Header Ads

ກອງພັນໃຫຍ່ 703 ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ


ໃນວັນທີ 6 ກຸມພາ 2019 ນີ້, ກອງພັນໃຫຍ່ 703 ໄດ້ຈັດພິທີ ສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 70 ປີ, ໂດຍການເປັນປະທານຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ, ກຳມະການຄະນະປະຈຳພັກກະ ຊວງ, ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ມີຄະນະ ພັກ-ຄະນະບັນຊາກອງພັນ ໃຫຍ່ 703, ນັກຮົບແຂ່ງຂັນພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນຈາກພາກສ່ວນ ຕ່າງໆອ້ອມຂ້າງກະຊວງປ້ອງ ກັນປະເທດຕະຫຼອດຮອດພະ ນັກງານ-ນັກຮົບໃນກອງພັນໃຫຍ່ 703 ເຂົ້າຮ່ວມ. 

ໂອກາດດັ່ງກ່າວນີ້ ທ່ານ ພົນຕີ ອ່ອນສີ ແສນສຸກ ໄດ້ຂຶ້ນ ກ່າວຄຳປາໄສຕໍ່ພິທີວ່າ: ກ່ອນ ໜ້ານີ້ 70 ປີປະທານໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກ ຂອງພວກເຮົາໄດ້ນຳພາກໍ່ຕັ້ງ ກອງທັບລາວອິດສະຫຼະ, ກໍ່ຕັ້ງ ກອງລາດຊະວົງຂຶ້ນໃນວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນ ຕາແສງລາວຮຸ່ງ, ເມືອງຊຽງຄໍ້, ແຂວງຫົວພັນນັ້ນແມ່ນມື້ແຫ່ງ ການກຳເນີດເກີດຂຶ້ນຂອງກອງ ທັບປະຊາຊົນລາວໃນປັດຈຸບັນ, ໃນທ່າມກາງຂະບວນການຕໍ່ສູ້ ຂອງປະຊາຊົນລາວບັນດາເຜົ່າ ຕ້ານກັບຈັກກະພັດຜູ້ຮຸກຮານ ແລະ ລູກມືຂາຍຊາດທີ່ພວມຟົດ ເດືອດຢູ່ທຸກທ້ອງຖິ່ນທົ່ວປະເທດ, ການກຳເນີດຂອງກອງທັບປະຊາ ຊົນລາວອິດສະຫຼະແມ່ນມີຄວາມ ໝາຍຄວາມສຳຄັນທາງດ້ານ ການເມືອງອັນໃຫຍ່ຫຼວງໃນປະ ຫວັດສາດຂອງຊາດລາວຈາກ ຖານະເປັນຂ້ອຍຂ້າຈັກກະພັດ ຕ່າງດ້າວໄດ້ລຸກຂຶ້ນເຮັດການປະ ຕິວັດພຽງໄລຍະສັ້ນໆ. 

ກໍໄດ້ມີ ກອງທັບປະຕິວັດ ເຊິ່ງເປັນກ້ອນ ກໍາລັງຫຼັກແຫຼ່ງໃຫ້ແກ່ຂະບວນ ການຕໍ່ສູ້ກູ້ຊາດຂອງປະຊາຊົນ ລາວ ຕິດພັນກັບການເຕີບໃຫຍ່ ເຂັ້ມແຂງຂອງກອງທັບປະຊາ ຊົນລາວ ຕະຫຼອດໄລຍະ 70 ປີ ຜ່ານມານີ້, ພະນັກງານ-ນັກຮົບ ກອງພັນໃຫຍ່ 703 ກໍໄດ້ຄຽງ ບ່າຄຽງໄຫຼ່ກັບເຫຼົ່າຮົບອື່ນໆ ປະ ກອບສ່ວນເຂົ້າໃນຂະບວນການ ຕໍ່ສູ້ກູ້ຊາດໃນເມື່ອກ່ອນກໍຄືພາ ລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ໃນປັດ ຈຸບັນກອງພັນໃຫຍ່ 703 ໄດ້ສືບ ຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອ ຂອງກອງທັບປະຊາຊົນລາວ, ເອົາໃຈໃສ່ປົກປັກຮັກສາອາວຸດ ພາຫະນະເຕັກນິກຂອງກົມກອງ ໃຫ້ຮັບປະກັນຄຸນະພາບ, ຕັ້ງໜ້າ ປັບປຸງກໍ່ສ້າງກຳລັງໃຫ້ໜັກແໜ້ນ ເຂັ້ມແຂງໃນທຸກດ້ານຕາມ 4 ໜ້າ ທີ່ໃຫຍ່ 26 ແຜນງານທີ່ກະຊວງ ປ້ອງກັນປະເທດວາງອອກໃຫ້ ປາກົດຜົນເປັນຈິງ. 

ສະຫາຍ ພົນ ຕີ ອ່ອນສີ ແສນສຸກ ໄດ້ກ່າວສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານອັນໂດດເດັ່ນຂອງພະນັກ ງານ-ນັກຮົບກອງພັນໃຫຍ່ 703 ທີ່ໄດ້ອຸທິດເຫື່ອແຮງ ແລະ ຈິດ ໃຈປະກອບສ່ວນເຂົ້າໃນພາລະ ກິດປະຕິວັດໃນກອງທັບປະຊາ ຊົນລາວເພື່ອເສີມຂະຫຍາຍມູນ ເຊື້ອທາດແທ້ຂອງການປະຕິວັດ ຄວາມອົງອາດກ້າຫານຄວາມ ເດັດດ່ຽວໜຽວແໜ້ນຄວາມຈົງ ຮັກພັກດີຕໍ່ຜືນແຜ່ນດິນເກີດ ຄວາມເສຍສະຫຼະອັນສູງສົ່ງຂອງ ນັກຮົບປະຕິວັດກອງທັບປະຊາ ຊົນລາວ ພ້ອມທັງເນັ້ນໜັກໃຫ້ ພະນັກງານ-ນັກຮົບກອງພັນໃຫຍ່ 703 ເຂົ້າໃຈຢ່າງຈະແຈ້ງ ແລະ ເຊື່ອມຊຶມຢ່າງເລິກເຊິ່ງຕໍ່ມູນເຊື້ອ ອັນສະຫງ່າ ແລະ ສະຫວ່າງສະ ໄຫວຂອງກອງທັບປະຊາຊົນ ລາວ ຕະຫຼອດໄປເພື່ອຄວາມຢູ່ ເຢັນເປັນສຸກຂອງປະຊາຊົນລາວ ບັນດາເຜົ່າ, ເພື່ອຄວາມຮຸ່ງເຮືອງ ສີວິໄລຂອງປະເທດຊາດເພື່ອປະ ກອບສ່ວນສ້າງຄວາມເຕີບໃຫຍ່ ເຂັ້ມແຂງຂອງກອງທັບປະຊາຊົນ ລາວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.


ໂດຍ: ຕູ່ ນາດາ (ນສພ ກອງທັບປະຊາຊົນລາວ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.