສືພິມວຽງຈັນໃໝ່

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.